ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

ຟີ​ລິບ​ປິນ ຮຽກ​ຕົວ​ທູດ​ພິ​ເສດ ຈີນ ມາ​ພົບ ກ່ຽວ​ກັບ ເຫດ​ການ​ໃຊ້​ທໍ່​ສິດ​ນ້ຳ​ໃສ່​ກຳ​ປັ່ນ


ໃນ​ພາບ​ຈາກວິ​ດີ​ໂອ​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ເຈົ້າ​ໜ້າ​ທີ່​ຍາມ​ຊາ​ຍ​ຝັ່ງ​ຂອງ ຟີ​ລິບ​ປິນ, ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ ຟີ​ລິບ​ປິນ ຖືກ​ຍິງ​ນ້ຳ​ໃສ່​ໂດຍ​ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ ຈີນ ໃກ້​ກັບ​ໝູ່​ເກາະ ສ​ກາ​ໂບ​ໂຣ ໃນ​ທະ​ເລ​ຈີນ​ໃຕ້, 30 ເມ​ສາ 2024.
ໃນ​ພາບ​ຈາກວິ​ດີ​ໂອ​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ເຈົ້າ​ໜ້າ​ທີ່​ຍາມ​ຊາ​ຍ​ຝັ່ງ​ຂອງ ຟີ​ລິບ​ປິນ, ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ ຟີ​ລິບ​ປິນ ຖືກ​ຍິງ​ນ້ຳ​ໃສ່​ໂດຍ​ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ ຈີນ ໃກ້​ກັບ​ໝູ່​ເກາະ ສ​ກາ​ໂບ​ໂຣ ໃນ​ທະ​ເລ​ຈີນ​ໃຕ້, 30 ເມ​ສາ 2024.

ລັດ​ຖະ​ບານ ມະ​ນີ​ລາ ໄດ້​ຮຽກ​ຕົວ​ທູດ​ພິ​ເສດ​ອາ​ວຸ​ໂສ​ຂອງ ຈີນ ມາ​ພົບ​ ໃນ​ວັນ​ພະ​ຫັດ​ມື້ນີ້ ​ເພື່ອ​ປະ​ທ້ວງ​ຕໍ່​ເຫດ​ການ​ຍິງ​ທໍ່​ສີດ​ນ້ຳ​ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ກຳ​ປັ່ນ​ຂອງ ຟີ​ລິບ​ປິນ ສອງ​ລຳ​ໃນ​ລະ​ຫວ່າງ​ການ​ລາດ​ຕະ​ເວນ​ໃນ​ທະ​ເລ​ຈີນ​ໃຕ້.

ກຳ​ປັ່ນ​ຍາມ​ຊາຍ​ຝັ່ງ ແລະ ເຮືອ​ລັດ​ຖະ​ບານ​ອີກ​ລຳ​ນຶ່ງ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນເຫດ​ການ​ທີ່​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 30 ເມ​ສາ​ທີ່​ຜ່ານ​ມາ ​ໃກ້​ກັບ​ໝູ່​ເກາະ ສ​ກາ​ໂບ​ໂຣ ທີ່​ມີ​ບັນ​ຫາ​ຂັດ​ແຍ້ງ​ກັນ, ອີງ​ຕາມ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ຟີ​ລິບ​ປິນ.

ມະ​ນີ​ລາ ແລະ ປັກ​ກິ່ງ ມີ​ປະ​ຫວັດ​ຂອງ​ຄວາມ​ຂັດ​ແຍ້ງ​ດ້ານ​ເຂດ​ແດນ​ໃນ​ທະ​ເລ​ຈີນ​ໃຕ້​ມາ​ດົນ​ນານ​ແລ້ວ, ແລະ ສອງ​ປະ​ເທດ​ທີ່​ຢູ່​ໃກ້​ຄຽງ​ກັນ​ດັ່ງ​ກ່າວ ​ແມ່ນ​ໄດ້​ມີ​ສ່ວນ​ຮ່ວມ​ໃນ​ເຫດ​ການ​ທາງ​ທະ​ເລ​ໃນ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມາ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຢືນ​ຢັນການ​ກ່າວ​ອ້າງ​ແບບບ​ດຽວ​ກັນ​ໃນ​ເຂດ​ນ້ຳ​ຍຸດ​ທະ​ສາດ​ດັ່ງ​ກ່າວ.

