ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຟິລິບປິນ ຢາກເປີດ ການເຈລະຈາ ຮອບໃໝ່ ກັບ ສຫລ ເລື່ອງ ໃຊ້ຖານທັບ (ສະໄລດ໌)


حکومت مخالف پاکستان عوامی تحریک کزشتہ 27 روز سے اسلام آباد میں دھرنا دیے ہوئے ہے۔
حکومت مخالف پاکستان عوامی تحریک کزشتہ 27 روز سے اسلام آباد میں دھرنا دیے ہوئے ہے۔
ເຈົ້າໜ້າທີ່ຟີລິບປິນ ກ່າວວ່າ ຟີລິບປິນພວມຊອກຫາຊ່ອງທາງ
ເພື່ອເປີດການເຈລະຈາຮອບໃໝ່ ກັບສະຫະລັດ ກ່ຽວກັບການ
ຂະຫຍາຍການໃຊ້ຖານທັບຕ່າງໆຂອງຟີລິບປິນໂດຍສະຫະລັດ ໃນຂະນະທີ່ຄວາມເຄັ່ງຕຶງກັບຈີນ ເພີ້ມທະວີຂຶ້ນຍ້ອນຕ່າງຝ່າຍ
ຕ່າງອ້າງເອົາກຳມະສິດ ກ່ຽວກັບເຂດນໍ້າແດນດິນໃນທະເລຈີນ
ໃຕ້.

ໃນຈົດໝາຍຮ່ວມສະບັບນຶ່ງທີ່ສົ່ງໄປເຖິງສະມາຊິກສະພາແຫ່ງ
ຊາດຟີລິບປິນນັ້ນ ລັດຖະມົນຕີກະຊວງການຕ່າງປະເທດຟີລິບ
ປິນທ່ານ Albert del Rosario ແລະລັດຖະມົນຕີກະຊວງປ້ອງ
ກັນປະເທດ ທ່ານ Voltaire Gazmin ກ່າວວ່າ ການເຈລະຈາ
ແມ່ນຈະເພັ່ງເລັງໃສ່ “ຂອບຄວາມເປັນໄປໄດ້ ຂອງຂໍ້ຕົກລົງ” ສຳລັບການມີໜ້າ ແບບໝູນ
ວຽນເພີ້ມຂຶ້ນຂອງສະຫະລັດ.

ເຈົ້າໜ້າທີ່ສະຫະລັດ ໃນຕອນແລງຂອງວັນພະຫັດວານນີ້ຍັງບໍ່ໄດ້ໃຫ້ການຢືນຢັນກ່ຽວກັບ ການເຈລະຈາໃດໆ ແຕ່ກໍເວົ້າວ່າ ຂອບຂອງຂໍ້ຕົກລົງດັ່ງກ່າວ ຈະໃຫ້ໂອກາດເພີ້ມຂຶ້ນ ສຳ ລັບການຝຶກແອບແລະຊ້ອມລົບຮ່ວມກັນທີ່ອາດຈະຮວມທັງປະເທດພາຄີອື່ນໆໃນພູມີພາກ
ນຳດ້ວຍ.

ການຊຸກຍູ້ຂອງຟີລິບປິນໃຫ້ເສີມຂະຫຍາຍດ້ານການປ້ອງກັນປະເທດ ມີຂຶ້ນໃນຂະນະທີ່ ຈີນພວມອ້າງເອົາກຳມະສິດເກືອບວ່າທັງໝົດໃນທະເລຈີນໃຕ້ທີ່ອຸດົມສົມບູນໄປດ້ວຍແຮ່ ທາດ ແລະພະລັງງານນັ້ນ. ສຳລັບໃນພາກສ່ວນຂອງຕົນແລ້ວ ຟີລິບປິນ ຫວຽດນາມ ໄຕ້ ຫວັນ ມາເລເຊຍແລະບຣູນາຍແມ່ນພວມຊອກຫາຊ່ອງທາງທີ່ຈະປ້ອງກັນຊາຍແດນທາງ ທະເລຂອງຕົນ ຕໍ່ອັນທີ່ລັດຖະບານ ຂອງປະເທດເຫລົ່ານີ້ເຫັນວ່າ ເປັນການລ່ວງລໍ້າຂອງ
ກອງທັບເຮືອ ແລະເຮືອປະມົງຂອງຈີນນັ້ນ.

ເບິ່ງສະໄລດ໌ ກຳປັ່ນລົບລຳໃໝ່ ຂອງຟິລິບປິນ

XS
SM
MD
LG