ການຊ່ອຍເຫຼືອຕ່າງໆໃນທີ່ສຸດກໍຕົກໄປເຖິງເຂດສອກຫຼີກຫ່າງໄກ
ບາງແຫ່ງຂອງຟີລິບປິນ ໃນຂະນະທີ່ອີກບາງເຂດ ຍັງຖືກຕັດຂາດ
ຈາກໂລກພາຍນອກມາເປັນມື້ທີ 8 ແລ້ວ ຫຼັງຈາກລົມໄຕ້ຝຸ່ນຮ້າຍ
ແຮງ Haiyan ພັດເຂົ້າຖະຫຼົ່ມ ທີ່ເຮັດໃຫ້ຫຼາຍພັນຄົນ ເສຍຊີວິດ
ໄປນັ້ນ.
ໃນຂະນະທີ່ເວລານີ້ອາຫານການກິນແລະນໍ້າດື່ມທີ່ສະອາດມີໄວ້
ໃຫ້ຊາວຟີລິບປິນ ສ່ວນຫລວງຫຼາຍ ຢູ່ໃນເຂດພາກກາງຂອງປະ
ເທດແລ້ວ ແຕ່ກໍຍັງມີຫຼາຍຮ້ອຍພັນ ຫຼືອາດເປັນໄປໄດ້ຫຼາຍລ້ານ
ຄົນຍັງບໍ່ມີບ່ອນພັກພາອາໄສແລະບໍ່ມີນໍ້າສະອາດດື່ມບໍ່ມີອາຫານ
ການກິນແລະໄຟຟ້າໃຊ້ ຊຶ່ງບາງຄົນກໍໄດ້ຮັບການຊ່ອຍເຫລືອແຕ່
ພຽງເລັກນ້ອຍຫຼືບໍ່ໄດ້ຮັບເລີຍກໍມີ.
ທ່ານ Mar Roxas ລັດຖະມົນຕີກະຊວງພາຍໃນຂອງຟີລິບປິນ ກ່າວວ່າ ໃນສະພາບການ ແບບນີ້ຄວາມໄວແມ່ນສຳຄັນສຸດ. ໃນການຖະແຫຼງໃນວັນສຸກວານນີ້ຢູ່ທີ່ເມືອງ Tacloban ທີ່ໄດ້ຮັບຄວາມເສຍຫາຍ ຮ້າຍແຮງນັ້ນ ທ່ານເວົ້າວ່າ ຄວາມຕ້ອງການ ແມ່ນມີຢ່າງຫລວງ ຫຼາຍ ໃນທັນທີ ແລະກໍບໍ່ແມ່ນທຸກໆຄົນສາມາດເຂົ້າໄປເຖິງໄດ້.
ຂະນະດຽວກັນ ເຮືອບິນເຮຣີຄອບເຕີ້ ຈາກກຳປັ່ນບັນທຸກເຮືອບິນຂອງສະຫະລັດ ເລີ້ມໃນ
ວັນສຸກວານນີ້ ນຳເອົາອາຫານການກິນ ນໍ້າສະອາດແລະຢາປົວພະຍາດ ໄປຍັງໝູ່ບ້ານທີ່ ຢູ່ສອກຫລີກຫ່າງໄກຈຳນວນນຶ່ງ.
ເຈົ້າໜ້າທີ່ເວົ້າວ່າ ຈຳນວນຜູ້ເສຍຊີວິດໃນເວລານີ້ ແມ່ນກາຍ 3,600 ຄົນແລ້ວໃນຂະນະ ທີ່ອົງການສະຫະປະຊາຊາດເວົ້າວ່າຈຳນວນຄົນຕາຍແມ່ນສູງກວ່ານີ້ຄືມີ 4,500 ຄົນແລ້ວ ໄດ້ຮັບການຢືນຢັນວ່າເສຍຊີວິດ. ເປັນທີ່ຄາດກັນວ່າ ໂຕເລກຜູ້ເສຍຊີວິດ ຈະເພີ້ມຂຶ້ນຕື່ມ ໃນຂະນະທີ່ເວລານີ້ຍັງມີຜູ້ຫາຍສາບສູນເປັນຈຳນວນຫຼວງຫລາຍຢູ່.