ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄຕ້ຝຸ່ນ Haiyan ພັດຖະຫຼົ່ມ ພາກກາງ ຟີລິບປິນ (ສະໄລດ໌/ວີດີໂອ)


Haiyan ຊຶ່ງເປັນນຶ່ງ ໃນບັນດາລົມໄຕ້ຝຸ່ນທີ່ແຮງທີ່ສຸດເທົ່າທີ່ເຄີຍ
ບັນທຶກມາ ພັດເຂົ້າຖະຫຼົ່ມ ພາກກາງຂອງຟີລິບປິນ ຊຶ່ງໄດ້ພາໃຫ້
ເກີດດິນເຈື່ອນ ທຳລາຍຕຶກອາຄານແລະເຮັດໃຫ້ມີຜູ້ເສຍຊີວິດໄປ
ແລ້ວຢ່າງໜ້ອຍ 3 ຄົນ.

ຫຼາຍໆເຂດຂອງຟີລິບປິນ ບໍ່ມີໄຟຟ້າ ແລະການສື່ສານຄົມມະນາ
ຄົມໃຊ້ໃນວັນສຸກມື້ນີ້ ຂະນະທີ່ລົມໄຕ້ຝຸ່ນ Haiyan ພັດຂຶ້ນຝັ່ງຢູ່ທີ່
ເກາະ Layte ແລະເກາະ Samar.

ໄຕ້ຝຸ່ນຫົວນີ້ ຊຶ່ງຮູ້ກັນໃນພາສາຟີລິບປິນວ່າ Yolanda ນັ້ນ ມີລົມ
ແຮງກວ່າ 350 ກິໂລແມັດ ຕໍ່ຊົ່ວໂມງ ໃນຂະນະທີ່ພັດເຂົ້າຖະຫຼົ່ມ
ເກາະທັງສອງ. ພວກນັກພະຍາກອນອາກາດ ບາງຄົນເວົ້າວ່າ ຍ້ອນຄວາມແຮງຂອງລົມຈຶ່ງ
ເຮັດໃຫ້ໄຕ້ຝຸ່ນຫົວນີ້ ເປັນໄຕ້ຝຸ່ນທີ່ແຮງທີ່ສຸດ ເທົ່າທີ່ເຄີຍມີການບັນທຶກກັນມາ ເວລາພັດຂຶ້ນ
ຝັ່ງ.

ເຈົ້າໜ້າທີ່ເວົ້າວ່າ ມີ 3 ຄົນແລ້ວໄດ້ຮັບການຢືນຢັນວ່າເສຍຊີວິດແລະ 7 ຄົນບາດເຈັບ ເຖິງ ແມ່ນເບິ່ງຊົງວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ້ມຂຶ້ນຢ່າງແນ່ນອນ. ມີການຍົກຍ້າຍປະຊາ ຊົນຫຼາຍກວ່າ 700,000 ຄົນຢູ່ໃນ 29 ແຂວງ.

ທ່ານ Sonny Coloma ໂຄສົກຂອງປະທານາທິບໍດີ ກ່າວວ່າ ລັດຖະບານ ພວມເຮັດວຽກ ຢ່າງໜັກເພື່ອແຈກຢາຍເຄື່ອງບັນເທົາທຸກ ແລະປ້ອງກັນບໍ່ໃຫ້ປະຊາຊົນບາດເຈັບລົ້ມຕາຍ ເປັນຈຳນວນຫຼວງຫລາຍ ຢູ່ໃນເຂດທີ່ປະສົບໄພ.

ທ່ານເວົ້າວ່າ “ສິ່ງຂອງຕ່າງໆໄດ້ຖືກສົ່ງໄປແລະເກັບໄວ້ຢູ່ໃນຂົງເຂດທີ່ມີຄວາມວິຕົກກັງວົນ ກ່ອນແລ້ວ. ເວລານີ້ ພວກເຂົາເຈົ້າກຳລັງສະໜອງຕອບ ຕໍ່ຄວາມຕ້ອງການ ທີ່ຍັງມີຢູ່ຕໍ່ມາ. ໃຫ້ພວກເຮົາຈຳໄວ້ວ່າ ເຫດຮ້າຍຫຼາຍໆຄັ້ງຜ່ານມານັ້ນ ທີ່ຄ້າຍຄືກັນກັບຄັ້ງນີ້ ສິ່ງທີ່ປະທາ ນາທິບໍດີຕ້ອງການກໍຄືການໃຫ້ຄວາມຊ່ອຍເຫຼືອທາງດ້ານອາຫານທີ່ທັນເວລາແລະພຽງພໍ.”

ແຕ່ໃນຫລາຍໆເຂດ ທີ່ປະສົບໄພຮ້າຍແຮງໃນວັນສຸກມື້ນີ້ ແມ່ນຍັງເຂົ້າໄປບໍ່ທັນເຖິງ ແລະ
ຂອບເຂດຂອງຄວາມເສຍຫາຍ ແມ່ນຍັງບໍ່ທັນເປັນທີ່ຮູ້ກັນເທື່ອ.

Year's Strongest Storm Makes Landfall in Central Philippines
please wait

No media source currently available

0:00 0:01:11 0:00
ລິງໂດຍກົງ
XS
SM
MD
LG