ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນ ເຮັດ​ໃຫ້ນິວຊີແລນຕົກໃຈ ໂດຍ​ໄດ້​ຊະ​ນະ 1 ປະ​ຕູ ຕໍ່ 0


ນາງຊາຣີນາ ບອລເດນ ຂອງ​ຟີ​ລິບ​ປິນ​ສະ​ແດງ​ຄວາມ​ດີ​ໃຈ ​ພາຍ​ຫລັງ​ທີ່​ຍິງ​ປະ​ຕູ​ໄດ້​ລູກທຳ​ອິດ​ໃຫ້​ແກ່​ທີ​ມ​ຂອງ​ນາງ ໃນ​ການ​ແຂ່ງ​ຂັນ​ເຕະ​ບານ​ຍິງ Group A ທີ່​ແຂ່ງ​ກັບ​ນີວ​ຊີ​ແລນ ໃນ​ນະ​ຄອນ​ຫລວງວິ​ລ​ລິງ​ຕັນຂອງ​ນີວ​ຊີ​ແລນ, ວັນ​ທີ 25 ກໍ​ລະ​ກົດ, 2023.
ນາງຊາຣີນາ ບອລເດນ ຂອງ​ຟີ​ລິບ​ປິນ​ສະ​ແດງ​ຄວາມ​ດີ​ໃຈ ​ພາຍ​ຫລັງ​ທີ່​ຍິງ​ປະ​ຕູ​ໄດ້​ລູກທຳ​ອິດ​ໃຫ້​ແກ່​ທີ​ມ​ຂອງ​ນາງ ໃນ​ການ​ແຂ່ງ​ຂັນ​ເຕະ​ບານ​ຍິງ Group A ທີ່​ແຂ່ງ​ກັບ​ນີວ​ຊີ​ແລນ ໃນ​ນະ​ຄອນ​ຫລວງວິ​ລ​ລິງ​ຕັນຂອງ​ນີວ​ຊີ​ແລນ, ວັນ​ທີ 25 ກໍ​ລະ​ກົດ, 2023.

ດ້ວຍການຍິງປະຕູທຳອິດຂອງການ​ເຂົ້າ​ຮ່ວມແຂ່ງຂັນເຕະບານໂລກຍິງ ຄັ້ງທຳອິດ ຂອງຕົນ​ນັ້ນ ຟີລິບປິນທີ່ບໍ່​ມີ​ແຟນ​ສະ​ໜັບ​ສະ​ໜຸນຊະນະນັດທຳອິດໃນວັນອັງຄານມື້ນີ້ ຊຶ່ງເຮັດໃຫ້ເຈົ້າພາບນິວຊີແລນຕົກ​ໃຈ ​ໂດຍການ​ທຳ​ຄະ​ແນນ 1 ປະ​ຕູ ຕໍ່ 0 ໃນການ​ແຂ່ງ​ຂັນ​ຮອບນຶ່ງຂອງກຸ່ມ A ຊຶ່ງເຮັດໃຫ້ມີການແຂ່ງດຸ​ເດືອດເມື່ອບໍ່​ສາ​ມາດ​ເຮັດ​ໃຫ້ຄະ​ແນນສະເໝີກັນໄດ້, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ນິວຊີແລນໄດ້ຊະນະການແຂ່ງຂັນບານໂລກຄັ້ງທຳອິດເມື່ອເຮັດໃຫ້ນໍເວທີ່​ໄດ້​ຮັບ​ຄວາມການ​ສະ​ໜັບ​ສະ​ໜຸນ​ນັ້ນ​ເສຍ​ໃຈ ໃນນັດເປີດການແຂ່ງຂັນໃນ 5 ມື້ກ່ອນ. ມັນເປັນຄັ້ງທໍາອິດໃນການແຂ່ງຂັນເຕະບານໂລກ 6 ຄັ້ງ ທີ່​ທີມ Football Ferns ໄດ້ເຂົ້າໄປໃນການແຂ່ງຂັນໂດຍ​ເປັນ​ທີມທີ່ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ ຊຶ່ງເກືອບວ່າ ຈະ​ໄດ້​ຊະນະແນ່ນອນອີກຄັ້ງນຶ່ງ ເພື່ອໃຫ້​ໄດ້ກາຍເປັນທີມທໍາອິດທີ່ຈະ​ໄດ້​ເຂົ້າຮອບແຂ່ງ​ຂັນ 16 ທີມສຸດ​ທ້າຍ.

