ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຟີລິບປິນ ພິຈາລະນາ ຖອນທະຫານ ຈາກເຂດ Golan


ຜູ້ຊາຍຄົນນຶ່ງ ກຳລັງອ່ານຖະແຫຼງການ ຂະນະທີ່ ກຳລັງຮັກສາສັນຕິພາບ ສປຊ ຊາວຟີລິບປິນ 4 ຄົນ ນັ່ງຢູ່ທາງໜ້າ ທີ່ເມືອງ Daraa ໃນປະເທດຊີເຣຍ (9 ພຶດສະພາ 2013)
ຜູ້ຊາຍຄົນນຶ່ງ ກຳລັງອ່ານຖະແຫຼງການ ຂະນະທີ່ ກຳລັງຮັກສາສັນຕິພາບ ສປຊ ຊາວຟີລິບປິນ 4 ຄົນ ນັ່ງຢູ່ທາງໜ້າ ທີ່ເມືອງ Daraa ໃນປະເທດຊີເຣຍ (9 ພຶດສະພາ 2013)
ລັດຖະບານຟີລິບປິນ ພວມພິຈາລະນາທີ່ຈະຖອນທະຫານຂອງ
ຕົນທັງໝົດໃນກອງກຳລັງຮັກສາສັນຕິພາບຂອງອົງການສະຫະ
ປະຊາຊາດ ທີ່ປະຈຳການຢູ່ໃນເຂດພູພຽງ Golan ຫລັງຈາກທະ ຫານຂອງຕົນ 4 ຄົນ ຖືກລັກພາໂຕໄປໂດຍ ພວກຕໍ່ຕ້ານລັດຖະ ບານຊີເຣຍ.

ລັດຖະມົນຕີການຕ່າງປະເທດຂອງຟີລິບປິນ ທ່ານ Albert del
Rosario ກ່າວໃນວັນສຸກມື້ນີ້ວ່າ ທ່ານໄດ້ສະເໜີ ຕໍ່ປະທານາທິ
ບໍດີ Benigno Aquino ໃຫ້ຖອນກຳລັງຮັກສາສັນຕິພາບຂອງ
ຟີລິບປິນຈຳນວນ 300 ກວ່າຄົນ ອອກຈາກເຂດດັ່ງກ່າວ. ທ່ານ
Del Rosario ກ່າວຕໍ່ພວກນັກຂ່າວວ່າ ຖ້າທ່ານ Aquino ໃຫ້
ການອະນຸມັດກ່ຽວກັບການຖອນກຳລັງທະຫານຟີລິບປິນຈະມີຂຶ້ນໂດຍໄວເທົ່າທີ່ຈະໄວໄດ້.

ພວກຕໍ່ຕ້ານລັດຖະບານຊີເຣຍ ໄດ້ຈັບກຳລັງຮັກສາສັນຕິພາບຟີລິບປິນ 4 ຄົນ ທີ່ດ່ານສັງ
ເກດການແຫ່ງນຶ່ງ ຢູ່ເຂດພູພຽງ Golan ໃນມື້ວັນອັງຄານຜ່ານມາ ພາຍໃນເວລາພຽງສອງ ເດືອນເທົ່ານັ້ນ ຫຼັງຈາກໄດ້ປ່ອຍທະຫານຟີລິບປິນ 21 ຄົນທີ່ຖືກລັກພາໂຕໄປໂດຍພວກຕໍ່ ຕ້ານລັດຖະບານກຸ່ມດຽວກັນນີ້ທີ່ໄດ້ຈັບທະຫານຟີລິບປິນໄວ້ເປັນເວລາ 4 ມື້.

ທ່ານ Del Rosario ເອີ້ນການລັກພາໂຕດັ່ງກ່າວນີ້ວ່າ ເປັນການລະເມີດຕໍ່ກົດໝາຍນາໆ ຊາດ ແລະເວົ້າວ່າ ຊາວຟີລິບປິນບໍ່ຄວນທີ່ຈະຖືກໃຊ້ເປັນກົນລະຍຸດ ໃນການເຮັດສົງຄາມ ເຫຼົ່ານັ້ນ.
XS
SM
MD
LG