ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຟີ​ລິບ​ປິນ ເປີດ​ເຜີຍ​ສະ​ຖານ​ທີ່​ຍຸດ​ທະ​ສາດ 4 ແຫ່ງ ເພື່ອ​ໃຫ້​ກຳ​ລັງ​ສະ​ຫະ​ລັດ​ນຳ​ໃຊ້ ພາຍ​ໃຕ້​ຂໍ້​ຕົກ​ລົງ


​ທະ​ຫານ​ມາ​ຣີນ ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ​ທີ່ໃຊ້​ລູກ​ປືນ​ແທ້ CALFEX ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຊ້​ອມ​ລົບ​ປະ​ຈຳ​ປີ ລະ​ຫວ່າງ​ທະ​ຫານ​ມາ​ຣີນ​​ຟີ​ລິບ​ປິນ ແລະ​ທະ​ຫານ​ມາ​ຣີນ​ສະ​ຫະ​ລັດ ທີ່​ເມືອງ​ກາ​ປາ​ສ ໃນ​ແຂວງ​ຕາ​ລັກ ເມື່ອ​ວັນ​ທີ 13 ຕຸ​ລາ 2022.
​ທະ​ຫານ​ມາ​ຣີນ ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ​ທີ່ໃຊ້​ລູກ​ປືນ​ແທ້ CALFEX ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຊ້​ອມ​ລົບ​ປະ​ຈຳ​ປີ ລະ​ຫວ່າງ​ທະ​ຫານ​ມາ​ຣີນ​​ຟີ​ລິບ​ປິນ ແລະ​ທະ​ຫານ​ມາ​ຣີນ​ສະ​ຫະ​ລັດ ທີ່​ເມືອງ​ກາ​ປາ​ສ ໃນ​ແຂວງ​ຕາ​ລັກ ເມື່ອ​ວັນ​ທີ 13 ຕຸ​ລາ 2022.

ຟີ​ລິບ​ປິນ ໃນ​ວັນ​ຈັນນີ້ ໄດ້​ລະ​ບຸ​ຖານ​ທັບ​ຂອງ​ຕົນ ໔ ແຫ່ງ ທີ່​ສະ​ຫະ​ລັດ​ສາ​ມາດ​ນຳ​ໃຊ້ ຊຶ່ງ​ເກືອບ​ເພີ້ມ​ຂຶ້ນ​ເປັນ​ສອງ​ເທົ່າ ​ຂອງ​ຈຳ​ນວນ​ເດີມ ທີ່​ຮວມ​ຢູ່​ໃນ​ຂໍ້​ຕົກ​ລົງ​ປ້ອງ​ກັນ​ປະ​ເທດ ເພື່ອ​ສ້າງ​ຄວາມ​ກ້າວ​ໜ້​າ​ໃນ​ການ​ເປັນ​ພັນ​ທະ​ມິດ​ທີ່​ມີ​ມາ​ເປັນ​ເວ​ລາ​ຫຼາຍ​ທົ​ດ​ສະ​ວັດ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ.

ການ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ ທີ່​ເອີ້ນ​ຫຍໍ້​ວ່າ EDCA ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ທາງ​ດ້ານ​ຍຸດ​ທະ​ສາດ ​ຕໍ່​ອະ​ດີດ​ເຈົ້າ​ອາ​ນາ​ນິ​ຄົມ​ເກົ່າ​ສະ​ຫະ​ລັດ ໃນ​ເວ​ລາ​ທີ່​ມີ​ຄວາມ​ກັງ​ວົນ​ເພີ້ມ​ຂຶ້ນ ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ຈີນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ແລະ​ຄວາມ​ເຄັ່ງ​ຕຶງ​ກ່ຽວ​ເກາະ​ໄຕ້​ຫວັນ ທີ່​ປົກ​ຄອງ​ຕົນ​ເອງ.

ຂໍ້​ຕົກ​ລົງ EDCA ທີ່​ໄດ້​ລົງ​ນາມ​ກັນ​ໃນ​ປີ ໒໐໑໔ ພາຍ​ໃຕ້​ລັດ​ຖະ​ບ​ານ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ບາ​ຣັກ ໂອ​ບາ​ມາ ອະ​ນຸ​ຍາດ​ໃຫ້​ສະ​ຫະ​ລັດ ​ນຳ​ໃຊ້​ຖານ​ທັບ​ຕ່າງໆເພື່ອ​ການ​ຝຶກ​ແອບ​ຮ່ວມ​ກັນ ເກັບ​ສະ​ສົມ​ອຸບ​ປະ​ກອນແລະ​ສ້າງ​ພື້ນ
ຖານ​ໂຄງ​ລ່າງ​ຕ່າງໆເຊັ່ນ​ທາງ​ແລ່ນ​ສະ​ໜາມ​ບິນ ສາງ​ເກັບ​ເຊື້ອ​ໄຟແລະ​ບ້ານ​ພັກ​ທະ​ຫານ ແຕ່​ບໍ່​ແມ່ນ​ການ​ປະ​ຈຳ​ການ​ຢ່າງ​ເປັນ​ການ​ຖາ​ວອນ.

ຄ້າຍ​ຕ່າງໆ​ທີ່​ໄດ້​ມ​ການ​ລະ​ບຸ​ຊື່​ໃນ​ວັນ​ຈັນ​ນີ້ ແມ່ນ​ຖານ​ທັບ​ເຮືອ Camilo Osias ໃນ​ເມືອງ​ຊານ​ຕາ​ອາ​ນາແລະສະ​ໜາມ​ບິນ Lal-lo ​ຊຶ່ງ​ຄ້າຍ​ທັງ​ສອງ​ແຫ່ງນີ້​ແມ່ນ​ຕັ້ງ​ຢູ່​ໃນ​ແຂວງ​ກາ​ກາ​ຢານ ຄ້າຍ Melchor Dela Cruz ທີ່ເມືອງ​ກາ​ມູ ແຂວງ​ອີ​ຊາ​ເບ​ລາ ແລະ​ເກາະ Balabac ຢູ່ນອກ​ຊາຍ​ຝັ່ງ​ແຂວງ​ປາ​ລາ​ວານ.

ສະ​ຖານ​ທີ່​ເຫຼົ່າ​ນີ້ ​ແມ່ນ​ມີ​ຄວາມ​ສຳ​ຄັນ ຊຶ່ງ​ແຂວງ​ອີ​ຊາ​ເບ​ລາ ແລະ ​ກາ​ກາ​ຢານ ແມ່ນ​ປິ່ນ​ໜ້າ​ໄປ​ທາງ​ເໜືອ ​ໃສ່​ເກາະ​ໄຕ້​ຫວັນ ໃນ​ຂະ​ນະ​ທີ່​ແຂວງ​ປາ​ລາ​ວານ​ຕັ້ງ

​ຢູ່​ໃກ້​ກັບ​ໝູ່​ເກາະ​ສ​ແປ​ຣັດ​ລີ ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຈີນ​ໃຕ້ ບ່ອນ​ທີ່​ຈີນ​ໄດ້​ສ້າງ​ເກາະ​ດອນ​ທຽມ​ຂຶ້ນ ພ້ອມ​ທັງ​ສະ​ໜາມ​ບິນ​ແລະ​ຕິດ​ຕັ້ງ​ລະ​ບົບ​ລູກ​ສອນ​ໄຟ​ຢູ່​ທີ່ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG