ພວກເຈົ້າໜ້າທີ່ຟິລິບປິນກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 101 ຄົນ ໃນເຫດພາຍຸໃຕ້ຝຸ່ນ
ສອງລູກປະທະເກາະໃຫຍ່ລູຊອນ ເມື່ອສອງອາທິດຜ່ານມາ ແລະອີກຫລາຍໝື່ນຄົນຕອ້ງ
ພັດພາກຖິ່ນຢູ່ອາໃສ ຍ້ອນໄພນໍ້າຖ້ວມໃນ ພື້ນທີ່ອັນກວ້າງໃຫຍ່.
ຫ້ອງການປ້ອງກັນພົນລະເຮືອນກ່າວໃນວັນອາທິດມື້ນີ້ວ່າ ມີຜູ້ຫາຍສາບສູນ 27 ຄົນ ຊຶ່ງ
ພາໃຫ້ຢ້ານກົວກັນວ່າ ຈໍານວນຜູ້ເສຍຊີວິດອາດມີເພີ່ມຂຶ້ນ.
ພາຍຸໃຕ້ຝຸ່ນ Nesat ໄດ້ພັດຖະຫລົ່ມໄປທົ່ວເກາະໃຫຍ່ລູຊອນເມື່ອວັນທີ 27 ເດືອນກັນຍາ
ຜ່ານມາ ແລະຕິດຕາມມາດ້ວຍພາຍຸໃຕ້ຝຸ່ນ Nalgae ເມື່ອວັນທີ 1 ເດືອນຕຸລານີ້ ໂດຍທີ່
ພາຍຸ ທັງສອງລູກດັ່ງກ່າວໄດ້ສ້າງຄວາມ ເສຍຫາຍແກ່ພວກແຂວງການກະເສດ ທາງພາກ
ເໜືອຂອງນະຄອນຫລວງ ມະນິລາ ຢ່າງຫລວງຫລາຍ.