ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍສີ່ຄົນ ເສຍຊີວິດ ຍ້ອນພາ​ຍຸ​ Wukong ​​ໃນຟິລິບ​ປິນ


ຄວາມເສຍຫາຍ ຍ້ອນໄຕ້ຝຸ່ນ Bopha ໃນເມືອງ New Bataan ໃນເຂດຮອມພູ Compostela, ຟີລິບປີນ, ວັນທີ 7 ທັນວາ 2012.
ຄວາມເສຍຫາຍ ຍ້ອນໄຕ້ຝຸ່ນ Bopha ໃນເມືອງ New Bataan ໃນເຂດຮອມພູ Compostela, ຟີລິບປີນ, ວັນທີ 7 ທັນວາ 2012.
ພາ​ຍຸ​ເຂດ​ຮ້ອນ Wukong ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ​ຢ່າງ​ໜ້ອຍ​ສີ່​ຄົນ​ໃນ ຟິລິບ​ປິນ ຊຶ່ງ​ຍັງ​ກໍາລັງ​ພະຍາຍາມຟື້ນ​ຕົວ​ຄືນ​ຈາກ​ພາ​ຍຸ​ໄຕ້​ຝຸ່ນ​ຮ້າຍ​ແຮງ​ລູກ​ນຶ່ງເມື່ອ​ຕົ້ນ​ເດືອນ​ນີ້ ທີ່ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ​ເຖິງ ​ນຶ່ງ​ພັນ​ກວ່າ​ຄົນ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ສາມ​ຄົນ​ຍັງ​ຫາຍ​ສາບ​ສູນ​ ໃນ​ຂະນະ​ພາຍຸ​ດັ່ງກ່າວ​ພັດ​ຜ່ານພາກ​ກາງ ຂອງ​ຟິລິບ​ປິນໃນ​ວັນ​ພະຫັດ​ມື້​ນີ້ ​ເຮັດ​ໃຫ້ແມ່ນໍ້າຫຼາຍໆ​ສາຍ​ລົ້ນ​ນອງ ​ໄຫລຖ້ວມຫຼາຍຕົວ​ເມືອງ ​ແລະ​ຖະໜົນ​ຫົນທາງຫຼາຍ​ເສັ້ນ ບໍ່​ສາມາດ​ສັນຈອນ​ໄປມາ​ໄດ້.

ອົງການ​ໄພພິບັດ​ແຫ່ງ​ຊາດ​ເວົ້າ​ວ່າ ສາມ​ຄົນ​ເສຍ​ຊີວິດ ​ເວລາ​ຕົ້ນ​ໄມ້​ລົ້ມ​ທັບ ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ແຂວງ Samar ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ແລະ​ອີກ​ຄົນ​ນຶ່ງ​ເສຍ​ຊີວິດຍ້ອນ​ດິນ​ເຈື່ອນ​ໃນ​ແຂວງ Iloilo.

ຫຼາຍກວ່າຫົກ​ພັນ​ຄົນ​ໄດ້ຫຼົບ​ໜີ​ໄປ​ພັກ​ຢູ່​ສູນຫຼົບ​ໄພ​ຊົ່ວຄາວ ​ຈາກ​ລົມພາ​ຍຸ ຊຶ່ງ​ຄາດ​ວ່າ​ຈະ​ອ່ອນ​ຕົວ​ລົງ ​ເວລາ​ພັດ​ຜ່ານ​ເກາະ​ຕາກ​ອາກາດ Palawan ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ໃນ​ວັນ​ພະຫັດ​ມື້​ນີ້.

ພາຍຸ​ເຂດ​ຮ້ອນ Wukong ດັ່ງກ່າວ​ນີ້ ບໍ່​ມີ​ພະລັງ​ແຮງ​ເທົ່າ​ກັບພາຍຸ​ໄຕ້​ຝຸ່ນ Bopha ທີ່​ໄດ້​ພັດກະ​ໜໍ່າ​ເຂດ​ພາກ​ໃຕ້​ຂອງ​ຟິລິບ​ປິນ ​ເມື່ອ​ວັນ​ທີ 4 ທັນວາ​ຜ່ານ​ມາ​ນີ້ ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປຫຼາຍກວ່າ
ນຶ່ງ​ພັນ​ຄົນ ​ແລະ​ຫາຍສາບ​ສູນ​ໄປອີກຫຼາຍຮ້ອຍ​ຄົນ.

ຟິລິບ​ປິນ​ແມ່ນ​ມັກ​ປະສົບ​ກັບ​ໄພນໍ້າ​ຖ້ວມ​ຢ່າງ​ໜັກ ຍ້ອນ​ຝົນຕົກ​ໜັກ ​ແລະ​ຄື້ນ​ຟອງສຸ​ນາ​ມິ. ໃນ​ແຕ່ລະ​ປີ ​ຟິລິບ​ປິນຈະ​ຖືກ​ປະ​ທະ​ໂດຍ​ພາຍຸ​ໃຫຍ່​ ຫຼືພາຍຸ​ໄຕ້​ຝຸ່ນ ປະມານ​ຊາວ​ເທື່ອ​.
XS
SM
MD
LG