ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນໍາຟິລິບປິນ ເຈລະຈາລັບໆ ກັບຫົວໜ້າກຸ່ມໂມໂຣ ທີ່ຍີ່ປຸ່ນ


ທ່ານ Murad Ebrahim, ປະທານກຸ່ມແນວໂຮມປົດປ່ອຍອິສລາມ Moro
ທ່ານ Murad Ebrahim, ປະທານກຸ່ມແນວໂຮມປົດປ່ອຍອິສລາມ Moro

ພວກເຈົ້າໜ້າທີ່ຟິລິບປິນກ່າວວ່າ ເມື່ອຕອນບ່າຍວັນພະຫັດວານນີ້ ປະທານາທິບໍດີ
Benigno Aquino ໄດ້ພົບປະກັນຢ່າງລັບໆທີ່ປະເທດຍີ່ປຸ່ນກັບຫົວໜ້າກຸ່ມກະບົດ ຊາວມູສລິມທີ່ໃຫຍ່ທີ່ສຸດຂອງຟິລິບປິນ ແລະ​ໄດ້ຕົກລົງກັນ ທີ່ຈະເລັ່ງລັດການເຈລະຈາ
ສັນຕິພາບ ​ໃຫ້​ໄວ​ຂຶ້ນ.

ຖະ​ແຫລ​ງຂ່າວສະບັບນຶ່ງຈາກລັດຖະບານຟິລິບປິນ​ໃນວັນສຸກມື້ນີ້ ເວົ້າວ່າ ທ່ານ
ອະຄີໂນ ໄດ້ພົບປະກັບທ່ານມູຣາດ ອີ​ບຣາຮີມ ປະທານ​ແນວ​ໂຮມປົດປ່ອຍ ອິສລາມ
Moro ເປັນເວລາເກືອບສອງຊົ່ວໂມງຢູ່ທີ່ໂຮງແຮມແຫ່ງນຶ່ງ ໃກ້ໆກັບສະໜາມບິນນາ
ຣີຕະຂອງໂຕກຽວ ​ແລະທັງສອງຄົນ​ໄດ້ຕົກລົງກັນທີ່ຈະເລັ່ງລັດການເຈລະຈາ.

ກຸ່ມດັ່ງກ່າວໄດ້ກໍ່ການກະບົດຢ່າງນອງເລືອດ ມາໄດ້ຫລາຍກວ່າສາມທົດສະວັດແລ້ວ
ເພື່ອ​ໃຫ້​ມີ​ສິດປົກຄອງຕົນເອງທີ່ເກາະມິນດານາວທາງພາກໃຕ້ຂອງປະເທດ.

ຊາວມຸສລິມ ຟິລິບປິນ ໄດ້ພາກັນຈົ່ມທຸກວ່າ ພວກ​ຕົນ​ໄດ້​ຮັບ​ການຈໍາແນກກີດກັນຢ່າງ
​ເປັນ​ທາງ​ການ ໂດຍລັດຖະບານຟິລິບປິນຊຸດ​ແລ້ວ​ຊຸດ​ເລົ່າ ແລະຈາກຊາວຄາທໍລິກ
ທີ່​ເປັນ​ຊົນ​ກຸ່ມ​ໃຫຍ່​ໃນ​ປະ​ເທດ​ນັ້ນ ໂຮມທັງການຈໍາແນກກີດກັນ ດ້ານບ້ານຢູ່ອາໃສ
ແລະການສຶກສາ ຕະຫລອດທັງການຂາດແຄນງົບປະມານຂອງລັດຖະບານສໍາລັບ
ຂົງ​ເຂດພາກໃຕ້ຂອງປະເທດ ທີ່​ມີຊາວມຸສລິມອາ​ໃສ​ຢູ່​ເປັນສ່ວນໃຫຍ່ນັ້ນ.

XS
SM
MD
LG