ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ AQUINO ສາບານໂຕ ເຂົ້າຮັບຕຳແໜ່ງ


ທ່ານ AQUINO ສາບານໂຕ ເຂົ້າຮັບຕຳແໜ່ງ
ທ່ານ AQUINO ສາບານໂຕ ເຂົ້າຮັບຕຳແໜ່ງ

ທ່ານ BENIGNO AQUINO ລູກຊາຍຂອງ 2 ນັກຕໍ່ສູ້ເພື່ອປະຊາທິປະໄຕ ທີ່ມີຊື່ສຽງ
ຂອງຟີລິບປິນ ໄດ້ສາບານໂຕເຂົ້າຮັບໜ້າທີ່ເປັນປະທານາທິບໍດີຄົນທີ 15 ຂອງຟີລິບປິນ
ໃນວັນພຸດມື້ນີ້.

ທ່ານ AQUINO ໄດ້ສາບານໂຕເຂົ້າຮັບຕຳແໜ່ງທີ່ສວນສາທາລະນະແຄມທະເລ
ແຫ່ງນຶ່ງ ໃນນະຄອນຫຼວງມະນີລາ ຕໍ່ໜ້າພວກສະໜັບສະໜູນເປັນຈຳນວນຫຼວງຫຼາຍ
ຊຶ່ງຫຼາຍໆຄົນໃນນັ້ນ ພາກັນໃສ່ຊຸດສີເຫຼືອງຊຶ່ງເປັນສີເຄື່ອງໝາຍ ສຳລັບຄອບຄົວ
ຂອງທ່ານ.

ໃນຄຳປາໄສເຂົ້າຮັບຕຳແໜ່ງນັ້ນທ່ານ AQUINO ເວົ້າວ່າ ການປົກຄອງຂອງທ່ານ
ແມ່ນຂີດໝາຍໃນການສິ້ນສຸດລົງຂອງລັດຖະບານ ທີ່ບໍ່ເອົາຫົວຊາຕໍ່ຄຳຮຽກຮ້ອງຕ້ອງການ
ຂອງປະຊາຊົນ.

ອະດີດສະມາຊິກລັດຖະສະພາຂອງຟີລິບປິນທ່ານນີ້ ໄດ້ຊະນະການເລືອກຕັ້ງປະທານາ
ທິບໍດີໃນວັນທີ 10 ພຶດສະພາຜ່ານມາ ດ້ວຍຄະແນນສຽງອັນຖ້ວມລົ້ນ ຍ້ອນນະໂຍບາຍ
ທີ່ຈະທັບມ້າງການສໍ້ລາດບັງຫຼວງແລະຄວາມທຸກຍາກ.

ທ່ານໄດ້ຮັບຕຳແໜ່ງຕໍ່ຈາກປະທານາທິບໍດີ GLORIA ARROYO ຊຶ່ງສະໄໝ
ການປົກຄອງເປັນເວລາ 9 ປີເຄິ່ງ ຂອງທ່ານນາງ ໄດ້ມົວ​ໜອງຍ້ອນການກ່າວຫາ
ກ່ຽວກັບການສໍ້ລາດບັງຫຼວງ ການສໍ້ໂກງຄະແນນສຽງ ແລະການພະຍາຍາມ
ແຕ່ບໍ່ສຳເລັດຜົນ ທີ່ຈະປົດທ່ານນາງອອກຈາກຕຳແໜ່ງ ບໍ່ວ່າດ້ວຍການຟ້ອງຮ້ອງ
ຫຼືການກໍ່ລັດຖະປະຫານກໍດີ.

ນຶ່ງມື້ກ່ອນເຂົ້າຮັບໜ້າທີ່ ຄື​ໃນ​ມື້ວານ​ນີ້ ທ່ານ AQUINO ໄດ້ປະກາດກ່ຽວກັບ
ການຈັດຕັ້ງຄະນະກຳມາທິການຄົ້ນຫາຄວາມຈິງ ເພື່ອສືບສວນເບິ່ງການກ່າວຫາ
ກ່ຽວກັບການສໍ້ລາດບັງຫຼວງ ທີ່ພົວພັນກັບທ່ານນາງ ARROYO.

XS
SM
MD
LG