ເຫດ​ການຫຼ້າ​ສຸດນີ້, ຢູ່​ໃກ້​ກັບ​ໝູ່​ເກາະ​ ສ​ກາ​ໂບ​ໂຣ ທີ່​ຖືກ​ຄວບ​ຄຸມ​ໂດຍ​ຈີນ, ໄດ້​ເກີດ​ຂຶ້ນ​ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ເຕີມ​ສະ​ບຽງ​ຂອງ​ບັນ​ດາ​ນັກ​ຫາ​ປາ​ຊາວ ຟີ​ລິບ​ປິນ.

ທ່ານ ໂຊ ຊີ​ຢອງ, ເຈົ້າ​ໜ້າ​ທີ່​ໝາຍ​ເລກ​ສອງ​ຢູ່​ສະ​ຖານ​ທູດ ຈີນ, ໄດ້​ຖືກ​ຮຽກ​ຕົວ​ມາ​ພົບ​ໂດຍ​ລັດ​ຖະ​ບານ ມະ​ນີ​ລາ ກ່ຽວ​ກັບ “ການ​ຮາ​ວີ​ລົບ​ກວນ, ການ​ຂັບ​ເຮືອ​ຕຳ, ການ​ລຸມ​ໃສ່, ການ​ຕິດ​ຕາມ​ຢ່າງ​ໃກ້​ຊິດ ແລະ ກີດ​ກັ້ນ, ການ​ເດີນ​ເຮືອ​ທີ່​ອັນ​ຕະ​ລາຍ, ການໃຊ້​ທໍ່​ສີດ​ນ້ຳ ແລະ ການ​ກະ​ທຳ​ທີ່​ດຸ​ຮ້າຍ​ອື່ນໆ​ຂອງ​ກຳ​ປັ່ນ​ຍາ​ມ​ຊາຍ​ຝັ່ງຂອງຈີນ ແລະ ທະ​ຫານ​ບ້ານ​ທາງ​ທະ​ເລຂອງຈີນ,” ອີງ​ຕາມ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ກະ​ຊວງ​ໄດ້​ກ່າວ​ຕື່ມ​ວ່າ “ການ​ກະ​ທຳ​ທີ່​ດຸ​ຮ້າຍ​ຂອງ ຈີນ, ໂດຍ​ສະ​ເພາະ​ແມ່ນ​ການ​ໃຊ້​ທໍ່​ສີດ​ນ້ຳ​ຂອງ​ພວກ​ເຂົາ, ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ” ຕໍ່​ກຳ​ປັ່ນຫຼາຍ​ລຳ​ຂອງ ຟີ​ລິບ​ປິນ, ໂດຍ​ຮຽກ​ຮ້ອງ​ໃຫ້ເຮືອ​ຂອງ ຈີນ ໜີ​ອອກ​ຈາກ​ໝູ່​ເກາະ ແລະ ຂອບ​ເຂດ​ຂອງ​ເຂົາ​ເຈົ້າ​ໃນ​ທັນ​ທີ.

ຟີ​ລິບ​ປິນ ໄດ້​ກ່າວ​ວ່າ ​ແຮງ​ດັນ​ໃນ​ເຫດ​ການ​ທໍ່​ສີດ​ນ້ຳ​ຂອງວັນ​ອັງ​ຄານ​ທີ່​ຜ່ານ​ມາ​ແມ່ນ​ຮຸນ​ແຮງກວ່າ​ທໍ່ສີດນ້ຳ ​ທີ່​ຖືກ​ໃຊ້​ກ່ອນ​ໜ້ານີ້ຫຼາຍ, ແລະວ່າ​ມັນ​ໄດ້​ເຮັດ​ໃຫ້​ເຫຼັກ ຫຼາຍ​ສ່ວນ​ຈີກ​ຂາດ ຫຼື ຄົດ​ງໍ ແລະ ອຸ​ປະ​ກອນ​ຢູ່​ເທິງ​ກຳ​ປັ່ນ​ຂອງ ຟີ​ລິບ​ປິນ.

ການ​ປະ​ທ້ວງ​ທາງ​ການ​ທູດ​ຂອງວັນ​ພະ​ຫັດ​ມື້ນີ້​ແມ່ນ​ຄັ້ງ​ທີ່ 20 ໂດຍ ມະ​ນີ​ລາ ໃນ​ປີນີ້, ແລະ ຄັ້ງ​ທີ 153 ນັບ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ເຟີ​ດີ​ນານ ມາ​ຄອ​ສ ໄດ້​ເຂົ້າ​ກຳ​ອຳ​ນາດ​ໃນ​ກາງ​ປີ 2022, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ສະ​ຖານ​ທູດ ຈີນ ບໍ່​ໄດ້​ຕອບ​ຕໍ່​ການ​ຂໍ​ຄຳ​ເຫັນ​ໃນ​ທັນ​ທີ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG