ຟິລິບປີນກ່າວວ່າ ຊາວຕ່າງປະເທດແມ່ນຮວມຢູ່ໃນພວກຫົວຮຸນແຮງອິສລາມ ທີ່ເຂົ້າ
ຄວບຄຸມເມືອງນຶ່ງ ເທິງເກາະ Mindonao ທາງພາກໃຕ້ຂອງປະເທດ ເມື່ອຕົ້ນອາ
ທິດນີ້.
ຜູ້ຊ່ວຍອະທິໄອຍະການ Jose Cadila ກ່າວໃນວັນສຸກມື້ນີ້ວ່າ “ອັນທີ່ກຳລັງເກີດຂຶ້ນ
ຢູ່ໃນເກາະ Mindanao ບໍ່ແມ່ນການກໍ່ກະບົດຂອງຊາວຟິລິບປີນອີກຕໍ່ໄປແລ້ວ. ມັນ
ໄດ້ປ່ຽນຮູບໄປເປັນການຮຸກຮານ ຂອງພວກນັກລົບຕ່າງປະເທດ.”
ທ່ານກ່າວວ່າ ມີພວກນັກລົບຊາວມາເລເຊຍ ອິນໂດເນເຊຍ ສິງຄະໂປ ແລະ "ພວກ
ນັກລົບຕ່າງຊາດອື່ນໆ” ຢູ່ທີ່ເມືອງ Marawi.
ທ່ານ Cadila ກ່າວວ່າ ພວກນັກລົບຫົວຮຸນແຮງ ໄດ້ສະໜອງຕອບຕໍ່ “ການຮ້ອງໃຫ້
ເຮັດສົງຄາມ” ເພື່ອກໍ່ຕັ້ງແຂວງຂອງກຸ່ມລັດອິສລາມຫລື ISIS ຂຶ້ນຢູ່ທີ່ເກາະ
Mindanao.
ກຳລັງທະຫານຟິລິບປິນ ໄດ້ເຂົ້າໄປເກາະ Mindanao ໃນວັນພະຫັດວານນີ້ ເພື່ີອ
ເລີ້ມກວດລ້າງພວກຫົວຮຸນແຮງລັດອິສລາມ.
ບັນດາເຮືອບິນເຮລີຄອບເຕີ ໄດ້ບິນຜ່ານເທິງຫລັງຄາເຮືອນໃນເມືອງ Marawi ໃນ
ຂະນະທີ່ພວກລົດຫຸ້ມເກາະເຄື່ອນເຂົ້າສູ່ຄຸ້ມຕ່າງໆ ທ່າມກາງການສູ້ລົບ ແລະສຽງລະ
ເບີດແຕກຢ່າງກະຈັດກະຈາຍ. ສ່ວນໃຫຍ່ຂອງຊາວເມືອງ Malawi ຈຳ ຈວນ
200,000 ຄົນກຳລັງພາກັນລົບໜີໄປຢູ່ບ່ອນທີ່ປອດໄພ.