ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະໃຫ້ການປົກປ້ອງ ຟີລິບປິນ

A giant 10 meter (32.8 feet) wide stainless steel disc titled "Sky Mirror", a work of art by British artist Anish Kapoor, is displayed at the Museum of Contemporary Art in Sydney, Australia. The mirror has convex and concave surfaces creating constantly changing images as the sun and clouds in the sky move as well as people passing by.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວວ່າ ສະຫະລັດ
ມີຄວາມໝາຍໝັ້ນຕັ້ງໃຈທີ່ຈະປົກປ້ອງຟີລິບປິນ ທ່າມກາງທີ່ໄດ້ເກີດບັນຫາຂັດແຍ້ງໃນເລື່ອງ
ດິນແດນກັບຈີນໃນເຂດທະເລຈີນໃຕ້.

ທ່ານນາງ Clinton ໄດ້ຖະແຫຼງຕໍ່ພວກນັກຂ່າວ ລຸນຫຼັງການເຈລະຈາຫາລືທີ່ກຸງວໍຊິງຕັນໃນ
ວັນພະຫັດວານນີ້ ກັບລັດຖະມົນຕີການຕ່າງປະເທດຟີລິບປິນທ່ານ Albert del Rosario.
ທ່ານນາງເວົ້າວ່າປະເທດທັງສອງພວມຊອກຫາຊ່ອງທາງທາງທີ່ດີທີ່ສຸດທີ່ສະຫະລັດສາມາດ ໃຫ້ການຊ່ອຍເຫຼືອແກ່ຟີລິບປິນກ່ຽວກັບປັດໄຈຕ່າງໆທີ່ຟີລິບປິນອາດຈະຕ້ອງການນັ້ນ.

ສະຫະລັດແລະຟີລິບປິນ ໄດ້ລົງນາມໃນສົນທິສັນຍາວ່າດ້ວຍການປ້ອງກັນປະເທດຮ່ວມກັນ
ໃນປີ 1951 ຊຶ່ງບັງຄັບໃຫ້ປະເທດນຶ່ງຕ້ອງໄດ້ຊ່ອຍອີກປະເທດນຶ່ງໃນກໍລະນີທີ່ມີການໂຈມຕີ
ເກີດຂຶ້ນ.

ທ່ານນາງ Clinton ກ່າວໃນວັນພະຫັດວານນີ້ວ່າ ສະຫະລັດມີຄວາມວິຕົກກັງວົນ ຢ້ານວ່າ
ເຫດການໃນເຂດທະເລຈີນໃຕ້ ອາດຈະບ່ອນທຳລາຍຕໍ່ສັນຕິພາບແລະສະຖຽນລະພາບຢູ່ໃນ
ພູມີພາກແລະທ່ານນາງຍັງເວົ້າຕື່ມວ່າ ທ່ານນາງຄັດຄ້ານຕໍ່ການຂົ່ມຂູ່ທີ່ຈະໃຊ້ກຳລັງເພື່ອໃຫ້ ໄດ້ມາຊຶ່ງການອ້າງກຳມະສິດຂອງຝ່າຍໃດຝ່າຍນຶ່ງ. ທ່ານ del Rosario ກ່າວວ່າ ປະເທດ
ຂອງທ່ານພ້ອມແລ້ວທີ່ຈະລຸກຂຶ້ນຕ້ານຢັນກັບການກະທຳແບບຮຸກຮານຕ່າງໆຢູ່ໃນຂົງເຂດ.

ຫຼາຍໆປະເທດທີ່ມີອານາເຂດຕິດກັບທະເລຈີນໃຕ້ ຕ່າງກໍອ້າງກຳມະສິດເອົາທະເລບາງສ່ວນ
ເປັນເຂດເສດຖະກິດພິເສດຂອງຕົນ ແຕ່ຈີນແລະໄຕ້ຫວັນໄດ້ອ້າງກຳມະສິດເອົາທະເລຈີນໃຕ້
ທັງໝົດ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນອີງຕາມແຜນທີ່ໆມີອາຍຸມາໄດ້ຫຼາຍສັດຕະວັດ. ການຂັດ
ແຍ້ງມາເປັນເວລາດົນນານ ໄດ້ມີຄວາມສຳຄັນເພີ່ມຂຶ້ນ ຍ້ອນການເລັ່ງລັດໃນການສຳຫຼວດ
ຊອກຫາບໍ່ນໍ້າມັນແລະແກັສທຳມະຊາດຢູ່ພື້ນທະເລ.

ຟີລິບປິນໄດ້ມີຄວາມວິຕົກກັງວົນເປັນພິເສດກ່ຽວກັບການຊ້ອມລົບຂອງກອງທັບເຮືອຈີນໃກ້ໆ
ໝູ່ເກາະ Spratly ທີ່ມີການຂັດແຍ້ງກັນນັ້ນ.

XS
SM
MD
LG