ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງອາ​ເມຣິກັນ ເຊື້ອສາຍຟິ​ລິບ​ປີນ ທີ່ຖືກຈັບເປັນໂຕປະກັນ ຖືກປ່ອຍແລ້ວ


ນາງ Gerfa Yeatts Lunsmann ທີ່ຖືກຈັບເປັນຕົວປະກັນ ໃນຟິລິບປີນ.
ນາງ Gerfa Yeatts Lunsmann ທີ່ຖືກຈັບເປັນຕົວປະກັນ ໃນຟິລິບປີນ.

ນາງ Gerfa Yeatts Lunsmann
ນາງ Gerfa Yeatts Lunsmann

ພວກ​ຈັບຕົວ​ປະກັນໃນ​ພາກ​ໃຕ້​ຂອງຟິ​ລິບ​
ປີນ ​ໄດ້​ປ່ອບຕົວ​ປະກັນ​ແມ່ຍິງ​ທີ່​ເປັນ​ຊາວ
ອາ​ເມຣິກັນເຊື້ອສາຍຟິ​ລິບ​ປີນ ທີ່​ຖືກຈັບ​ໄປ
​ໃນ​ເດືອນ​ກໍລະກົດຜ່ານ​ມານັ້ນ, ​ແຕ່​ກໍ​ຍັງ
ກັກຕົວ​ລູກຊາຍ ໄວ 14 ປີ ​ກັບຫຼານ​ຊາຍ ​ຂອງ​ລາວ ​ໄວ້​ຢູ່.

ເຈົ້າ​ໜ້າ​ທີ່ຟິ​ລິບ​ປີນກ່າວ​ວ່າ ນາງ Gerfa
Yeatts Lunsmann ​ໄດ້​ຖືກ​ປ່ອຍຕົວ​ໃນ
​ວັນ​ອາທິດ​ວານ​ນີ້ ​ທີ່​ເກາະ Basilan ​ເຂດ
​ທີ່ໝັ້ນ​ຂອງ​ພວກກຸ່ມ​ອິສລາມຫົວ​ຮຸນ​ແຮງ ອັນ​ຮວມທັງກຸ່ມ abu Sayyaf ທີ່​ມີການເຊື່ອ​ມ
ໂຍງ​ກັບກຸ່ມ​ກໍ່​ການ​ຮ້າຍ al-Qaida ນັ້ນ​.

ຍັງບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອວ່າ ໄດ້​ມີ​ການຈ່າຍ​ຄ່າ​ຕົວໃຫ້​ແກ່​ພວກ​ຈັບ​ຕົວ​ປະກັນ​ຫຼື​ບໍ່? ຜູ້ຊຶ່ງທາງ​ການຍັງ​ບໍ່​ທັນ​ບົ່ງ​ຊີ້​ວ່າ ​ແມ່ນ​ພວກ​ໃດ​ແທ້​, ​ແຕ່​ເຈົ້າ​ເມືອງ Zamboanga ທ່ານ Celso Lobbregat ​ໄດ້​ກ່າວ​ກັບ​ພວກ​ນັກ​ຂ່າວ​ວ່າ ໄດ້​ມີ​ການຕິດ​ຕໍ່​ກັນ.

ນາງ Lunsmann ທີ່​ອາໄສ​ຢູ່​ໃນ​ສະຫະລັດ​ອະ​ເມຣິກາ​ ​ ໄດ້​ກັບ​ຄືນໄປ​ຢ້ຽມຢາມບ້ານ​ເກີດ​ ທີ່​ເມືອງ Zamboanga ​ໃນ​ຂະນະ​ທີ່​ຖືກ​ລັກຈັບຕົວໄປ​ ພ້ອມ​ກັບ​ລູກຊາຍແລະ​ຫຼານ​ຊາຍ ​ໃນ​ວັນ​ທີ 12 ​ເດືອນ​ກໍລະກົດ​.

ທາງ​ສະຖານທູດ​ສະຫະລັດທີ່​ນະຄອນຫລວງມະນີ​ລາ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່​ທາງພວກ​ເຈົ້າໜ້າ​ທີ່ຟິ​ລິບ​ປີນ ສໍາລັບ​ການ​ຊ່ອຍເຫລືອ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ການ​ເຮັດ​ໃຫ້​ມີ​ການ​ປ່ອຍ​ໂຕນາງ Lunsmann ນັ້ນ.

XS
SM
MD
LG