ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ່ອຍເຫຼືອ ບັນເທົາທຸກ ຂະຫຍາຍອອກອີກ ທີ່ຟີລິບປີນ (ວີ​ດີ​ໂອ/ສະ​ໄລ​ດ໌)


Aquino Vows to Stay in Typhoon-hit Central Philippines
please wait

No media source currently available

0:00 0:01:01 0:00
ລິງໂດຍກົງ
ຂອບ​ເຂດ​ຂອງ​ການ​ສົ່ງ​ສະບຽງ​ບັນ​ເທົາ​ທຸກນາໆ​ຊາດ​ໄປ​ຍັງ​ຟີ​ລິບ
​ປີນ​ທີ່​ໄດ້​ຖືກ​ປະ​ທະຢ່າງໜັກ​ຈາກ​ລົມ​ໄຕ້​ຝຸ່ນ​ໄດ້​ຂະຫຍາຍ​ກວ້າງ
​ອອກ​ອີກ​ໃນ​ວັນ​ຈັນ​ມື້​ນີ້ ທີ່​ພວກ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ຂອງ​ກອງທັບ
​ສະຫະລັດ ​ໄດ້​ຖິ້ມ​ພວກ​ເຂົ້າປາ​ອາຫານ ນ້ຳ​ດື່ມ​ນ້ຳ​ໃຊ້​ແລະ​ເຄື່ອງ​
ບັນ​ເທົາ​ທຸກ​ອື່ນໆ​ໃຫ້​ພວກ​ປະຊາ​ຄົມ​ຕ່າງໆ​ໃນ​ເກາະ​ແລະ​ພູ​ຜາ​ໃນ
​ເຂດ​ຫ່າງ​ໄກ.

ກຳ​ປັ່ນ​ບັນທຸກ​ເຮືອບິນ USS George Washington ຂອງ​ສະຫະລັດ​ກຳລັງ​ຖືກ​ໃຊ້​ເປັນ​ສູນ​ກາງ​ຄວາມ​ພະຍາຍາມ​ໃຫ້ການ​ຊ່ອຍ​ເຫຼືອ​ຕ່າງໆໂດຍ​ໃຫ້​ເຮືອບິນ​ສົ່ງ​ເຄື່ອງ​ບັນ​ເທົາ​ທຸກໄປ​ແຈກ​ຢາຍ ​ແລະ​ນຳພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຫຼາຍ​ຮ້ອຍ​ຄົນ​ມາ​ຮັບ​ເອົາ​ຂອງ​ຊ່ອຍ​ເຫຼືອ​ແລະ​ຮັບ​ການ​ປິ່ນປົວ​ດ້ານ​ການ​ແພດ​ນັ້ນ.

ຢູ່​ທາງບົກ​ນັ້ນ ​ໄດ້​ມີ​ຮ່ອງຮອຍຕ່າງໆ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ປະຊາ​ຄົມ​ຕ່າງໆ​ທີ່​ໄດ້​ຮັບຄວາມ​ເສຍ​ຫາຍ​ໜັກ​ນັ້ນ ​ເລີ້ມ​ຟື້ນ​ໂຕຄືນ​ແລ້ວ ​ໂດຍ​ມີ​ການ​ໄຂ​ຕະຫຼາດ​ ​ແລະ​ປ້ຳ​ນ້ຳມັນບາງ​ແຫ່ງ​ຄືນ. ປະຊາຊົນ​ພາກັນ​ເລີ້ມ​ສ້ອມ​ແປງ​ບ້ານ​ເຮືອນ​ທີ່ເປ່​ເພ​ຂອງ​ຕົນ​ຄືນ ຫຼື​ພາກັນ​ປຸກ​ບ່ອນພັກ​ພາ​ອາ​ໄສ​ຊົ່ວຄາວ​ຄືນ​ ​ໂດຍ​ໃຊ້​ສິ່ງ​ສະຫຼັກ​ພັງ​ຂອງ​ບ້ານ​ເຮືອນ​ເກົ່າ​ຂອງ​ຕົນນັ້ນ.

ລັດຖະບານ​ສະຫະລັດ​ປະກາດ​ໃຫ້ການ​ຊ່ອຍ​ເຫຼືອ​ຕື່ມ​ອີກ​ເປັນ​ເງິນ 10 ລ້ານ​ດອນ​ລາ ຊຶ່ງ​ເຮັດ​ໃຫ້ການ​ຊ່ອຍ​ເຫຼືອ​ຂອງ​ສະຫະລັດ​ທັງ​ໝົດ​ເປັນ​ຈຳນວນ 37 ລ້ານ​ດອນ​ລາ​ແລ້ວ​ມາ​ຮອດປັດຈຸບັນ​ນີ້.

ປະທານາທິບໍດີ Benigno Aquino ​ແຫ່ງ​ຟີ​ລິບ​ປີນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ຢູ່​ໃນ​ພາກ​ກາງ​ຂອງ​ປະ​ເທດຊຶ່ງ​ເປັນ​ຈຸດ​ໃຈ​ກາງ​ທີ່​ພາຍຸ​ໄຕ້​ຝຸ່ນ​ປະ​ທະ​ຢ່າງ​ໜັກ​ນັ້ນ​ຕໍ່​ໄປຈົນ​ຮອດ​ເວລາ​ໃດ​ທີ່​ທ່ານ​ມີ​ຄວາມ​ພໍ​ໃຈ​ນຳ​ຄວາມ​ພະຍາຍາມ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ພວກ​ທີ່​ລອດ​ຊີວິດ​ມາ​ໄດ້​ຈາກພາຍຸ​ລູກ​ດັ່ງກ່າວ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 8 ພະຈິກເດືອນ​ນີ້.



XS
SM
MD
LG