ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດແຜ່ນດິນໄຫວ ຂະໜາດແຮງ ຢູ່ພາກ ຕາເວັນອອກ ຂອງຟີລິບປິນ


ແຜ່ນດິນໄຫວ ຢູ່ໃກ້ຟີລິບປິນ
ແຜ່ນດິນໄຫວ ຢູ່ໃກ້ຟີລິບປິນ
ພວກຊາວບ້ານໃນຟີລິບປິນຈຳນວນຫຼາຍພັນຄົນທີ່ພາກັນຫຼົບໜີ
ຫຼັງຈາກໄດ້ເກີດແຜ່ນດິນໄຫວ ພາກັນກັບຄືນ ໄປຫາເຮືອນຊານ
ຂອງພວກເຂົາເຈົ້າແລ້ວໃນວັນເສົາມື້ນີ້ລຸນຫຼັງທີ່ໄດ້ມີການຍົກເລີກ
ການເຕືອນໄພກ່ຽວກັບຟອງຍັກສຸນາມິ.

ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດກ່າວວ່າ ແຜ່ນດິນ
ໄຫວທີ່ມີຄວາມແຮງແທກໄດ້ 7.6 ຣິກເຕີ້ ໃນວັນສຸກວານນີ້ ແມ່ນ
ມີຈຸດສູນກາງຢູ່ທາງກໍ້າຕາເວັນອອກຂອງຟີລິບປິນປະມານ 96 ກິ
ໂລແມັດຫ່າງຈາກເມືອງ Sulangan.

ເຈົ້າໜ້າທີ່ກ່າວວ່າ ແຜ່ນດິນໄຫວທີ່ວ່ານີ້ເຮັດໃຫ້ມີຜູ້ເສຍຊີວິດ 1
ຄົນ. ນອກນັ້ນ ຍັງເຮັດໃຫ້ມີໄຟຟ້າມອດຢູ່ໃນບາງເຂດ ແລະຕຶກ
ອາຄານໄດ້ຮັບຄວາມເສຍຫາຍໃນດ້ານໂຄງສ້າງ.

ສູນກາງເຕືອນໄພສຸນາມິໃນເຂດມະຫາສະມຸດປາຊີຟິກ ໄດ້ອອກຄຳເຕືອນໃນມື້ວັນສຸກ
ວານນີ້ ສຳຫຼັບປະເທດຟີລິບປິນ ອິນໂດເນເຊຍ ຍີ່ປຸ່ນ ໄຕ້ຫວັນແລະ Palau ແຕ່ໄດ້ຍົກ ເລີກການເຕືອນໄພສຸນາມິ ຫຼັງຈາກໄພຂົ່ມຂູ່ດັ່ງກ່າວ ໄດ້ຜ່ານພົ້ນໄປ. ບໍ່ມີຟອງໃຫຍ່ມີແຕ່
ຟອງຂະໜາດນ້ອຍເທົ່ານັ້ນໄດ້ເກີດຂຶ້ນຫຼັງຈາກແຜ່ນດິນໄຫວ.

ໃນເດືອນມີນາ ປີ 2011 ແຜ່ນດິນໄຫວທີ່ມີຄວາມແຮງ 9.0 ຣິກເຕີ້ໄດ້ພາໃຫ້ເກີດຟອງຍັກ
ສຸນາມິພັດຖະຫຼົ່ມ ພາກຕາເວັນອອກສຽງເໜືອ ຂອງຍີ່ປຸ່ນ ທີ່ເປັນເຫດໃຫ້ 15,000 ກວ່າ
ຄົນເສຍຊີວິດ. ໄພພິບັດທຳມະຊາດດັ່ງກ່າວຍັງໄດ້ສ້າງຄວາມເສຍຫາຍໃຫ້ແກ່ໂຮງໄຟຟ້າ
ນິວເຄລຍ Fukushima ຂອງຍີ່ປຸ່ນນຳດ້ວຍ.

ກ່ຽວຂ້ອງກັນ

XS
SM
MD
LG