ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານຟິລິບປີນ ແລະກຸ່ມກະບົດ MILF ເຊັນສັນຍາສັນຕິພາບກັນ

ເຈົ້າໜ້າທີ່ເຈລະຈາຂອງຝ່າຍລັດຖະບານ ທ່ານ Marvic Leonen (ຂວາ) ແລະ ຂອງຝ່າຍກຸ່ມກະບົດ ທ່ານ Mohagher Iqbal (ຊ້າຍ) ຈັບມືກັນ ຂະນະແລກປ່ຽນເອກະສານ ຫລັງຈາກ ພິທີເຊັນສັນຍາສັນຕິພາບ ຢູ່ທໍານຽບປະທານາທິບໍດີ ຫລື ພະລາດຊະວັງ ມາກາລານັງ ທີ່ນະຄອນຫລວງມະນີລາ, ຟີລິບປີນ, ວັນທີ 15 ຕຸລາ 2012.

ລັດຖະບານຟິລິບປີນ ແລະພວກຫົວຮຸນແຮງມຸສລິມ ທີ່ໄດ້ຕໍ່ສູ້
ສົງຄາມແຍກດິນແດນກັບຝ່າຍລັດຖະບານມາເປັນເວລາ ຫຼາຍ
ທົດສະວັດ ຢູ່ໃນພາກໃຕ້ຂອງປະເທດນັ້ນ ໄດ້ເຊັນສັນຍາ ສັນຕິ
ພາບຂັ້ນຕົ້ນກັນ ທີ່ວາງບາດກ້າວຕ່າງໆໂດຍສັງເຂບ ເພື່ອຍຸດຕິ
ການຕໍ່ສູ້ກັນ ພາຍໃນປີ 2016.

ປະທານາທິບໍດີຟີລິບປີນ ທ່ານ Benigno Aquino ແລະ ທ່ານ
Murad Ebrahim ປະທານກຸ່ມແນວໂຮມປົດປ່ອຍອິສລາມ
Moro ໄດ້ເປັນສັກຂີພິຍານໃນພິທີເຊັນສັນຍາໃນວັນຈັນມື້ນີ້
ຢູ່ທໍານຽບປະທານາທິບໍດີ.

ບັນດາເຈົ້າໜ້າທີ່ ກ່າວວ່າ ຂໍ້ຕົກລົງລະຫວ່າງກັນນັ້ນ ໄດ້ລະບຸ
ເຖິງຂອບເຂດຂອງອໍານາດການແບ່ງຜົນກໍາໄລ ແລະດິນແດນທາງພາກໃຕ້ ໂດຍຈະສ້າງ
ເຂດປົກຄອງຕົນເອງໃໝ່ ຂອງຊາວມຸສລິມຂຶ້ນ ເອີ້ນວ່າ Bangsamono.

ໂຄ່ງຮ່າງແຜນການດັ່ງກ່າວນີ້ ທີ່ໄດ້ມີການຕໍ່ລອງກັນກັບ ພັກແນວໂຮມປົດປ່ອຍ ອີສລາມ
Moro ທີ່ Kuala Lumpur ເມືອງຫຼວງຂອງມາເລເຊຍ ໃນຕົ້ນເດືອນນີ້ ໄດ້ຈັດຕັ້ງຄະນະ
ກໍາມາທິການໄລຍະຂ້າມຜ່ານ ທີ່ປະກອບດ້ວຍສະມາຊິກ 15 ຄົນ ຊຶ່ງຈະມີເວລາເຖິງປີ
2016 ເພື່ອຮ່າງກົດໝາຍຕ່າງໆ ສໍາລັບຈັດຕັ້ງເຂດປົກຄອງຕົນເອງໃໝ່ດັ່ງກ່າວນັ້ນຂຶ້ນມາ.

ໄລຍະເວລາສີ່ທົດສະວັດຂອງການສູ້ລົບກັນຢ່າງນອງເລືອດ ໃນພາກໃຕ້ຂອງປະເທດ
ໄດ້ເອົາຊີວິດຜູ້ຄົນໄປຫຼາຍກວ່າ 120,000 ຄົນ ແລະຂັດຂວາງການສ້າງສາພັດທະນາ
ລົງຢູ່ໃນຂົງເຂດ.
XS
SM
MD
LG