ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຟີລິບປິນ ຂູ່ວ່າ ຈະໃຊ້ ກົດໄອຍະການເສິກ


ປະທານາທິບໍດີ ຟີລິປິນ ທ່ານ Rodrigo Duterte ກ່າວຄຳ
ປາໄສໃນລະຫວ່າງ ການສະເຫຼີມສະຫຼອງຄົບຮອບ 80 ປີຂອງ ສຳນັກງານສືບສວນສອບສວນ ແຫ່ງຊາດ. 14 ພະຈິກ, 2016.
ປະທານາທິບໍດີ ຟີລິປິນ ທ່ານ Rodrigo Duterte ກ່າວຄຳ ປາໄສໃນລະຫວ່າງ ການສະເຫຼີມສະຫຼອງຄົບຮອບ 80 ປີຂອງ ສຳນັກງານສືບສວນສອບສວນ ແຫ່ງຊາດ. 14 ພະຈິກ, 2016.

ປະທານາທິບໍດີແຫ່ງປະເທດ ຟີລິບປິນ ແມ່ນກຳລັງຂົ່ມຂູ່ກົດໄອຍະການເສິກສຳລັບປະ ເທດຂອງທ່ານ.

ໃນການກ່າວຕໍ່ບັນດາສະມາຊິກສະພາການຄ້າໃນເມືອງ Davao ທີ່ຕັ້ງຢູ່ພາກໃຕ້ຂອງ ປະເທດໃນວັນເສົາວານນີ້, ທ່ານ Rodrigo Duterte ໄດ້ກ່າວວ່າ ຖ້າສົງຄາມຢາເສບຕິດ ໄດ້ຂະຫຍາຍເປັນບາງຢ່າງທີ່ “ເປັນຈິງ ແລະ ຮຸນແຮງຫຼາຍ,” ແລ້ວທ່ານຈະປະກາດໃຊ້ ກົດໄອຍະການເສິກ. “ຈະບໍ່ມີໃຜສາມາດຢຸດຂ້າພະເຈົ້າໄດ້.” ທ່ານໄດ້ກ່າວວ່າ ຈຸດປະສົງ ຂອງການເຄື່ອນໄຫວດັ່ງກ່າວຈະເປັນການ “ປົກປັກຮັກສາປະຊາຊົນ ຟີລິບປິນ ແລະ ຊາວໜຸ່ມຂອງດິນແດນແຫ່ງນີ້.”

ປະທານາທິບໍດີທີ່ຕົກເປັນບັນຫານີ້ ໄດ້ສັນຍາທີ່ຈະກວາດລ້າງຢາເສບຕິດຜິດກົດໝາຍ. ໃນການປາບປາມຢາເສບຕິດ 6 ເດືອນທຳອິດຂອງທ່ານນັ້ນ, ປະຊາຊົນເກືອບ 6000 ຄົນ ໄດ້ຖືກຂ້າຕາຍໂດຍຕຳຫຼວດ ແລະ ໜ່ວຍລົງໂທດຜູ້ກະທຳຜິດ, ກໍ່ໃຫ້ເກີດການກ່າວວິ ຈານຈາກກຸ່ມສິດທິມະນຸດ, ອົງການສະຫະປະຊາຊາດ ແລະ ປະທານາທິບໍດີ ບາຣັກ ໂອບາມາ. ທ່ານ Duterte ໄດ້ປະຕິຍານທີ່ຈະບໍ່ສົນໃຈກັບຄຳວິຈານ ແລະ ສືບຕໍ່ການປາບ ປາມ, ແລະ ໄດ້ທ້າທາຍຜູ້ຄັດຄ້ານທ່ານໃຫ້ປົດທ່ານອອກຈາກຕຳແໜ່ງອີກດ້ວຍ.

ປະເທດ ຟີລິບປິນ ເຄີຍປະຕິບັດກົດໄອຍະການເສິກມາກ່ອນ ໃນລະຫວ່າງ ການດຳລົງ ຕຳແໜ່ງຂອງຜູ້ນຳຜະເດັດການ ທ່ານ Ferdinand Marcos.

ພ້ອມດຽວກັນນັ້ນ, ທ່ານ Duterte ກໍໄດ້ກ່າວວ່າ ທ່ານໄດ້ສັ່ງໃຫ້ກອງທັບຂອງທ່ານ “ທຳ ລາຍ” ພວກຫົວຮຸນແຮງຜູ້ທີ່ຫຼົບໜີກັບພວກທີ່ຖືກຂັງຈາກການລັກພາຕົວຂອງພວກເຂົາ. ພວກເຂົາເວົ້າວ່າ, ແລ້ວພວກທີ່ຖືຈັບເປັນຕົວປະກັນເດ? ທ່ານປະທານາທິບໍດີໄດ້ກ່າວວ່າ “ເສຍໃຈ, ພວກເຂົາຈະຕົກເປັນເປົ້າໝາຍເຊັ່ນກັນ.” ຄຳແນະນຳຂອງທ່ານສຳລັບຜູ່ທີ່ ອາດຕົກເປັນຜູ້ເຄາະຮ້າຍນັ້ນແມ່ນຫຍັງ? ທ່ານກ່າວວ່າ “ດີແທ້ແມ່ນຢ່າໃຫ້ຕົນເອງຖືກ ລັກພາຕົວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG