ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟິລິບປິນ ປະກາດ ຈະປັບປຸງ ກອງທັບເຮືອ ທີ່ ທະເລຈີນໃຕ້


ສະມາຊິກ ໜ່ວຍປະຕິບັດງານພິເສດຄົນນຶ່ງ ຂອງກອງທັບເຮືອ ຟິລິບປີນ
ສະມາຊິກ ໜ່ວຍປະຕິບັດງານພິເສດຄົນນຶ່ງ ຂອງກອງທັບເຮືອ ຟິລິບປີນ

ຟິລິບ​ປີນໄດ້​ປະກາດ​ແຜນການທີ່ຈະປັບປຸງ​ກອງທັບ​ເຮືອ​ຂອງ​
ຕົນ​ໃຫ້ທັນສະໄໝ ຕື່ມຂຶ້ນໃນທະ​ເລ​ຈີນ​ໃຕ້ ບ່ອນ​ທີ່​ຟີີລິບປິນ ພວມພົວພັນໃນບັນຫາຂັດແຍ້​ງເລື້ອງ​ເຂດ​ນໍ້າ​ ແດນ​ດິນ​ທາງ​ທະ
​ເລ ກັບ​ປັກ​ກິ່ງ.

ນາຍ​ພົນເຮືອ​ຕີ Caesar Taccad ກ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ
ມະນີ​ລາ ຈະ​ຊື້​ກຳ​ປັ່ນ​ລົບ​ສອງ​ລໍາ ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ສອງ​
ລໍາ ​ ແລະ​ເຮືອ​ປືນ 3 ລຳ​ ອັນເປັນ​ພາກສ່ວນ​ນຶ່ງໃນການປັບປຸງ
ດັ່ງກ່າວ. ນາຍພົນ Taccad ກ່າວ​ວ່າ ​ເກົາຫລີ​ໃຕ້ ສະ​ເປ​ນ ​
ແລະ​ຝຣັ່ງ ​ໄດ້​ເຂົ້າຮ່ວມປະມູນໃນການຂາຍ​ກຳ​ປັ່ນ​ດັ່ງກ່າວ.
ອິນ​ໂດ​ເນ​ເຊຍ ​ແລະອີ​ຕາ​ລີ ກໍຮ່ວມປະມູນໃນການຂາຍເຮືອ
ບິນ​ເຮ​ລິ​ຄອບ​ເຕີ ​ໃນ​ຂະນະ​ທີ່ເຮືອ​ປືນທັງ 3 ​ອາດ​ຈະ​ມາ​ຈາກໄຕ້​ຫວັນ ຫລື​ຈາກ​ບ່ອນ​ສ້າງ​
ເຮືອ​ອຶ່ນໆ.

ທ່ານ​ ​ໄດ້​ປະກາດ​ຢູ່​ເທິງ​ກຳປັ່ນລົບ BRP Gregorio del Pilar ທີ່ເປັນ​ອະດີດ ​ເຮືອ​ຍາມ​
ຝັ່ງສະຫະລັດ ຊຶ່ງປັດ​ຈຸ​ບັນ​ນີ້​ເປັນ​ເຮືອ​ລົບທີ່ສຳຄັນສຸດຂອງມະນີ​ລາ.

ທ່ານ Taccad ກ່າວ​ວ່າ ​ການປັບປຸງດັ່ງກ່າວແມ່ນ​ແນໃສ່​ເພື່ອ​ປ້ອງ​ກັນອະທິປະ ໄຕຂອງ
ຟິລິບ​ປີນ ​ແລະເຂົ້າຮັບໜ້າທີ່ "ອັນຮີບດ່ວນ​ບາງ​ຢ່າງ” ​ເນື່ອງ​ຈາກ​ເຫດ ການ​ຫວ່າງ​ມໍ່ໆ​ມາ​
ນີ້ ​ຢູ່ທະ​ເລ​ຈີນໃຕ້.

ຈີນ ​ໄດ້​ອ້າງ​ເອົາກຳມະສິດເກືອບທັງ​ໝົດເກືອບ 3 ລ້ານ 5 ​ແສນ​ຕະລາງ​ກິ​ໂລ​ແມັດ​ຂອງ​
ທະ​ເລຈີນໃຕ້ ທີ່​ເຮັດ​ໃຫ້ຈີນໄດ້ເກີດການຂັດແຍ້ງກັບຟິລິບ​ປີນ ຫວຽດນາມ ມາ​ເລ​ເຊຍ
ບູຣ​ໄນ ​ແລະ​ໄຕ້​ຫວັນ.

ການ​ຂັດແຍ້​ງ​ໄດ້ເພີ້​ມ​ເຄັ່ງຕຶງຂື້ນໃນໄລຍະສອງສາມປີຜ່ານມາ​ນີ້ ໃນ​ຂະນະ​ທີ່​ບັນດາ​ປະ
​ເທດ​ຕ່າງໆ ເພີ້ມການຊອກຄົ້ນ​ຫາ​ນໍ້າມັນ ​ແລະ​ແກັສຢູ່​ພື້ນ​ທະ​ເລ.

XS
SM
MD
LG