ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີ​ລິ​ບປິນ ຕຽມຮັບມື ກັບໄຕ້​ຝຸ່ນ ຂະໜາດ​​ແຮງ Haiyan (ວີດີໂອ)


ເສັ້ນທາງທີ່ລົມພະຍຸ Haiyan ຈະພັດຜ່ານ
ເສັ້ນທາງທີ່ລົມພະຍຸ Haiyan ຈະພັດຜ່ານ
ໄຕ້​ຝຸ່ນຂະໜາດແຮງຫົວ​ນຶ່ງ​ ພວມ​ມຸ່ງ​ໜ້າ​ທີ່​ຈະ​ພັດ​ເຂົ້າຖະຫຼົ່ມ​
ພາກ​ກາງຂອງຟີ​ລິ​ບປິນ ບ່ອນ​ທີ່ ປະຊາຊົນ​ຈຳນວນ​ຫຼາຍພັນ​
ຄົນ ​ໄດ້ທໍາ​ຕາມ​ຄໍາເຕືອນຂອງລັດຖະບານ​ໃຫ້​ພວກ​ເຂົາ​ເຈົ້າ
ຍົກຍ້າຍອອກ​ໜີ​ລ່ວງ​ໜ້ານັ້ນ.

ລົມ​ໄຕ້​ຝຸ່ນ Haiyan ຊຶ່ງ​ໃນ​ເວລາ​ນີ້ ມີ​ຄວາມ​ຄວາມແຮງ​ເຖິງ
250 ກິ​ໂລ​ແມັຕຕໍ່​ຊົວ​ໂມງ ​ແລະ​ຄາດ​ວ່າ​ຈະ​ເພີ້ມຄວາມແຮງ​
ຂຶ້ນຕື່ມ ກ່ອນທີ່​ຈະພັດ​ຂຶ້ນ​ຝັ່ງ ​ໃນ​ວັນ​ສຸກມື້​ອື່ນ​ນີ້.

ປະຊາຊົນທີ່​ຢູ່​ອາ​ໄສ​ໃນ​ຂົງ​ເຂດ ​ເຊັ່ນ​ Grace Macion
ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ແມ່ນ​ຮູ້ລ່ວງ​ໜ້າ ​ແລ້ວ​ກ່ຽວ​ກັບ​ລົມ
ພາຍຸ​ຫົວນີ້ ຊຶ່ງ​ຄາດ​ວ່າ​ຈະ​ເປັນ​ພາຍຸ​ທີ່​ແຮງ​ທີ່​ສຸດໃນຮອບ​ປີ​ນີ້.

ນາງ​ເວົ້າວ່າ ພວກ​ເຮົາພາກັນຫວາດ​ກົວ ເວລາເດືອນ​ພະຈິກ​ ຫຼື​ເດືອນ​ທັນວາມາເຖິງ​
ເພາະ​ວ່າ ພວກ​ເຮົາ​ເຄີຍ​ປະສົບ​ພົບເຫັນ​ ລົມໄຕ້​ຝຸ່ນ​ທີ່​ຮ້າຍ​ແຮງ ​ມາ​ກ່ອນ​ແລ້ວ.

ພວກນັກ​ພະ​ຍາກ​ອນອາກາດຄາດວ່າ ລົມພາຍຸ​ໄຕ້​ຝຸ່ນ Haiyan ນີ້​ຈະ​ພາ​ໃຫ້​ມີຝົນ
ຕົກ​ໜັກ ​ແລະ​ລົມ​ແຮງ ​ໃນ​ຂະນະ​ທີ່​ພາຍຸ​ຫົວ​ນີ້ ຈະ​ພັດ​ຜ່ານ​ໝູ່ເກາະ​ໃນ​ເຂດພາກ​ກາງ
ຂອງ​ຟີ​ລິບ​ປິນ ຊຶ່ງ​ບາງ​ເກາະນັ້ນ ​ແມ່ນ​ຫາ​ກໍຟື້ນ​ຄືນ ຈາກ​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງ
7.2 ຣິກ​ເຕີ້ ໃນ​ເດືອນ​ແລ້ວ​ນີ້.

​ບັນດາເຈົ້າ​ໜ້າ​ທີ່ ​ໄດ້​ຍົກ​ເລີກບໍ່​ໃຫ້​ເຮືອ​ຂ້າມ​ຟາກທັງຫຼາຍອອກ​ແລ່ນ ​ແລະໄດ້​ບອກ
​ກັບ​ພວກ​ເຮືອ​ ​ປະມົງໃຫ້ຊອກຫາ​ບ່ອນ​ຫລົບ​ໄພ. ນອກ​ນັ້ນ ຟີ​ລິບ​ປິນຍັງ​ໄດ້​ສັ່ງ​ໃຫ້
ກໍາລັງ​ທາງ​ທະຫານຕຽມ​ພ້ອມ​ທີ່​ຈະ​ແຈກ​ຢາຍ​ເຄື່ອງ​ບັນ​ເທົາ​ທຸກ​ສຸກ​ເສີນ​ຕ່າງໆ.

PHILIPPINES TYPHOON SOTVO.mov
please wait

No media source currently available

0:00 0:00:48 0:00
XS
SM
MD
LG