ແຕ່​ນາງ​ຊາ​ຣີນາ ບອລ​ເດນ (Sarina Bolden) ໄດ້ທຳ​ຄະ​ແນນ​ໃຫ້ໄດ້ກາຍ​ເປັນຜູ້ ຊະນະໃນ​ການແຂ່ງຂັນຄັ້ງປະຫວັດສາດຂອງຟີລິບປິນ ຈາກການຍິງເຂົ້າປະຕູທໍາ ອິດ ໃນນາທີ ທີ 24, ຊຶ່ງ​ໄດ້ພິກແພງ ແລະເຮັດ​ໃຫ້ແຟນກິລາຂອງ​ທີມ Kiwi ທີ່​ສ່ວນ​ໃຫຍ່ເປັນ​ແຟນ​ກິ​ລາ​ໃໝ່ 33,000 ຄົນ ຢູ່​ເຕັມສະຫນາມກິລາ​ນັ້ນມິດ​ງຽບ​ໄປ.

ນິວຊີແລນໄດ້ຂຶ້ນສູ່ລະດັບສູງໃນ 20 ນາທີທໍາອິດ ໂດຍຫຼິ້ນດ້ວຍຄວາມຫມັ້ນໃຈ ເຊິ່ງ ສະທ້ອນໃຫ້ເຫັນຄວາມຄາດຫວັງຂອງຕົນວ່າ ນີ້ຈະເປັນການຍິງປະ​ຕູທີ່ດີທີ່ສຸດຂອງ ທີມ ໃນການຊິງ​ໄຊຊະນະໃນຮອບແບ່ງກຸ່ມ. ມັນມີ 80 ເປີ​ເຊັນ ຢູ່ໃນການຄອບຄອງ, ສໍາເລັດດ້ວຍການ​ຜ່ານ 74 ຄັ້ງ​ ເພື່ອ​ໄປຫາ​ທີມ​ທີ 11, ການ​ຍິງໄດ້ 5 ປະ​ຕູໃນ​ຮອບທໍາອິດ ແລະມັນເບິ່ງຄືວ່າຈະ​ທຳ​ໄດ້ຫລາຍ​ປະ​ຕູ​ອີກຢ່າງ​ແນ່ນອນ ຊຶ່ງຈະນຳ​ໄປສູ່ການ​ແຂ່ງ​ຂັນຮອບຕໍ່ໄປ ເປັນຄັ້ງທໍາອິດ.

ວິກ ແອັ​ຊ​ສັນ (Vic Esson) ຜູ້ຮັກສາປະຕູຂອງນິວຊີແລນບໍ່ມີຫຍັງເຮັດຈົນກວ່າຮອດ ນາທີ ທີ 20 ເມື່ອນາງຕ້ອງໄດ້ມາຂ້າງຫນ້າເພື່ອຕຳ​ບານທີ່​ມາ​ຈາກ​ການ​ເຕະທີ່​ບໍ່​ມີ​ການ​ຂັດ​ຂວາງ ​ທີ່​ເປັນຂົ່ມຂູ່ນັ້ນ​ໃຫ້​ຟົ້ງ​ອອກ​ໄປ. ໃນທັນໃດນັ້ນ ກໍ່ມີຄວາມຕື່ນຕົກໃຈ ແມ່ນ​ກະ​ທັ້ງ​ເກີດຄວາມວຸ້ນວາຍໃນກອງປ້ອງກັນຂອງນິວຊີແລນ.

XS
SM
MD
LG