ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນ ແລະ ສະຫະລັດ ເລີ້ມຕົ້ນການຊ້ອມລົບ ຄັ້ງໃຫຍ່ສຸດຮ່ວມກັນ ທີ່ບໍ່ເຄີຍມີມາກ່ອນ


ພົນຕີ ກຳລັງທະຫານມາຣີນ ແອຣິກ ອັອດສຕິນ ຂອງສະຫະລັດ, ຜູ້ອຳນວຍການຮັບຜິດຊອບການຊ້ອມລົບ ຕາງໜ້າສະຫະລັດ, ຂວາ, ແລະ ພົນຕີ ມາຣວິນ ລີຄູດິນຂອງກອງທັບບົກ ຟີລິບປິນ, ຜູ້ອຳນວຍການຮັບຜິດຊອບການຊ້ອມລົບ ຈັບມືກັນຢູ່ທີ່ພິທີເປີດການຊ້ອມລົບດ້ານທະຫານຮ່ວມກັນ ທີ່ເອີ້ນວ່າ "Balikatan," ວັນທີ 11 ເມສາ 2023.
ພົນຕີ ກຳລັງທະຫານມາຣີນ ແອຣິກ ອັອດສຕິນ ຂອງສະຫະລັດ, ຜູ້ອຳນວຍການຮັບຜິດຊອບການຊ້ອມລົບ ຕາງໜ້າສະຫະລັດ, ຂວາ, ແລະ ພົນຕີ ມາຣວິນ ລີຄູດິນຂອງກອງທັບບົກ ຟີລິບປິນ, ຜູ້ອຳນວຍການຮັບຜິດຊອບການຊ້ອມລົບ ຈັບມືກັນຢູ່ທີ່ພິທີເປີດການຊ້ອມລົບດ້ານທະຫານຮ່ວມກັນ ທີ່ເອີ້ນວ່າ "Balikatan," ວັນທີ 11 ເມສາ 2023.

ຟີລິບປິນ ແລະ ສະຫະລັດ ໄດ້ເລີ້ມຕົ້ນການຊ້ອມລົບຮ່ວມກັນ ຄັ້ງໃຫຍ່ສຸດທີ່ບໍ່ເຄີຍມີມາກ່ອນ ໃນວັນອັງຄານມື້ນີ້ ຂະນະທີ່ບັນດາປະເທດພັນທະມິດທີ່ມີມາຍາວນານນັ້ນ ຫາທາງທີ່ຈະຕ້ານຢັນຕໍ່ຄວາມໂອຫັງທີ່ເພີ້ມຂຶ້ນນັບມື້ຂອງຈີນ ຢູ່ໃນຂົງເຂດ ອີງຕາມລາຍງານຂອງອົງການຂ່າວເອແອັຟພີ.

ກຳລັງທະຫານເກືອບ 18,000 ຄົນ ເຂົ້າຮ່ວມໃນການຊ້ອມລົບປະຈຳປີ ທີ່ເອີ້ນວ່າ ບາລີກາຕານ (Balikatan) ຫຼື ໝາຍຄວາມວ່າ “ຄຽງບ່າຄຽງໄຫລ່” ໃນພາສາຂອງຟີລິປິນ ຊຶ່ງຈະເປັນເທື່ອທຳອິດ ທີ່ລວມທັງ ການຊ້ອມຍິງດ້ວຍລູກກະສຸນແທ້ ຢູ່ໃນທະເລຈີນໃຕ້ ຊຶ່ງປັກກິ່ງ ອ້າງເອົາກຳມະສິດເກືອບທັງໝົດເລີຍ.

ການຊ້ອມລົບດັ່ງກ່າວ ມີຂຶ້ນຫຼັງຈາກການຊ້ອມລົບຂອງຈີນ ໄລຍະສາມວັນ ທີ່ໄດ້ຈຳລອງການຍິງໂຈມຕີເປົ້າໝາຍຕ່າງໆ ແລະຈຳລອງການປິດລ້ອມໄຕ້ຫວັນ ທີ່ປົກຄອງຕົນເອງດ້ວຍລະບອບປະຊາທິປະໄຕ ຊຶ່ງປັກກິ່ງ ຖືວ່າ ເປັນດິນແດນສ່ວນນຶ່ງຂອງຕົນ.

ການຊ້ອມລົບ ບາລາກາຕານ ຈະລວມທັງ ການບິນລົງເກາະໃຫຍ່ ລູຊອນ ດ້ວຍເຮລິຄັອບເຕີທະຫານຫຼາຍລຳ ຢູ່ນອກຝັ່ງທາງກ້ຳເໜືອສຸດຂອງຟີລິບປິນ ທີ່ຫ່າງຈາກເກາະໄຕ້ຫວັນເກືອບ 300 ກິໂລແມັດ ແລະການຊ້ອມຍົກພົນຂຶ້ນເກາະອີກແຫ່ງນຶ່ງ ເພື່ອຢຶດຄືນມາດ້ວຍກອງກຳລັງສະເທືອນນ້ຳສະເທືອນບົກ.

The Philippines and the United States launched their largest-ever joint military exercises Tuesday, as the longstanding allies seek to counter growing Chinese assertiveness in the region.

Nearly 18,000 troops are taking part in the annual exercises dubbed Balikatan, or "shoulder to shoulder" in Filipino, which for the first time will include a live-fire drill in the South China Sea, which Beijing claims almost entirely.

The drills follow Monday's conclusion of a three-day Chinese military exercise that simulated targeted strikes and a blockade of self-ruled, democratic Taiwan, which Beijing considers part of its territory.

Balikatan will include military helicopters landing on a Philippine island off the northern tip of the main island of Luzon, nearly 300 kilometers from Taiwan, and the retaking of another island by amphibious forces.

XS
SM
MD
LG