ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບ​ເຮືອ​ຟີ​ລິບ​ປິນ ແລະ ສະ​ຫະ​ລັດ ແລ່ນ​ກຳ​ປັ່ນ​ລົບຮ່ວມ​ກັນ ຜ່ານ​ທະ​ເລ​ຈີນ​ໃຕ້


ກຳ​ປັ່ນ​ລົບ​ພິ​ຄາດ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ​​ສະ​ຫະ​ລັດ USS Ralph Johnson (ຊ້າຍ) ແລະ​ກຳ​ປັ່ນ​ລົບ​ BRP Jose Rizal ຂອງ​ຟີ​ລິບ​ປິນ ແລ່ນ​ຜ່ານ​ເຂດ​ນ່ານ​ນ້ຳ​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ເກາະ​ປາ​ລາ​ວານ ໃນ​ທະ​ເລ​ຈີນ​ໃຕ້ ເມື່ອ​ວັນ​ທີ 4 ກັນ​ຍາ 2023.
ກຳ​ປັ່ນ​ລົບ​ພິ​ຄາດ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ​​ສະ​ຫະ​ລັດ USS Ralph Johnson (ຊ້າຍ) ແລະ​ກຳ​ປັ່ນ​ລົບ​ BRP Jose Rizal ຂອງ​ຟີ​ລິບ​ປິນ ແລ່ນ​ຜ່ານ​ເຂດ​ນ່ານ​ນ້ຳ​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ເກາະ​ປາ​ລາ​ວານ ໃນ​ທະ​ເລ​ຈີນ​ໃຕ້ ເມື່ອ​ວັນ​ທີ 4 ກັນ​ຍາ 2023.

ກຳ​ປັ່ນ​ລົບ​ຂອງກອງ​ທັບ​ເຮືອ​ຟີ​ລິບ​ປິນ ແລະ​ສະ​ຫະ​ລັດ ໄດ້​ແລ່ນ​ລາດ​ຕະ​ເວນ​ຮ່ວມ​ກັນ ຜ່ານ​ທະ​ເລ​ຈີນ​ໃຕ້ ສ່ວນທີ່​ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ສະ​ເພາະ ​ຂອງປະ​ເທດ​ຟີ​ລິບ​ປິນ ກອງ​ທັບ​ເຮືອ​ຂອງມະ​ນີ​ລາກ່າວໃນ​ວັນ​ຈັນ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຟີ​ລິບ​ປິນ​ແລະ​ສະ​ຫະ​ລັດ​ໄດ້​ທຳ​ການ​ແລ່ນ​ຮ່ວມ​ກັນ ​ຢູ່​ໃນ​ເຂດ​ນ່ານ​ນ້ຳ​ທາງ​ກ້ຳ​ຕາ​ເວັນ​ຕົກ ​ຂອງ​ເກາະປາ​ລາ​ວານ ກອງ​ບັນ​ຊາ​ການໃນ​ພາກ​ຕາ​ເວັນ​ຕົກ​ຂອງກອງ​ທັບ​ຟີ​ລິບ​ປິນ​ກ່າວ.

ການ​ສະ​ແດງ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ລັດ ແລະ​ຟີ​ລິບ​ປິນ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ພວມ​ເພີ້ມ​ທະ​ວີ​ຂຶ້ນ ​ລະ​ຫວ່າງ​ມະ​ນີ​ລາ ແລະ​ປັກ​ກິ່ງ ຊຶ່ງ​ໄດ້​ອ້າ​ງ​ເອົາ​ກຳ​ມະ​ສິດ​ສ່ວນ​ໃຫຍ່ ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ກຳ​ປັ່ນ​ລົບ BRP Jose Rizal ຂອງກອງ​ທັບ​ເຮືອ​ຟີ​ລິບ​ປິນ ແລະ​ກຳ​ປັ່ນ​ພິ​ຄາດ ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂອງ​ສະ​ຫະ​ລັດ USS Ralph Johnson ​ໄດ້ແລ່ນ​ລາດ​ຕະ​ເວນ​ຮ່ວມ​ກັນ ຊຶ່ງ​ໃນ​ລະ​ຫວ່າງນັ້ນ​ ກຳ​ປັ່ນ​ທັງ​ສອງ​ໄດ້​ທຳ​ການ​ຝຶກ​ຊ້ອມ​ແລ່ນ​ເຂົ້າ​ໄປ​ໃກ້​ກຳ​ປັ່ນ​ລຳ​ອື່ນໆ.

ກອງ​ບັນ​ຊາ​ການ​ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ຟີ​ລິບ​ປິນ​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ວ່າ “ການ​ຊ້ອມ​ລົບ​ນີ້​ແມ່ນ​ແນ​ໃສ່​ ເພື່ອ​ສະ​ໜອງ​ໂອ​ກາດ​ ໃຫ້​ແກ່ກອງ​ທັບ​ເຮືອ​ຂອງ​ຟີ​ລິບ​ປິນ ​ແລະ​ສະ​ຫະ​ລັດໃນ​ເຂດ​ອິນ​ໂດ-ປາ​ຊີ​ຟິກທຳ​ການ​ທົດ​ສອບ​ແລະ​ກັ່ນ​ກອງ ​ຫຼັກ​ການ​ທາງ​ທະ​ເລ​ທີ່​ມີ​ຢູ່​ແລ້ວນັ້ນ ໃຫ້​ດີ​ຕື່ມ​ຂຶ້ນ.

ມະ​ນີ​ລາ​ໄດ້​ຮ້ອງ​ທຸກ​ຕໍ່​ອັນ​ທີ່​ຟີ​ລິບ​ປິນ​ເອີ້ນ​ວ່າ ການ​ເຄື່ອນ​ໄຫວ​ແບບ “​ຮຸກ​ຮານ” ຂອງ​ຈີນ ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ຮວມ​ທັງ​ກຳ​ປັ່ນ​ຍາມ​ຝັ່ງ​ຂອງ​ປັກິ່ງ ​ໃຊ້​ທໍ່​ສີດ​ນ້ຳ​ຂະ​ໜາດ​ໃຫຍ່ ສີດ​ເຂົ້າ​ໃສ່​ກຳ​ປັ່ນຂອງ​ຟີ​ລິບ​ປິນ ທີ່​ໄປ​ສົ່ງ​ເຄື່ອງ​ໃຫ້​ທະ​ຫານ​ຂອງ​ຕົນ​ເມື່ອ​ວັນ​ທີ 5 ສິງ​ຫາ​ທີ່​ຜ່ານ​ມານີ້.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG