ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟິລິບປີນ ຍົກຍ້າຍ ປະຊາຊົນ ເພື່ອຕຽມຮັບມື ກັບໄຕ້ຝຸ່ນ Hagupit


ປະຊາຊົນ ຟິລິບປີນ ພາກັນຍົກຍ້າຍຈາກບ້ານເຮືອນ ໄປຢູ່ສູນ ຫລົບໄພ.
ປະຊາຊົນ ຟິລິບປີນ ພາກັນຍົກຍ້າຍຈາກບ້ານເຮືອນ ໄປຢູ່ສູນ ຫລົບໄພ.

ປະຊາຊົນ 5 ແສນ​ຄົນ ​ໃນ​ຟິລິບ​ປີນ ​ໄດ້​ຖືກຍົກຍ້າຍ​ ອອກ​
ຈາກໝູ່​ບ້ານທີ່ຢູ່​ຕາມ​ແຄມຝັ່ງ​ທະ​ເລແລະ​ຂົງ​ເຂດ​ທີ່​ຈະ​ເກີດ
ດິນ​ເຈື່ອນ ກ່ອນທີ່ລົມໄຕ້​ຝຸ່ນ​ຮ້າຍ​ແຮງຈະ ໄປ​ເຖິງ.

ບັນດາ​ນັກ​ພະຍາກອນ​ອາກາດ​ເຕືອນ​ວ່າ ​ໄຕ້​ຝຸ່ນ Hagupit
ຄາດ​ວ່າ​ຈະພັດເຂົ້າ​ຖະຫລົ່ມ​ເຂົ້າ​ຟິລິບ​ປີນ ​ໃນ​ຕອນ​ແລງ​ວັນ
​ເສົາ​ມື້​ນີ້ ຫລື​ຕອນ​ເຊົ້າ​ວັນ​ອາທິດມື້ອື່ນ ​ຊຶ່ງ​ຈະມີຜົນກະທົບຕໍ່
ບາງພາກ​ສ່ວນ ຢູ່​ໃນ​ຂົງ​ເ​ຂດທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ
ໜັກຈາກລົມ​ພາຍຸ​ຮ້າຍ​ແຮງ Haiyan ​ໃນ​ປີ​ແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວວ່າ ປະມານ​ເຄິ່ງນຶ່ງ​ຂອງ​ແຂວງ​ຕ່າງໆ​
ໃນ​ປະ​ເທດ ຖືກ​ພິຈາລະ​ນາ​ວ່າ ຢູ່​ໃນ​ຄວາມ​ສ່ຽງ​ຈາກໄຕ້ຝຸ່ນ Hagupit.

ພາຍຸ​ດັ່ງກ່າວ ​ໄດ້​ອ່ອນ​ກຳລັງ​ລົງໜ້ອຍ​ນຶ່ງ ​ໃນ​ຂະນະ​ທີ່​ເຄື່ອນ​ຍ້າຍ​ຂ້າມມະຫາ​ສະມຸດປາຊິ
​ຟິກ ​ໃນ​ວັນ​ສຸກ​ວານ​ນີ້ ຊຶ່ງ​ຫລຸດລົງ​ມາຢູ່ໃຕ້ລະດັບ “Super Typhoon” ຫລືພາຍຸ​ຍັກ​ໃຫຍ່
​ໃນ​ຂະນະ​ທີ່​ຄວາມ​ແຮງ​ສຸດໄຕ້ຝຸ່ນ ໄດ້ຫລຸດລົງ​ມາ​ເຫລືອຢູ່່ 195 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ.
​ແຕ່ບັນດານັກ​ພະ​ຍາກ​ອນອາກາດທຳ ນາຍ​ວ່າ ໄຕຝຸ່ນ Hgupit ຈະ​ເປັນພາຍຸ​ແຮງ​ທີ່​ສຸດ
​ຈະພັດເຂົ້າ​ຖະຫລົ່ມ ຟິລິບ​ປີນ ​ໃນ​ປີ​ນີ້.

ບັນດາ​ນັກ​ພະຍາກອນ​ອາກາດ​ທໍານາຍ​ວ່າ ຈະມີຝົນຕົກ​ໜັກ ​ແລະ​ລົມ​ແຮງທີ່ຈະເຮັດໃຫ້ເກີດ
ຟອງ​ທະ​ເລ ສູງກວ່າສີ່​ແມັດ ​ມາ​ຢູ່​ຕາມ​ຊາຍຝັ່ງ​ທະ​ເລ.

PHILIPPINES TYPHOON UPD SOTVO
please wait

No media source currently available

0:00 0:00:47 0:00

XS
SM
MD
LG