ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 230 ຄົນເສຍຊີວິດ ຍ້ອນພາຍຸໂບພາ ຢູ່ຟີລິບປີນ (ສະໄລດ໌)


ພວກຊາວບ້ານກະກຽມແປງບ້ານເຮືອນຂອງພວກເຂົາເຈົ້າ ທີ່ຖືກເພພັງລົງຍ້ອນລົມພາຍຸໄຕ້ຝຸ່ນໂບພາ ທໍາບາຍ ຢູ່ໃນເມືອງ Butuan ທາງພາກຕາເວັນອອກສຽງໃຕ້ຂອງຟິລິບປີນ ໃນວັນທີ 4 ທັນວາ 2012.
ພວກຊາວບ້ານກະກຽມແປງບ້ານເຮືອນຂອງພວກເຂົາເຈົ້າ ທີ່ຖືກເພພັງລົງຍ້ອນລົມພາຍຸໄຕ້ຝຸ່ນໂບພາ ທໍາບາຍ ຢູ່ໃນເມືອງ Butuan ທາງພາກຕາເວັນອອກສຽງໃຕ້ຂອງຟິລິບປີນ ໃນວັນທີ 4 ທັນວາ 2012.
ເຈົ້າໜ້າທີ່ຟິລິບປີນເວົ້າວ່າ ຈໍານວນຄົນເສຍຊີວິດຍ້ອນລົມພາ
ຍຸໄຕ້ຝຸ່ນ Bopha ໄດ້ເພີ້ມຂຶ້ນ ກາຍ 230 ຄົນແລ້ວເວລານີ້ ໃນຂະນະທີ່ພວກນັກກູ້ໄພກໍາລັງຊອກຫາຫລາຍຮ້ອຍຄົນ
ທີ່ຍັງ ຫາຍສາບສູນຢູ່.

ຢ່າງໜ້ອຍມີ 142 ຄົນເສຍຊີວິດຢູ່ໃນແຂວງ Compostela
Valley ຊຶ່ງເປັນເຂດພູຜາທີ່ມີການຂຸດຄົ້ນບໍ່ແຮ່ ຢູ່ທາງພາກ
ໃຕ້ຂອງປະເທດ ທີ່ໄດ້ເກີດດິນເຈື່ອນ ແລະນໍ້າຖ້ວມສຸ ພັດເອົາ ເຮືອນພັກສຸກເສີນສອງແຫ່ງ ແລະຄ້າຍທະຫານແຫ່ງນຶ່ງໄປ.

ຢູ່ໃນແຂວງໃກ້ຄຽງກັບແຂວງນັ້ນ ກໍຄືແຂວງ Davao Oriental
ທີ່ຕັ້ງຢູ່ລຽບຕາມແຄມ ທະເລ ກໍມີຫລາຍສິບຄົນອີກທີ່ເສຍຊີວິດ ຍ້ອນນໍ້າຖ້ວມຢ່າງກະທັນຫັນແລະຍ້ອນຊາກຫັກ ພັງທີ່ຖືກພັດມາໃສ່ ໃນຂະນະທີ່ລົມພາຍຸ ຂະໜາດແຮງຫົວນີ້ ໄດ້ເຮັດໃຫ້ເກີດດິນເຈື່ອນ. ໃນວັນອັງຄານວານນີ້. ພວກເຈົ້າໜ້າທີ່ ເວົ້າວ່າ ຢູ່ໃນເມືອງບາງແຫ່ງ ໂຄງສ້າງຕຶກສອງສາມຫລັງແມ່ນຍັງຫລົງເຫລືອຢູ່.

ມີຫລາຍກວ່າ 85 ພັນຄົນ ໄປຫລົບໄພຢູ່ທີ່ບ່ອນພັກອາໄສທີ່ຈັດໃຫ້ໂດຍລັດຖະບານ. ທ່ານ
Minnie Portales ຂອງອົງການ World Vision ກ່າວຕໍ່ວີໂອເອວ່າ ຫລາຍຄົນ ທີ່ລອດ ຊີວິດມາໄດ້ນັ້ນ ດຽວນີ້ກໍປະເຊີນກັບການຂາດແຄນອາຫານ ແລະທີ່ພັກອາໄສ. ທ່ານເວົ້າ ວ່າ:

ບໍ່ມີໄຟຟ້າ, ຖະໜົນຫົນທາງບາງສາຍກໍບໍ່ສາມາດໃຊ້ໄດ້, ມີນໍ້າຖ້ວມ ແລະດິນ ເຈື່ອນ. ຜູ້ຄົນ ທີ່ຢູ່ໃນສູນຫລົບໄພຕ່າງໆ ກໍຍັງລໍຖ້າການຊ່ວຍເຫລືອຢູ່ ໂດຍສະເພາະແມ່ນອາຫານ. ແຕ່ບັນຫາໃຫຍ່ໃນປັດຈຸບັນນີ້ ແມ່ນການ ສ້ອມແປງທີ່ພັກອາໄສ ແລະການດໍາລົງຊີວິດຂອງພວກເຂົາເຈົ້າຄືນໃໝ່.”

ຝ່າຍກອງທັບຂອງຟິລິບປີນໄດ້ໃຊ້ຍົນເຮລີຄອບເຕີລໍາລຽງເຄື່ອງຊ່ວຍເຫລືອ ແລະອຸປະ ກອນໜັກ ຢ່າງຮີບດ່ວນ ໄປຍັງຫລາຍໆເຂດ ທີ່ຖືກຕັດຂາດຈາກໂລກພາຍນອກ ຍ້ອນໄຟ ຟ້າດັບ, ຂາດເຄືອຂ່າຍຄົມມະນາຄົມ, ແລະຖະໜົນຫົນທາງກໍຖືກຕັດແລະຂົວຫັກພັງລົງ.

ຮອດຕອນທ່ຽງວັນພຸດມື້ນີ້ ຕາມເວລາໃນທ້ອງຖິ່ນ ພາຍຸໄຕ້ຝຸ່ນ Bopha ທີ່ມີກໍາລັງອ່ອນ ລົງນັ້ນ ໄດ້ເຄື່ອນຍ້າຍອອກໄປຫາທະເລຈີນໃຕ້ ລຸນຫລັງທີ່ໄດ້ພັດເຂົ້າຖະຫຼົ່ມເຂດ ຕາກ ອາກາດ ທີ່ມີຊື່ສຽງໂດ່ງດັງ ຢູ່ທາງພາກຕາເວັນຕົກຂອງຟີລິບປີນ.

ສະໄລດ໌ສະພາບຢູ່ພາກໃຕ້ຟີລິບປິນ ຫລັງຖືກພາຍຸໄຕ້ຝຸ່ນໂບພາກະໜໍ່າໃສ່:
XS
SM
MD
LG