ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຟີລິບປິນ ເວົ້າວ່າຂໍ້ຕົກລົງ ກອງກຳລັງຢ້ຽມຢາມ ສະຫະລັດ ຈະຄົງມີຜົນບັງຄັບໃຊ້ຄືເກົ່າ


ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣິໂກ ດູເຕີເຕ ກ່າວຄຳປາໄສຕໍ່ປະເທດຊາດຢູ່ສະພາຕໍ່າ, ນະຄອນຫຼວງ ມະນີລາ, ຟີລິບປິນ. 26 ກໍລະກົດ, 2021. (Photo by LISA MARIE DAVID / POOL / AFP)
ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣິໂກ ດູເຕີເຕ ກ່າວຄຳປາໄສຕໍ່ປະເທດຊາດຢູ່ສະພາຕໍ່າ, ນະຄອນຫຼວງ ມະນີລາ, ຟີລິບປິນ. 26 ກໍລະກົດ, 2021. (Photo by LISA MARIE DAVID / POOL / AFP)

ຟີລິບປິນ ເວົ້າວ່າເຂົາເຈົ້າໄດ້ຟື້ນຟູຂໍ້ຕົກລົງດ້ານຄວາມປອດໄພທີ່ສຳຄັນສະບັບນຶ່ງກັບ ສະຫະລັດ, ໂດຍທີ່ປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຖອນຄຳເວົ້າ ກ່ຽວກັບ ເຈຕະນາຂອງທ່ານທີ່ຈະຍົກເລີກຂໍ້ຕົກລົງກອງກຳລັງຢ້ຽມຢາມລະຫວ່າງ ຟີລິບປິນ ກັບ ສະຫະລັດ ໃນແລງວັນພະຫັດວານນີ້.

ລັດຖະມົນຕີປ້ອງກັນປະເທດ ຟີລິບປິນ ທ່ານ ແດລຟີ ໂລເຣັນຊານາ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ກອງປະຊຸມຖະແຫຼງຂ່າວກັບລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ໃນວັນສຸກມື້ນີ້ວ່າ ທ່ານ ດູເຕີເຕ, ຫຼັງຈາກການພົບປະກັບທ່ານ ອອສຕິນ ນັ້ນ, ໄດ້ຖອນໜັງສືຍົກເລີກຂໍ້ຕົກລົງກອງກຳລັງຢ້ຽມຢາມທີ່ຖືກສົ່ງໃຫ້ ສະຫະລັດ ປີກາຍນີ້.

ທ່ານ ອອສຕິນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ນີ້ໄດ້ໃຫ້ຄວາມແນ່ນອນສຳລັບການກ້າວໄປໜ້າໃນລະດັບນຶ່ງ, ສະນັ້ນພວກເຮົາຈຶ່ງສາມາດທີ່ຈະກ້າວໄປໜ້າຕໍ່ໄປ. ແລະ ດ້ວຍການວາງແຜນໄລຍະຍາວນັ້ນ, ແທ້ຈິງແລ້ວພວກເຮົາສາມາດທຳການຝຶກຊ້ອມຢ່າງຮອບດ້ານ.”

ລັດຖະມົນຕີ ໂລເຣັນຊານາ ໄດ້ກ່າວວ່າ ທ່ານບໍ່ແນ່ໃຈວ່າເປັນຫຍັງທ່ານ ດູເຕີເຕ ຈຶ່ງໄດ້ປ່ຽນການຕັດສິນໃຈຂອງທ່ານ, ແຕ່ທ່ານມີຄວາມຍິນດີກັບການເຄື່ອນໄຫວຂອງທ່ານປະທານາທິບໍດີ.

ຂໍ້ຕົກລົງປີ 1998 ນັ້ນໄດ້ສະໜອງການອະນຸຍາດທີ່ຖືກຕ້ອງຕາມກົດໝາຍສຳລັບກຳລັງທະຫານ ສະຫະລັດ ຜູ້ທີ່ປ່ຽນກັນເຂົ້າໄປໃນ ຟີລິບປິນ ສຳລັບການຝຶກຊ້ອມທາງທະຫານ ແລະ ການຊ່ວຍ ເຫຼືອດ້ານມະນຸດສະທຳໃນແຕ່ລະປີ.

ທ່ານ ດູເຕີເຕ ໄດ້ອອກແຈ້ງການ ຢ່າງເປັນທາງການຕໍ່ ສະຫະລັດ ກ່ຽວກັບ ການຕັດສິນໃຈທີ່ຈະຍົກເລີກຂໍຕົກລົງກອງກຳລັງຢ້ຽມຢາມດັ່ງກ່າວ ໃນເດືອນ ກຸມພາ 2020 ຫຼັງຈາກໄດ້ຂົ່ມຂູ່ຢ່າງຊໍ້າແລ້ວຊໍ້າອີກທີ່ຈະຫຼຸດຄວາມສຳຄັນຂອງພັນທະມິດທາງທະຫານລະວຫ່າງສອງປະເທດນັ້ນ. ຕໍ່ມາທ່ານໄດ້ຕໍ່ເວລາຂອງຂໍ້ຕົກລົງກອງກຳລັງຢ້ຽມຢາມໄປຈົນຮອດເດືອນທັນວາ 2021.

ໃນຊ່ວງເວລາຂອງການແຈ້ງການຍົກເລີກນັ້ນ, ທ່ານ ດູເຕີເຕ ໄດ້ລະບຸວ່າທ່ານສະໜັບສະໜູນສາຍພົວພັນກັບ ຈີນ ແລະ ຣັດເຊຍ ກວ່າສາຍພົວພັນກັບ ສະຫະລັດ. ໂຄສົກຂອງທ່ານໄດ້ກ່າວວ່າ ເຫດຜົນສຳລັບການຍົກເລີກຂໍ້ຕົກລົງກອງກຳລັງຢ້ຽມຢາມ ກໍເພື່ອອະນຸຍາດໃຫ້ກອງທັບ ຟີລິບປິນ ມີອິດສະຫຼະຫຼາຍຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG