ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ​ຢ້ຽມ​ຢາມ​ລັດ​ຮາ​ວາຍ ເພື່ອ​ເສີມ​ຂະ​ຫຍາຍ ສາຍ​ພົວ​ພັນ​ ສ​ຫລ - ຟີ​ລິບ​ປິນ ​ແລະ ລະ​ນຶກ​ເຖິງ​ປະ​ຫວັດ​ຄອບ​ຄົວ


ມີ​ການ​ໂຮມ​ຊຸມ​ນຸມ​ກັນ​ຢູ່ນອກ​ສູນ​ກາງ​ປະ​ຊຸມ​ລັດ​ຮາ​ວາຍ ​ທີ່​ນະ​ຄອນ​ໂຮ​ໂນ​ລູ​ລູ ເມື່ອ​ວັນ​ທີ 18 ພະ​ຈິກ 2023 ເພື່ອ​ປະ​ທ້ວງ​ການ​ຢ້ຽມ​ຢາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເຟີ​ດີ​ນານ ມາ​ໂກ​ສ ຈ​ູ​ເນຍ ແລະ ​ການ​ກະ​ທຳທີ່​ດຳ​ເນີນ​ການ​ໂດຍມື້​ລາງ ບິ​ດາ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ​ມາ​ໂກ​ສ ເຊ​ຍໍ.
ມີ​ການ​ໂຮມ​ຊຸມ​ນຸມ​ກັນ​ຢູ່ນອກ​ສູນ​ກາງ​ປະ​ຊຸມ​ລັດ​ຮາ​ວາຍ ​ທີ່​ນະ​ຄອນ​ໂຮ​ໂນ​ລູ​ລູ ເມື່ອ​ວັນ​ທີ 18 ພະ​ຈິກ 2023 ເພື່ອ​ປະ​ທ້ວງ​ການ​ຢ້ຽມ​ຢາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເຟີ​ດີ​ນານ ມາ​ໂກ​ສ ຈ​ູ​ເນຍ ແລະ ​ການ​ກະ​ທຳທີ່​ດຳ​ເນີນ​ການ​ໂດຍມື້​ລາງ ບິ​ດາ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ​ມາ​ໂກ​ສ ເຊ​ຍໍ.

ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ທ່ານ​ເຟີ​ດີ​ນານ ມາ​ໂກ​ສ ຈູ​ເນຍ ​ທີ່ພວມ​ຢ້ຽມ​ຢາມ​ລັດ​ຮາ​ວາຍ ຈະ​ພົບ​ປະ​ກັບ​ພວກ​ນາຍ​ທະ​ຫານ​ອະ​ວຸ​ໂສ​ສະ​ຫະ​ລັດແລະ​ບັນ​ດາ​ສະ​ມາ​ຊິກ​ປະ​ຊາ​ຄົມ​ຂະ​ໜາດ​ໃຫຍ່​ ຂອງ​ຊາວ​ຟີ​ລິບ​ປິນ​ຢູ່​ທີ່ນັ້ນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ​ມາ​ໂກ​ສ ມີກຳ​ນົດພົບ​ປະ​ໃນ​ວັນ​ອາທິດ​ວານນີ້ ກັບ​ນາຍ​ທະ​ຫານ​ອະ​ວຸ​ໂສ​ສຸດ​ຂອງ​ສະ​ຫະ​ລັດ​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ພົນ​ເຮືອ​ເອກ​ຈອນ ອາ​ກີ​ລີ​ໂນ.

ນອກນັ້ນ ທ່ານ​ຍັງ​ຄາດ​ວ່າ​ຈະ​ທຳ​ການ​ເຈ​ລະ​ຈາ​ຫາ​ລືກ່ຽວ​ກັບ​ບັນ​ຫາ​ທ້າ​ທາຍ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ຕໍ່​ປະ​ເທດ​ຂອງ​ທ່ານ ແລະ​ບົດ​ບາດ​ໃນ​ການ​ເປັນ​ພັນ​ທະ​ມິດ​ລະ​ຫວ່າງ​ຟີ​ລິບ​ປິນ​ກັບ​ສະ​ຫະ​ລັດ.

ທ່ານ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ລັດ​ຮາ​ວາຍ ຫຼັງ​ຈາກ​ໄດ້​ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ ​ທີ່​ນະ​ຄອນ​ແຊນ​ແຟ​ຣນ​ຊິ​ສ​ໂກແລະ​ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິກ​ປະ​ຊາ​ຄົມ​ຟີ​ລິບ​ປິນ​ທີ່​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ.

ການ​ເດີນ​ທາງ​ຢ້ຽມ​ຢາມ​ດັ່ງ​ກ່າວ​ຍັງ​ໄດ້​ສະ​ທ້ອນ​ເປັນ​ການ​ສ່ວນ​ໂຕ​ສຳ​ລັບ​ທ່ານ​ມາ​ໂກ​ສ ຜູ້​ຊຶ່ງ​ບິ​ດາ​ຂອງ​ທ່ານ ມື້​ລາງ​ຈອມ​ຜະ​ເດັດ​ການ​ເຟີ​ດີ​ນານ ມາ​ໂກ​ສ ໄດ້​ເສຍ​ຊີ​ວິດ​ໃນ​ລະ​ຫວ່າງ​ລີ້​ໄພ​ຢູ່​ນະ​ຄອນ​ໂຮ​ໂນ​ລູ​ລູ ຫຼັງ​ຈາກ​ໄດ້​ຖື​ກ​ໂຄ່ນ​ລົ້ມໃນ​ການ​ລຸກ​ຮື​ຂຶ້ນ​ເມື່ອ​ປີ 1986.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG