ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນ ແລະ ສະຫະລັດ ໄດ້ຈັດການຊ້ອມລົບທາງທະຫານ ທີ່ໃຫຍ່ທີ່ສຸດ ໃນຮອບ 7 ປີ

ນາຍທະຫານຂອງຟີລິບປິນ ແລະສະຫະລັດ ກຳລັງມອບຮັບທຸງ ທີ່ເອີ້ນວ່າ 'Balikatan' ຫຼື 'ຄຽງບ່າຄຽງໄຫລ່' ໃນລະຫວ່າງການເປີດພິ​ທີ​ການ​ຊ້ອມ​ລົບທາງດ້ານການທະຫານ ຢູ່ທີ່ຄ້າຍ ອາ​ກີນາລໂດ (Camp Aguinaldo), ເມືອງກຸຍຊອນ ຂອງຟີລິບປິນ, ວັນທີ 28 ມີນາ 2022.

ຟີ​ລິບ​ປິນ​ແລະ​ສະ​ຫະ​ລັດ ເລີ້ມ​ການ​ຊ້ອມ​ລົບ​ຮ່ວມ​ທາງ​ທະ​ຫານ ​ທີ່​ໃຫຍ່​ທີ່​ສຸດ​ນັບ​ແຕ່​ປີ 2015 ເປັນ​ຕົ້ນ​ມາ ໃນມື້​ວັນ​ຈັນ​ວານນີ້ ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ພັນ​ທາງ​ດ້ານ​ປ້ອງ​ກັນ​ປະ​ເທດ​ທີ່​ດີ​ຂຶ້ນ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ ໂຣດ​ຣິ​ໂກ ດຸຍ​ເຕີເຕ ໄດ້​ຫລຸດ​ຜ່ອນ​ການ​ຊ້ອມ​ລົບ​ຮ່ວມ​ຈຳ​ນວນ​ນຶ່ງ​ລົງ ເພື່ອ​ຮັກ​ສາ​ຄວາມ​ສຳ​ພັນ​ທີ່​ອົບ​ອຸ່ນ​ຂຶ້ນ​ກັບ​ຈີນ.

ການ​ຊ້ອມ​ລົບ​ຮ່ວມ​ປະ​ຈຳ​ປີ ​ຊື່​ວ່າ “ບາ​ລີ​ກາ​ຕານ” ຊຶ່ງ​ມີ​ຄວາມ​ໝາຍ​ວ່າ​ຄຽງ​ບ່າ​ຄຽງ​ໄຫລ່​ ​ຈະ​ມີ​ທະ​ຫານ​ເຂົ້າ​ຮ່ວມ 8,900 ຄົນໃນ​ປີນີ້ ແລະ​ຈະ​ຮວມ​ທັງ​ການ​ຊ້ອມ​ລົບ​ທີ່​ໃຊ້​ລູກ​ປືນ​ແທ້ ແລະ​ການ​ຝຶກ​ຊ້ອມ​ໃນ​ການ​ໂຈມ​ຕີ​ດ້ວຍ​ຍານ​ສະ​ເທີນ​ນ້ຳ​ສະ​ເທີນ​ບົກ.

ພາບຖ່າຍນີ້ ເມື່ອວັນທີ 9 ພຶດສະພາ 2018, ພວກທະຫານມາຣີນ ຂອງຟີລິບປິນ ແລະ ສະຫະລັດ ບຸກຂຶ້ນຫາດຊາຍ ອັນເປັນສ່ວນນຶ່ງຂອງການຊ້ອມຍົກພົນຂຶ້ນບົກ ໃນລະຫວ່າງການຊ້ອມລົບຮ່ວມກັນ ລະຫວ່າງ ສະຫະລັດ ແລະຟີລິບປິນ ໄລຍະສອງອາທິດ ຢູ່ຕໍ່ໜ້າທະເລຈີນໃຕ້ ໃນປະເທດຟີລິບປິນ.

ນັບ​ຕັ້ງ​ແຕ່​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ປີ 2016 ເປັນ​ຕົ້ນ​ມາ ທ່ານ​ດຸຍ​ເຕີ​ເຕ​ ໄດ້​ຊອກ​ຫາ​ຊ່ອງ​ທາງ​ຢາກໃຫ້​ມີ​ຄວາມ​ສຳ​ພັນ​ອັນ​ໃກ້​ຊິດ​ກັບ​ຈີນ ເພື່ອ​ແລກ​ປ່ຽນ​ກັບ​ຄຳ​ໝັ້​ນ​ສັນຍາ​ໃນ​ການ​ໃຫ້​ເງິນ​ກູ້ຢືມ ການ​ຊ່ວຍ​ເຫຼືອ​ແລະ​ການ​ລົງ​ທຶນ ພ້ອມ​ທັງ​ໄດ້​ວາງ​ໂຕ​ອອກຫ່​າງ​ຈາກ​ສະ​ຫະ​ລັດ ສົນ​ທິ​ສັນ​ຍາໃນ​ການເປັນ​ພັນ​ທະ​ມິດ.

ແຕ່​ໃນ​ປີ​ກາຍນີ້ ທ່ານ​ໄດ້​ຖອນ​ການ​ຂົ່ມ​ຂູ່ ​ທີ່​ຈະ​ຍົກ​ເລີກສົນ​ທິ​ສັນ​ຍາ​ເປັນ​ເວ​ລາ​ສອງ​ທົດ​ສະ​ວັດ ທີ່​ຄຸ້ມ​ຄອງ​ການ​ມີ​ໜ້າ​ຂອງ​ກຳ​ລັງ​ສະ​ຫະ​ລັດ​ໃນ​ຟີ​ລິບ​ປິນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ​ຟີ​ລິບ​ປິນ ທ່ານ​ແດ​ລ​ຟິນ ໂລ​ເຣັນ​ຊາ​ນາ​ ກ່າວ​ຢູ່​ໃນ​ຖະແຫຼງ​ການສະ​ບັບ​ນຶ່ງວ່າ “ພວກ​ເຮົາ​ກຳ​ລັງ​ສົ່ງ​ຂ່າວ​ໃຫ້​ໂລກ​ຮູ້​ວ່າ ການ​ເປັນ​ພັນ​ທະ​ມິດ​ລະ​ຫວ່າງ​ປະ​ເທດ​ຂອງ​ພວກ​ເຮົາ​ທັງ​ສອງ ແມ່ນ​ເຂັ້ມ​ແຂງກວ່າແຕ່​ກ່ອນ.”

ການ​ຊ້ອ​ມ​ລົບ​ບາ​ລີ​ກາ​ຕານ​ ໃນ​ປີ 2016 ມີ​ທະ​ຫານ​ເຂົ້າ​ຮ່ວມ​ເກືອບ​ເຄິ່ງ​ນຶ່ງ​ຂອງ​ກຳ​ລັງທີ່​ເຂົ້າ​ຮ່ວມ​ໃນ​ປີ​ກ່ອນ ແລະ​ໄດ້​ມີ​ການ​ຍົກ​ເລີກ​ການ​ຝຶກ​ຊ້ອມ​ທີ່​ພົວ​ພັນ​ກັບ​ການ​ສູ້​ລົບ​ຕ່າງໆ ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ດຸຍ​ເຕີ​ເຕ ທີ່ມອງ​ເຫັນ​ວ່າ​ມັນ​ເປັນ​ອຸບ​ປະສັກຕໍ່​ການ​ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ກັບ​ຈີນ.

XS
SM
MD
LG