ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລຂາທິການໃຫຍ່ UN ຢ້ຽມຢາມ ຟິລິບປິນ ສາມວັນ (ວີດີໂອ)


ເບິ່ງວີດີ ຂອງຂ່າວນີ້
ເບິ່ງວີດີ ຂອງຂ່າວນີ້
ຂະນະ​ນີ້ ທ່ານ​ພັນ ຄີ​ມູນ ​ເລຂາ​ໃຫຍ່​ຢູ​ເອັນ ຢູ່​ໃນປະ​ເທດ​ຟິລິບ​ປິນ ບ່ອນ​ທີ່ ທ່ານ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ​ຟິລິບ​ປິນ ທ່ານ Benigno Aquino ​ແລະ​ໄດ້​ສໍາຫຼວດ​ເມືອງ Tabloban ທີ່​ຖືກ​ຖະຫຼົ່ມຢ່າງ​ໜັກ​ ໂດຍ​ພາຍຸ​ໄຕ້​ຝຸ່ນ Haiyan ​ໃນ​ຕົ້ນ​ເດືອນ​ພະຈິກ​ຜ່ານ​ມາ.

ທ່ານ​ພັນ ຄີ​ມູນ ​ໄດ້​ເດີນທາງ​ໄປ​ເຖິງ​ເມືອງຫຼວງມະນິລາ ​ເມື່ອ​ຕອນແລງ ວັນ​ສຸກ​ຜ່ານ​ມາ​ນີ້ ​ເພື່ອຢ້ຽມຢາມ​ເປັນ​ເວລາ​ສາມ​ວັນ ທ່ານໄດ້​ໂທ​ລະ​ສັບຫາປະທານາທິບໍ​ດີ​ອາ​ຄີ​ໂນ ​ໃນ​ ຕອນ​ເຊົ້າວັນ​ເສົາ​ວານ​ນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບຄວາມ​ພະຍາຍາມ​ໃນ​ການ​ຊ່ວຍກູ້​ຄືນມາ ​ແລະສ້ອມ​ແຊມ​ສ້າງສາ​ຄືນ​ໃໝ່. ຫຼັງຈາກ​ນັ້ນ ທ່ານ​ໄດ້​ບິນ​ໄປ​ຍັງ Tacloban.

ຢູ່​ເມືອງທີ່​ຖືກທໍາລາຍ​ເສຍ​ຫາຍ​ຢ່າງ​ໜັກນັ້ນ ທ່ານ​ພັນ ຄີ​ມູນ ​ໄດ້​ບອກ​ພວກ​ຊາວ​ເມືອງ​ທັງ
ຫຼາຍວ່າ ບໍ່​ຕ້ອງ​ທໍ້​ໃຈຫຼືສິ້ນ​ຫວັງ ​ແລະ​ເວົ້າ​ວ່າ ຄົນ​ທັງໂ​ລກແມ່ນສະໜັບສະໜຸນ​ຢູ່​ເບື້ອງ
ຫຼັງ​ພວກ​ທ່ານ ​ແລະ​ເວົ້າອີກ​ວ່າ ຢູ​ເອັນ ກໍາລັງ​ພະຍາຍາມທີ່​ຈະ​ຫາ​ເງິນ​ໃຫ້​ໄດ້​ ຢ່າງ​ໜ້ອຍ
800 ລ້ານ​ໂດ​ລ່າ ​ໃນໄລຍະ​ປີ​ຕໍ່ໜ້າ​ນີ້ ​ເພື່ອ​ສະໜອງ​ການ​ຊວ່ຍ​ເຫຼືອ​ບັນ​ເທົາທຸກ​ຕ່າງໆ ​ເຊັ່ນ ອາຫານ ນໍ້າ ທີ່​ພັກ​ອາ​ໄສ ແລະ​ອະນາ​ໄມ ​ເປັນ​ຕົ້ນ.

ພາ​ຍຸ​ໄຕ້​ຝຸ່ນ​ໄຮ​ຢຽນ ທີ່​ໄດ້​ພັດຖະຫຼົ່ມ​ພາກ​ກາງ​ຟິລິບ​ປິນ ​ເມື່ອ​ວັນ​ທີ 8 ພະຈິກ​ຜ່ານ​ມາ ​ແມ່ນ​ເປັນ​ພາຍຸ​ທີ່​ມີ​ຄວາມແຮງ​ທີ່​ສຸດລູກ​ນຶ່ງ ທີ່ເຄີຍ​ພັດ​ເຂົ້າຝັ່ງ ບໍ່​ວ່າ​ຢູ່​ແຫ່ງຫົນ​ໃດ​ຂອງໂລກ.

​ພາຍຸ​ດັ່ງກ່າວ ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ປະມານ 6,000 ຄົນ ​ແລະ​ອີກ​ປະມານ 1,800 ຄົນ​ ຫາຍ​ສາບ​ສູນ.

Philippines Dec 22
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG