ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີ​ລິບ​ປິນ ກຳ​ຈັດ​ເຄື່ອງ​ກີດ​ຂວາງຂອງ​ຈີນ ທີ່​​ນຳ​ໄປ​ວາງ​ໄວ້ ຢູ່​ເກາະ​ຫາດ​ຊາຍ ​ທະ​ເລ​ຈີນ​ໃຕ້


ຮູບ​ທີ່​ບໍ່​ໄດ້​ລະ​ບຸ​ວັນ​ເວ​ລາ ທີ່​ສະ​ໜອງ​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 26 ກັນ​ຍາ 2023 ​ສະ​ແດງ​ໃຫ້​ເຫັນວ່າ ​ມະ​ນຸດ​ກົບ​ພວມ​ຕັດ​ເຊືອກ ​ມັດ​ໃສ່​ປ່ອມ​ທີ່​ລອຍ​ຢູ່​ເທິງ​ໜ້າ​ນ້ຳ ທີ່​ເກາະ​ຫາດ​ຊາຍ​ສ​ກາ​ໂບ​ໂຣ.
ຮູບ​ທີ່​ບໍ່​ໄດ້​ລະ​ບຸ​ວັນ​ເວ​ລາ ທີ່​ສະ​ໜອງ​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 26 ກັນ​ຍາ 2023 ​ສະ​ແດງ​ໃຫ້​ເຫັນວ່າ ​ມະ​ນຸດ​ກົບ​ພວມ​ຕັດ​ເຊືອກ ​ມັດ​ໃສ່​ປ່ອມ​ທີ່​ລອຍ​ຢູ່​ເທິງ​ໜ້າ​ນ້ຳ ທີ່​ເກາະ​ຫາດ​ຊາຍ​ສ​ກາ​ໂບ​ໂຣ.

ຟີ​ລິບ​ປິນກ່າວວ່າ ຕົນ​ໄດ້​ກຳ​ຈັດ​ເຄື່ອງ​ກີດ​ຂວາງ​ທາງ​ນ້ຳທີ່​ຈີນ​ໄດ້​ວາງ​ໄວ້ ສຳ​ລັບຂັດ​ຂວາງ​ບໍ່​ໃຫ້​ເຮືອ​ປະ​ມົງ​ຟີ​ລິບ​ປິນ​ເຂົ້າ​ໄປ​ໃນບຶງ​ຫາດ​ຊາຍ ທີ່​ມີ​ການ​ຂັດ​ແຍ້ງ​ກັນ ​ຢູ່​ທະ​ເລ​ຈີນ​ໃຕ້.

ຖະ​ແຫຼງ​ການ​ຂອງ​ໜ່ວຍ​ຍາມ​ຝັ່ງຟີ​ລິບ​ປິນ​ກ່າວ​ວ່າ ຕົນ​ໄດ້​ “ປະ​ຕິ​ບັດ​ງານ​ພິ​ເສດ” ເພື່ອ​ກຳ​ຈັດເຄື່ອງ​ກີດ​ຂວາງ ​ທີ່​ຈີນ​ນຳ​ໄປ​ວາງ​ໄວ້ ​ເມື່ອ​ອາ​ທິດ​ແລ້ວນີ້.

ໜ່ວຍ​ຍາມ​ຝັ່ງ​ຂອງ​ຟີ​ລິບ​ປິນ​ຍັງ​ນຳ​ວີ​ດີ​ໂອ ​ອອກ​ເຜີຍ​ແຜ່​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ມະ​ນຸດ​ກົບ​ໄດ້​ໃຊ້​ມີດ​ຕັດ​ເຊືອກ ທີ່​ຕໍ່​ໃສ່​ປ່ອມ.

ການ​ເອົາ​ມາດ​ຕະ​ການ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ຫຼັງ​ຈາກທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຟີ​ລິບ​ປິນ ທ່ານ​ເອດ​ວາ​ໂດ ອາ​ໂນ (Eduardo Ano) ໄດ້​ອອກ​ຖະ​ແຫຼງ​ການ​ທີ່​ກ່າວ​ວ່າ ເຄື່ອງ​ກີດ​ຂວາງ​ຂອງ​ຈີນ ລະ​ເມີດ​ຕໍ່​ສິດ​ໃນ​ການ​ຫາ​ປາ​ທີ່​ມີ​ມາ​ແຕ່​ດຶກ​ດຳ​ບັນ​ຂອງ​ຟີ​ລີບ​ປິນ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ ເຫວິນ ບິນ ກ່າວໃນ​ວັນ​ຈັນ​ວານນີ້​ວ່າ ນ່ານ​ນ້ຳ​ທີ່​ມີ​ການ​ຂັດ​ແຍ້ງ ແມ່ນ​ເປັນ​ດິນ​ແດນ​ຂອງ​ຈີນ.

ຈີນ​ໄດ້​ເຂົ້າ​ຄວບ​ຄຸມ​ເກາະ​ຫາດ​ຊາຍ​ສ​ກາ​ໂບ​ໂຣ​ຈາກ​ຟີ​ລິບ​ປິນ​ໃນ​ປີ 2012 ແລະ​ອ້າງ​ເອົາ​ກຳ​ມະ​ສິດ ​ໃນ​ບໍ​ລິ​ເວນ​ທະ​ເລ​ຈີນ​ໃຕ້​ ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນເກືອບ​ທັງ​ໝົດ.

ການ​ອ້າງ​ເອົາ​ກຳ​ມະ​ສິດກວມ​ກັນ​ແມ່ນ​ຮວມ​ທັງ​ຈາກ​ປະ​ເທດບ​ຣູ​ນາຍ ມາ​ເລ​ເຊຍ ຟີ​ລິບ​ປິນ ໄຕ້​ຫວັນ ແລະ​ຫວຽດ​ນາມ.

ຂໍ້​ມູນ​ຈຳ​ນວນ​ນຶ່ງ​ໃນ​ເລື້ອງນີ້ ແມ່ນ​ມາ​ຈາກ​ອົງ​ການ​ຂ່າວ​ເອ​ພີ, ອົງ​ການ​ຂ່າວ​ຝ​ຣັ່ງ ແລະ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG