ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

170 ຄົນ ຖືກພວກກະບົດ ຈັບເປັນ ຕົວປະກັນ ຢູ່ຟີລິບປິນ (ສະໄລດ໌/ວີດີໂອ)


ກອງກໍາລັງລັດຖະບານລາດຕະເວນ ເພື່ອຮັບມືກັບ ກຸ່ມກະບົດ Moro
ກອງກໍາລັງລັດຖະບານລາດຕະເວນ ເພື່ອຮັບມືກັບ ກຸ່ມກະບົດ Moro
ເຈົ້າ​ໜ້າ​ທີ່​ຂອງ​ຟິລິບ​ປີນ ກ່າວ​ວ່າ ພວກ​ກະບົດມຸສລິ​ມ ​ໄດ້​ຈັບ
​ເອົາ​ພົນລະ​ເຮືອນ​ອີກ 20 ຄົນ​ໄປເປັນ​ຕົວ​ປະກັນ ​ໃນ​ລະຫວ່າງ
​ມື້​ທີ 2 ຂອງ​ການ​ປະ​ເຊີນ​ໜ້າ​ກັບ​ກອງ​ກໍາລັງ​ທະຫານ ​ໃນ​ພາກ
​ໃຕ້​ຂອງ​ປະ​ເທດ.

ຕໍາຫຼວດ​ກ່າວ​ວ່າ ພວກ​ກະບົດ​ຈຸ​ນຶ່ງຈາກ​ກຸ່ມ​ແນວ​ໂຮມ​ປົດ​ປ່ອຍ​
ຊາດ Moro ຫລື MNLF ​ປະຈຸ​ບັນ​ນີ້​ໄດ້ຈັບ​ຕົວ​ປະກັນ​ຢ່າງ​ນ້ອຍ
170 ຄົນ ​ທີ່​ເມືອງ Zamboanga ​ເທິງ​ເກາະ Mindanao ​ໃນ​ພາກ
​ໃຕ້​ຂອງ​ຟີ​ລິບ​ປິນ.

ມີ​ມື​ປືນປະມານ 300 ຄົນ ​ທີ່​ບຸກເຂົ້າ​ໄປ​ໃນ​ໝູ່​ບ້ານຕ່າງໆ ​ໃນ​ວັນ​ຈັນວານ​ນີ້ ​ໄດ້​ສັງຫານ​ຢ່າງ​ນ້ອຍ 4 ຄົນ ​ແລະ​ບາດ​ເຈັບ​ອີກຢ່າງ​ນ້ອຍ 14 ຄົນ. ​ເຈົ້າ​ໜ້າ​ທີ່​ປະ​ຈໍາ​
ຂົງ​ເຂດ​ກ່າວ​ວ່າມີ​ປະ ມານ 1 ພັນ 500 ຄົນ​ໄດ້​ອົບ​ພະຍົບໜີອອກ​ຈາກ​ບ້ານ​ເຮືອນ​ຂອງ
​ພວກ​ເຂົາ​ເຈົ້າ.



ນຶ່ງ​ໃນ​ພວກອົບ​ພະຍົບຄືນາງ Nena Jarawi ຊຶ່ງ​ໄດ້​ອົບ​ພະຍົບໜີ​ໄປ​ກັບຄອບຄົວ​ຂອງ​
ລາວ​ສູ່​ເມືອງ​ໃກ້ຄຽງ​ນັ້ນ​ກ່າວ​ວ່າ: “ຂ້ອຍບໍ່ສົນ​ໃຈ​ເລີຍວ່າ ​ເຖິງ​ຂ້ອຍ​ຈໍາ​ເປັນ​ຈະ​ຕ້ອງ​
ໄດ້ຢູ່​ທີ່​ນີ້ຕາບ ໃດທີ່​ພວກ​ເຮົາ​ຍັງມີ​ຊີວິດ​ຢູ່ ເພື່ອ​ໄດ້​ເຫັນ​ມື້​ອື່ນ ​ໂດຍເປັນການບັນຊາ​
ຂອງ​ພະ​ເຈົ້ານັ້ນ.”


ປະທານາທິບໍດີຟິລິບ​ປີນ ທ່ານ Benigno Aguino ​ໄດ້​ສົ່ງ​ຕົວ​ແທນ​ຜູ້ຕາງໜ້າ ​ໄປ​ເຈລະຈາ
ກັບ​ພວກ​ກະບົດ​ແນວ​ໂຮມ​ປົດ​ປ່ອຍຊາດ Moro ທີ່​ພວມ​ຊອກສະ​ແຫ​ວງຫາຊ່ອງ​ທາງ​ໃນ​
ການ​ປົກຄອງ​ຕົນ​ເອງ​ເພີ່ມ​ຂຶ້ນ​ ​ຢູ່ໃນ​ເຂດພາກ​ໃຕ້​ຂອງ​ປະ​ເທດ​ ທີ່​ປະຊາຊົນ​ສ່ວນ​ໃຫຍ່
​ເປັນ​ຊາວ​ມຸສລິ​ມນັ້ນ.

PHILIPPINES REBELS VOSOT.mov
please wait

No media source currently available

0:00 0:01:01 0:00
XS
SM
MD
LG