ພາຍຸຮ້າຍແຮງ ຮາກູປິດ ທີ່ມະຫາສະມຸດປາຊິຟິກ ໄດ້ອ່ອນ
ແຮງລົງແລ້ວ ແລະກຳລັງເຄື່ອນຍ້າຍອອກຈາກ ຟິລິບປີນໄປ
ຫລັງຈາກໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 27 ຄົນ ຢູ່ໃນ
ປະເທດເກາະດອນທີ່ອັນຕະລາຍ ມັກປະສົບກັບພາຍຸນັ້ນ.
ໄຕ້ຝຸ່ນ Hagupit ໄດ້ພັດເຂົ້າຖະຫລົ່ມ ພາກຕາເວັນອອກ
ຂອງຟິລິບປີນໃນວັນເສົາທີ່ຜ່ານມາ ໂດຍພັດເອົາຫລັງຄາ
ຕຶກຕ່າງໆອອກ ແລະເຮັດໃຫ້ໄຟຟ້າມອດ ຢູ່ໃນທັງໝົດບັນ
ດາແຂວງແຄມຝັ່ງທະເລ.
ສະພາກາແດງຟິລິບປິນ ໄດ້ລາຍງານເຖິງຈຳນວນຜູ້ເສຍ
ຊີວິດ ວ່າມີຢູ່ 27 ຄົນ ຊຶ່ງແມ່ນຫລາຍກວ່າ ຈຳນວນທີ່ລັດຖະບານລາຍງານໃຫ້ຊາບ ທີ່ມີ
ແຕ່ພຽງ 11 ຄົນ ໃນວັນອັງຄານມື້ນີ້.
ບ່ອນໄດ້ຮັບຄວາມເສຍຫາຍຮ້າຍແຮງທີ່ສຸດ ແມ່ນຢູ່ແຂວງ Samar ທາງພາກຕາເວັນ
ອອກ ຂອງປະເທດ ທີ່ຍັງກຳລັງພະຍາຍາມຟື້ນໂຕຄືນຈາກ ໄຕ້ຝຸ່ນ ໄຫຢ້ຽນ ໃນປີກາຍນີ້
ທີ່ໄດ້ເຮັດໃຫ້ຫລາຍພັນຄົນເສຍຊີວິດ.
ໄຕ້ຝຸ່ນ ຫາກູປິດ ບໍ່ໄດ້ສ້າງຄວາມເສຍຫາຍ ຫລາຍເທົ່າກັບ ໄຕ້ຝຸ່ນ ໄຫຢ້ຽນ ທັງນີ້ກໍເນື່ອງ
ຈາກວ່າ ປະຊາຊົນເກືອບ 1 ລ້ານ 7 ແສນຄົນ ໄດ້ໜີໄປອາໄສຢູ່ຕາມບັນດາສູນລີ້ໄພ ໃນ
ຂະນະທີ່ພາຍຸກຳລັງຈະມາເຖິງ.
ພະຍຸໄດ້ອ່ອນກຳລັງລົງຢ່າງສະໝຳ່ສະເໝີ ໃນຂະນະທີ່ພັດຂ້າມພາກກາງຂອງ ຟິລິບປີີນ
ຫລີກເວັ້ນຈາກ ນະຄອນຫລວງມະນີລາ ທີ່ໄດ້ພາກັນປິດຢ່າງໃຫຍ່ ໃນການຕຽມພ້ອມ.
ໃນວັນອັງຄານມື້ນີ້ ພະຍຸ Hagupit ໄດ້ອ່ອນກຳລັງລົງມາເປັນ ພະຍຸລະດູຮ້ອນ ແລະອອກ
ໄປສູ່ທາງພາກຕາເວັນຕົກຂອງທະເລຈີນໃຕ້.