ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍສອງຄົນ ໄດ້ເສຍຊີວິດຍ້ອນພາຍຸ ໄຕ້ຝຸ່ນໃນ ຟີລິບປິນ


ຜູ້ຊາຍຄົນໜຶ່ງບາຍຫົວໝາໂຕໜຶ່ງຢູ່ຖະໜົນທີ່ຖືກນ້ຳຖ້ວມ ຍ້ອນພາຍຸໄຕ້ຝຸ່ນ ນົກເຕັນ ໃນເມືອງ Quezon ພາກເໜືອຂອງນະຄອນ ມະນິລາ, ຟີລິບປິນ. 26 ທັນວາ, 2016.
ຜູ້ຊາຍຄົນໜຶ່ງບາຍຫົວໝາໂຕໜຶ່ງຢູ່ຖະໜົນທີ່ຖືກນ້ຳຖ້ວມ ຍ້ອນພາຍຸໄຕ້ຝຸ່ນ ນົກເຕັນ ໃນເມືອງ Quezon ພາກເໜືອຂອງນະຄອນ ມະນິລາ, ຟີລິບປິນ. 26 ທັນວາ, 2016.

ຢ່າງໜ້ອຍ ປະຊາຊົນ 2 ຄົນໄດ້ເສຍຊີວິດໃນຂະນະທີ່ພາຍຸໄຕ້ຝຸ່ນ ນົກເຕັນ ເຊິ່ງໄດ້ທຳ ລາຍການສະເຫຼີມສະຫຼອງບຸນ ຄຣິສມາສ ຂອງປະເທດ ຟີລິບປິນ ອອກເປັນສ່ວນໆນັ້ນ, ໄດ້ນຳເອົາລົມທີ່ພັດຢ່າງແຮງ ແລະ ຝົນເຂົ້າສູ່ນະຄອນຫຼວງ ມະນີລາ ໃນວັນຈັນມື້ນີ້.

ພາຍຸດັ່ງກ່າວໄດ້ພັດເຂົ້າປະເທດໃນຕອນແລງຂອງວັນອາທິດວານນີ້ ໃນເກາະເຂດຊົນ ນະບົດ Catanduanes ດ້ວຍຄວາມດັນຂອງລົມແຮງເຖິງ 255 ກິໂລແມັດຕໍ່ຊົ່ວໂມງ.

ບັນດາເຈົ້າໜ້າທີ່ພະຍາກອນອາກາດກ່າວວ່າ ເຖິງແມ່ນວ່າມັນໄດ້້ອ່ອນກຳລັງລົງໃນວັນ ຈັນມື້ນີ້, ແຕ່ພາຍຸໄຕ້ຝຸ່ນນີ້ກໍຍັງມີແຮງດັນສູງເຖິງ 130 ກິໂລແມັດຕໍ່ຊົ່ວໂມງຢູ່ ແລະ ມີລົມ ແຮງເປັນບາດໆເຖິງ 215 ກິໂລແມັດຕໍ່ຊົ່ວໂມງ.

ຕຳຫຼວດໄດ້ລາຍງານວ່າ ຜົວເມຍຄູ່ໜຶ່ງໄດ້ເສຍຊີວິດຫຼັງຈາກພວກເຂົາເຈົ້າໄດ້ຖືກພັດໄປ ໂດຍນ້ຳຖ້ວມກະທັນຫັນໃນແຂວງ Albay ທາງພາກໃຕ້ຂອງນະຄອນຫຼວງ ມະນີລາ.

ປະຊາຊົນຫຼາຍເຖິງ 200,000 ຄົນ ໄດ້ຖືກສັ່ງໃຫ້ອົບພະຍົບອອກຈາກບ້ານເຮືອນຂອງ ພວກເຂົາເຈົ້າ, ແຕ່ບັນດາເຈົ້າໜ້າທີ່ກ່າວວ່າ ມັນຍາກຫຼາຍທີ່ຈະເຮັດໃຫ້ພວກເຂົາເຈົ້າໜີ ອອກຈາກເຮືອນ ຍ້ອນວ່າມັນເປັນວັນພັກຄຣິສມາສ, ເຊິ່ງເປັນການສະເຫຼີມສະຫຼອງທີ່ ໃຫຍ່ທີ່ສຸດໃນປະເທດທີ່ປະຊາຊົນສ່ວນໃຫຍ່ນັບຖືສາສະໜາ ຄຣິສຕຽນ.

ບັນດາເຈົ້າໜ້າທີ່ປ້ອງກັນພົນລະເຮືອນໄດ້ກ່່າວວ່າ ຖ້ຽວບິນພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 80 ຖ້ຽວໄດ້ຖືກຍົກເລີກ. ພວກເຂົາເຈົ້າໄດ້ເຕືອນວ່ານະຄອນຫຼວງ ມະນີລາ ອາດມີ “ຝົນທີ່ຕົກລົງຢ່າງໜັກ, ນໍ້ຳຖ້ວມກະທັນຫັນ ແລະ ລົມທີ່ພັດແຮງ” ໃນເວລາພາ ຍຸໂຈມຕີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG