ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟິລິບປິນ ຈະຈັດປະຊຸມ ແກ້ໄຂ ບັນຫາຂັດແຍ້ງ ທະເລຈີນໃຕ້


ລັດຖະມົນຕີການຕ່າງປະເທດຟີລິບປິນ ທ່ານ Albert Del Rosario
ລັດຖະມົນຕີການຕ່າງປະເທດຟີລິບປິນ ທ່ານ Albert Del Rosario
ທາງ​ການ​ຟິລິບ​ປິນກ່າວ​ວ່າ ຕົນ​ຈະ​ເປັນ​ເຈົ້າພາບຈັດ​ກອງ​ປ​ະຊຸມ​ບັ້ນ​ນຶ່ງ​ໃນ ​ເດືອນ​ໜ້າ​ນີ້ກັບ​ສາມ​ປະ​ເທດ​ຈາກ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ເພື່ອ ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ຂໍ້​ຂັດ​ແຍ້​ງ​ເລື່ອງ​ເຂດ​ນໍ້າ​ແດນ​ດິນ​ໃນທະ​ເລ​ຈີນ​ໃຕ້​ທີ່​ຍັງ​ຄ້າງ​ຄາ​ກັນ​ຢູ່​ນັ້ນ.

ທ່ານ Albert del Rosario ລັດຖະມົນຕີ​ຕ່າງປະ​ເທດ​ຟິລິບ​ປິນ ກ່າວ​ເມື່ອ​ວັນ​ພຸດ​ມື້​ນີ້​ວ່າ ກອງ​ປະຊຸມ​ດັ່ງກ່າວ​ທີ່​ກໍານົດ​ໃສ່​ວັນ​ທີ່ 12 ​ເດືອນ​ທັນ ວາ ທີ່​ນະຄອນຫຼວງມະນິລາ ນັ້ນຈະ​ມີ​ຄະນະ​ລັດຖະມົນຕີ​ຕ່າງປະ​ເທດ ຂອງ​ຫວຽດນາມ ບຣູນາຍ ມາ​ເລ​ເຊຍ ​ແລະ​ຟິລິບ​ປິນ ​ເຂົ້າຮ່ວມ.

​ໝົດ​ທັງສີ່​ປະ​ເທດ​ ​ແມ່ນ​ພົວພັນ​ໃນ​ບັນຫາ​ຂໍ້​ຂັດ​ແຍ້​ງ​ເລຶ່ອງ​ເຂດ​ນໍ້າ​ແດນ​ດິນ​ກັບຈີນ ຊຶ່ງ​ເປັນ​ປະ​ເທດ​ມະຫາ​ອໍານາດ​ໃນ​ຂົງ​ເຂດ ທີ່​ໄດ້​ອ້າງ​ເອົາ​ກໍາ​ມະ ສິດ​ເກືອບ​ວ່າ​ທັງ​ໝົດ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້. ບາງ​ປະ​ເທດ​ກໍ​ໄດ້​ອ້າງ​ເອົາເປັນ​ກໍາມະສິດ​ຊ້ອນ​ກັນ​ແລະ​ກັນ​ອີກ​ຕໍ່​ນຶ່ງ.

ຈີນ​ໄດ້​ປະຕິ​ເສດຊໍ້າ​ແລ້ວ​ຊໍ້າ​ອີກ ບໍ່​ຍອມ​ແກ້​ໄຂ​ບັນຫາ​ຂໍ້​ຂັດ​ແຍ້ງດັ່ງກ່າວ​ແບບມີຫຼາຍຝ່າຍ ​ແຕ່​ກົງກັນຂ້າມ​ຈີນ ຈີນ​ຢາກ​ເຈລະຈາ​ກັນ​ແບບນຶ່ງ​ຕໍ່​ນຶ່ງ​ໂດຍ​ເປັນ​ການ​ສະ​ເພາະ ກັບປະ​ເທດ​ທີ່​ອ້າງ​ເອົາກໍາມະສິດນັ້ນ. ແລະ​ອີກ​ຄັ້ງ​ນຶ່ງ ບັນຫາ​ດັ່ງກ່າວ​ນີ້​ແມ່ນ​ໄດ້​ສ້າງ​ຄວາມ​ແຕກ​ແຍກ​ກັນ​ຂຶ້ນ​ໃນ​ກຸ່ມ​ປະ​ເທດ​ສະມາຊິກ​ຂອງສະມາຄົມ​ປະຊາ​ຊາດ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫຼືອາ​ຊ່ຽນ ທີ່​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຂຶ້ນ​ໃນ​ອາທິດ​ນີ້.
XS
SM
MD
LG