ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຟີ​ລິບ​ປິນ ປັບ​ປຸງ ເດີ່ນບິນ ແບບງຽບໆ ຢູ່ເກາະ Thitu ໃນທະເລຈີນໃຕ້


ທະຫານຟີ​ລິບປິນ ກໍາລັງເດີນສວນສະໜາມ ໃນຂະນະທີ່ເຮືອບິນ ກອງທັບອາກາດ C-130 ຂອງຟີ​ລິບ​ປິນ ນໍາເອົາທ່ານ Delfin Lorenzana, ລັດຖະມົນຕີ
ກະຊວງ​ປ້ອງ​ກັນ​ປະ​ເທດຟີ​ລິບ​ປິນ ແລະນາຍພົນ Eduardo Ano, ຫົວໜ້າກອງບັນຊາການ ກອງທັບຟີລິບປິນ ລົງຈອດຢູ່ເດີ່ນບິນໃນເກາະ Thitu ທີ່ຟີລິບປິນຄວບ​ຄຸມຢູ່​ໃນໝູ່ເກາະ Spratlys ໃນ​ທະ​​ເລ​ຈີນ​ໃຕ້, ທາງຕາເວັນຕົກຂອງຟີລິບປິນ ໃນວັນທີ 21 ເມສາ, 2017 ນັ້ນ.
ທະຫານຟີ​ລິບປິນ ກໍາລັງເດີນສວນສະໜາມ ໃນຂະນະທີ່ເຮືອບິນ ກອງທັບອາກາດ C-130 ຂອງຟີ​ລິບ​ປິນ ນໍາເອົາທ່ານ Delfin Lorenzana, ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະ​ເທດຟີ​ລິບ​ປິນ ແລະນາຍພົນ Eduardo Ano, ຫົວໜ້າກອງບັນຊາການ ກອງທັບຟີລິບປິນ ລົງຈອດຢູ່ເດີ່ນບິນໃນເກາະ Thitu ທີ່ຟີລິບປິນຄວບ​ຄຸມຢູ່​ໃນໝູ່ເກາະ Spratlys ໃນ​ທະ​​ເລ​ຈີນ​ໃຕ້, ທາງຕາເວັນຕົກຂອງຟີລິບປິນ ໃນວັນທີ 21 ເມສາ, 2017 ນັ້ນ.

ຟີ​ລິບ​ປິນ​ຊອກ​ຫາເງິນ​ໄດ້​ແລ້ວ ​ສໍາ​ລັບປັບ​ປຸງໂຄງ​ລ່າງ​ໃຫຍ່​ທີ່​ສຸດອັນ​ນຶ່ງ​ໃນ​ຈໍານວນ
ຫລາຍ​ອັນຢູ່​ໃນ​ບັນດາເກາະ​ນ້ອຍໆ ທີ່​ຕົນ​ຄວບ​ຄຸມຢູ່​ໃນ​ທະເລ​ຈີນ​ໃຕ້ ທີ່​ມີ​ການ​ຂັດ
​ແຍ້​ງກັນນັ້ນ ຊຶ່ງ​ເປັນການ​ເຄື່ອນ​ໄຫວ​ທີ່ເວົ້າ​ລວມ​ແລ້ວ ​ແມ່ນ​ເປັນ​ການ​ເຕືອນ​ແບບ​
ສຸພາບໆ ໃຫ້ປະ​ເທດ​ອື່ນ ຊຶ່ງ​ລວມທັງ​ຈີນ​ ​ຄິດ​ເຖິງ​ເລື່ອງການ​ອ້າງ​ເອົາ​ກໍາມະສິດ
ຂອງມະນີ​ລາ.

​ມີ​ການ​ອ້າງ​ຄຳ​ເວົ້າຂອງທ່ານ Delfin Lorenzana ລັດຖະມົນຕີກະຊວງ​ປ້ອງ​ກັນ​
ປະ​ເທດ ຟີ​ລິບ​ປິນ ທີ່ເວົ້າວ່າ ເງິນ​ທີ່​ມາ​ຈາກໂຄງການ​ປັບປຸງ​ກອງທັບໃຫ້​ທັນ​ສະ​ໄໝ
ຈະນຳມາໃຊ້ໃນການ​ປູຢາງ​ທາງ​ແລ່ນທີ່ຍາວ 1,300 ​ແມັດ ຊຶ່ງ​ເປັນດິນ​ແດງຢູ່​ເກາະ
Thitu. ​ເກາະ Thitu ແມ່ນເປັນສ່ວນນຶ່ງ ຂອງເກາະດອນ ທີ່ຟີລິບປິນຢຶດຄອງຢູ່ ໃນ
ໝູ່​ເກາະ Spratly ຊຶ່ງ​ເປັນເຂດ ​ທີ່ຍັງ​ມີ​ການ​ຂັດ​ແຍ້​ງກັບ​ຈີນ, ໄຕ້ຫວັນ ​ແລະ ​ຫວຽດ-
ນາມນັ້ນ​.

