ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດລັດຖະມຸນຕີປ້ອງກັນ ປະເທດຟີລິບປິນ ຂ້າໂຕຕາຍ


ແຜນທີ່ຂອງຟີລິບປິນ
ແຜນທີ່ຂອງຟີລິບປິນ

















ທ່ານ Angelo Reyes ອະດີດ​ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນທີ່ຖື​ກກ່າວ​ຫາ​ວ່າພົວ
ພັນ​ໃນ​ບັນຫາ​ໂຕ້ແຍ່ງ​ກ່ຽວກັບການ​ສໍ້​ລາດ​ບັງ​ຫລວງ​ນັ້ນ ​ໄດ້​ເສຍ​ຊີວິດ​ຍ້ອນບາດ​ແຜ​ ໃນ
ອັນທີ່ປາກົດວ່າເປັນການພະຍາຍາມ​ຍິງໂຕ​ຕາຍ​ນັ້ນ.

ທ່ານ Reyes ​ໄດ້ຖືກນໍາສົ່ງໄປ​ຍັງ​ໂຮງໝໍແຫ່ງ​ນຶ່ງຢ່າງ​ຮີບ​ດ່ວນ​ໃນ​ເມືອງ Quezon City ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້. ບັນດາ​ນາຍ​ແພດ​ໄດ້​ພະຍາຍາມຊ່ອຍ​ຟື້ນ​ຊີບ​ທ່ານເປັນ​ເວລາ 45 ນາທີ​ກ່ອນທີ່ຈະປະກາດ ວ່າ​ທ່ານ​ໄດ້​ຂາດ​ໃຈຕາຍແລ້ວ ​ແລະ​ພວກ​ທ່ານໝໍ​ເວົ້າ​ວ່າ ທ່ານ Reyes ​ໄດ້​ເສຍ​ຊີວິດ​ຍ້ອນ​ບາດ​ແຜ​ ຈາກການຖືກຍິງດ້ວຍລູກປືນລູກນຶ່ງທີ່ໜ້າ​ເອິກ​.

ລາຍ​ງານ​ຈາກ​ກຸງ​ມາ​ນີລາ ກ່າວ​ວ່າ ທ່ານ Reyes ​ໄດ້​ຂ້າ​ໂຕ​ຕາຍ​ໃນ​ລະຫວ່າງ​ໄປ​ຢ້ຽມຢາມ
ຂຸມ​ຝັງ​ສົບ​ແມ່​ຂອງ​ທ່ານ.

ນອກຈາກ​ນັ້ນ​ທ່ານ Reyes ຊຶ່ງ​ເຄີຍ​ເປັນ​ຫົວໜ້າ​ເສນາ​ທິການ​ກອງທັບຟີ​ລິບ​ປິນ​ເຊ່ນ​ກັນນັ້ນ ຖືກ​ກ່າວ​ຫາ​ວ່າ ​ໄດ້​ຮັບ​ເງິນ​ຕອບ​ແທນ​ຈໍານວນ​ຫລາຍ​ລ້ານ​ໂດ​ລາ​ ຫລັງ​ຈາກ​ທ່ານ​ລາ​ອອກ​ກິນ​ເບ້ຍ​ບໍານານ​ແລ້ວ.

XS
SM
MD
LG