ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີຟິລິບປິນແຕ່ງຕັ້ງ ຜູ້ບັນຊາການກອງທັບຄົນໃໝ່

ທ່ານ Benigno Aquino
ປະທານາທິບໍດີ ຟິລິບປິນ
ໄດ້ແຕ່ງຕັ້ງຜູ້ບັນຊາການ
ກອງທັບຄົນໃໝ່ ​ໂດຍ
ມອບໝາຍ​ໃຫ້​ຮັບຜິດຊອບ
ນໍາການສະສາງການສໍ້ລາດ
ບັງຫລວງ ໃນກອງທັບ​ທີ່​ມີ
ກໍາລັງພົນ 130,000 ຄົນນັ້ນ.

ທ່ານ ອາກີໂນ ໄດ້ປະກາດແຕ່ງ ພົນໂທ Eduardo
Oban ໃຫ້ເປັນຫົວໜ້າເສນາທິການຄົນ​ໃໝ່​ຂອກອງທັບ
ຟິລິບປິນໃນພິທີມອບປະລິນຍາບັດ​ໃຫ້ນາຍຮ້ອຍທະຫານ
ຟິລິບປິນ ທີ່ເມືອງ Baguio ​ໃນວັນອາທິດມື້ນີ້.

ພົນໂທ ໂອບັນ ຈະສືບຕໍາແໜ່ງແທນ ພົນເອກ Ricardo David ທີ່ຈະອອກ​ບໍານານ ໃນວັນຈັນມື້ອື່ນນີ້.

ການແຕ່ງຕັ້ງດັ່ງກ່າວ ມີຂຶ້ນ​ໃນທ່າມກາງການສອບສວນບັ້ນນຶ່ງຂອງສະພາແຫ່ງ​ຊາດຟິລິບປິນ
ທີ່ເປີດເຜີຍຂ່າວນອງນັນ ກ່ຽວກັບການໃຊ້ຈ່າຍເງິນຫລາຍລ້ານໂດລາ ຢ່າງບໍ່ຖືກບໍ່ຕ້ອງຂອງ
ພວກນາຍພົນທະຫານລະດັບສູງຂອງຟິລິບປິນນັ້ນ.

XS
SM
MD
LG