ທ່ານ Delfin Lorenzana, ລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ, ໄປຢ້ຽມຢາມເກາະ Pag-asa ຊຶ່ງເອີ້ນອີກຊື່ນຶ່ງວ່າ Thitu ທີ່ເປັນເກາະທີ່ຟີລິບປິນອ້າງເອົາກໍາມະສິດນັ້ນ ໃນວັນທີ 21 ເມສາ, 2017
ທ່ານ Delfin Lorenzana, ລັດຖະມົນຕີກະຊວງປ້ອງກັນປະເທດຟີລິບປິນ, ໄປຢ້ຽມຢາມເກາະ Pag-asa ຊຶ່ງເອີ້ນອີກຊື່ນຶ່ງວ່າ Thitu ທີ່ເປັນເກາະທີ່ຟີລິບປິນອ້າງເອົາກໍາມະສິດນັ້ນ ໃນວັນທີ 21 ເມສາ, 2017

ການ​ປັບປຸງທາງ​ແລ່ນ​ໃນ​ສະໜາມບິນຄາດ​ວ່າ ຈະ​ພາ​ໃຫ້​ມີ​ການ​ສ້ອງແປງຄ້າຍ​ທະຫານ, ລະບົບ​ນໍ້າ ​ແລະ​ໂຄງລ່າງອັນ​ອື່ນ​ຢູ່​ໃນ​ເກາະນ້ອຍໆ​ 9 ​ເກາະ ຂອງໝູ່​ເກາະ Spratly ​ໂດຍ​ຟີລິບ​ປິນ ດັ່ງ​ທີ່​ໄດ້​ມີ​ການ​ໃຫ້​ສັນຍາໂດຍທ່ານ Rodrigo Duterte, ປະທານາທິບໍດີ​ຂອງ​ປະ​ເທດ​ດັ່ງກ່າວ ​ໃນ​ເດືອນ​ເມສາ​ທີ່​ຜ່ານ​ມາ. ​ໂຄງການ​ຍົກ​ລະດັບ ໃຫ້​ທັນ​ສະ​ໄໝທີ່​ມີ​ໄລຍະ​ຍາວ 15-ປີ ​ໄດ້ເລີ້ມຕົ້ນຂຶ້ນ​ ໃນ​ປີ 2012 ​ໂດຍ​ມີ​ງົບປະມານ 2.56 ລ້ານ​ໂດ​ລາ​ໃນ​ປີນີ້.

ການ​ຍົກ​ລະດັບ​ດັ່ງ​ກ່າວຂອງ​ມາ​ນິລາ ຈະ​ເປັນ​ການ​ເຕືອນ​ໃຫ້​ປະ​ເທດ​ອື່ນ​ຮູ້​ວ່າ ຕົນ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ສືບຕໍ່ຢຶດຄອງ​ເກາະນ້ອຍໆ 9 ​ແຫ່ງ​ ຂອງໝູ່​ເກາະ Spratly ​ໄວ້ ​ແຕ່​ຈະ​ບໍ່​ເປັນ​ການ​ເຮັດ​ໃຫ້​ປະ​ເທດ​ອື່ນ​ມີ​ຄວາມ​ໂກດ​ເຄືອງ.

ປັກ​ກິ່ງ​ທີ່ອ້າງເອົາກຳມະສິດຢ່າງແຂງຂັນທີ່ສຸດ ຫລາຍກວ່າ 100 ເກາະດອນ​ເຫລົ່ານັ້ນ
ພ້ອມ​ທັງ​ເຂດ​ທະ​ເລ​ຈີນ​ໃຕ້ ທີ່ຢູ່​ອ້ອມຮອບໝູ່​ເກາະ​ເຫລົ່ານັ້ນໄດ້ສ້າງ​ຄວາ​ມ​ເປັນ​ມິດ​
ກັບ​ຟິລິບ​ປິນໃນ ປິ​ກາຍນີ້ ​ແຕ່ກໍ​ພາຍຫລັງ​ທີ່​ເກີດຄວາມ​ຮຸນ​ແຮງ​ທາງ​ການ​ທູດ ​ມາ​ໄດ້​
ຫລາຍ​ປີ ທີ່ຊາວຟີລິບ​ປິນບາງ​ຄົນ​ຄິດ​ຢ້ານ​ວ່າ ມັນ​ຈະ​ເກີດ​ຂຶ້ນ​ອີກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG