ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຟີ​ລິບ​ປິນ ບໍ່​ແມ່ນ​ຜູ້​ທ້າ​ທາຍຍົ້ວ​ຍຸ ໃຫ້​ເກີດ​ບັນ​ຫາ​ຂັດ​ແຍ້ງ ຢູ່​ທະ​ເລ​ຈີນ​ໃຕ້ ກອງ​ທັບ​ຂອງ​ປະ​ເທດ​ກ່າວ


​ແຟ້​ມ - ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​​ຟີ​ລິບ​ປິນ ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ພວມ​ໃຊ້​ທໍ່​ສີດ​ນ້ຳ​ຂະ​ໜາດ​ແຮງ ສີດໃສ່​ເຮືອ​ M/L Kalayaan ຂອງ​ຟີ​ລິບ​ປິນ ຂະ​ນະ​ທີ່​ເຮືອ​ລຳ​ນັ້ນ ​ແລ່ນ​ເຂົ້າ​ໄປ​ໃກ້ເກາະ​ຫາດ​ຊາຍ​ໂທ​ມາ​ສ​ທີ 2 ໃນ​ທະ​ເລ​ຈີ​ນ​ໃຕ້ ທີ່​ມີ​ການ​ຂັດ​ແຍ້ງ ວັນ​ທີ 10 ທັນ​ວາ 2023.
​ແຟ້​ມ - ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​​ຟີ​ລິບ​ປິນ ກຳ​ປັ່ນ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຈີນ ພວມ​ໃຊ້​ທໍ່​ສີດ​ນ້ຳ​ຂະ​ໜາດ​ແຮງ ສີດໃສ່​ເຮືອ​ M/L Kalayaan ຂອງ​ຟີ​ລິບ​ປິນ ຂະ​ນະ​ທີ່​ເຮືອ​ລຳ​ນັ້ນ ​ແລ່ນ​ເຂົ້າ​ໄປ​ໃກ້ເກາະ​ຫາດ​ຊາຍ​ໂທ​ມາ​ສ​ທີ 2 ໃນ​ທະ​ເລ​ຈີ​ນ​ໃຕ້ ທີ່​ມີ​ການ​ຂັດ​ແຍ້ງ ວັນ​ທີ 10 ທັນ​ວາ 2023.

ຟີ​ລິບ​ປິນ​ບໍ່​ໄດ້​ເປັນ​ຜູ້​ທ້າ​ທາຍຍົ້ວ​ຍຸ ​ໃຫ້​ເກີ​ດ​ບັນ​ຫາ​ຂັດ​ແຍ້ງ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ໂຄ​ສົກ​ຂອງກອງ​ທັບ​ຟີ​ລິບ​ປິນ​ກ່າວ ​ໃນ​ວັນ​ອັງ​ຄານ​ວານນີ້ ເພື່ອ​ຕອບ​ໂຕ້​ຕໍ່​ການ​ກ່າວ​ຫາ​ຂອງ​ຈີນ​ທີ່​ວ່າ ມະ​ນີ​ລາ​ລ່ວງ​ລ້ຳ​ເຂົ້າ​ໄປ​ໃນ​ດິນ​ແດນ​ຂອງ​ປັກ​ກິ່ງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ນັ້ນ​ແມ່ນການ​ກ່າວ​ຫາ​ເທື່ອຫຼ້າ​ສຸດ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ລະ​ຫວ່າງ​ປະ​ເທດ​ທັງ​ສອງ ໂດຍ​ໄດ້​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນກ່ຽວ​ກັບ​ການ​ປະ​ເຊີນ​ໜ້າ​ທາງ​ທະ​ເລ ຮວມ​ທັງ​ການ​ກ່າວ​ຫາ​ວ່າ​ຈີນ​ໄດ້​ໃຊ້​ກຳ​ປັ່ນ​ແລ່ນ​ເຂົ້າ​ຕຳ ເຮືອ​ຂົນ​ສົ່ງ​ສະ​ບຽງ​ຂອງ​ຟີ​ລິບ​ປິນ​ໃນ​ເດືອນນີ້ ທີ່​ມີ​ຜູ້​ບັນ​ຊາ​ການ​ທະ​ຫານ​ຢູ່​ໃນ​ນັ້ນ.

“ຟີ​ລິບ​ປິນ​ ບໍ່​ໄດ້​ທ້າ​ທາຍຍົ້ວ​ຍຸ ​ໃຫ້​ເກີດ​ບັນ​ຫາ​ຂັດ​ແຍ້ງ” ທ່ານ​ເມ​ແດ​ລ ອາ​ກີ​ລາ ກ່າວ​ຕໍ່​ອົງ​ການ​ອອກ​ອາ​ກາດ PTV ຂອງລັດ​ຖະ​ບານ​ຟີ​ລິບ​ປິນ.

“ພວກ​ເຮົາ​ປະ​ຕິ​ບັດ​ຕາມ ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ແລະ​ພວກ​ເຮົາ​ມີ​ແຕ່​ຈັດ​ຕັ້ງ​ປະ​ຕິ​ບັດກົດ​ໝາຍ ​ພາຍ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ ​ຊຶ່ງໝາຍ​ເຖິງ​ຂອບ​ເຂດ​ຈຳ​ກັດ​ຂອງເຂດ​ນ່ານ​ນ້ຳ​ແດນ​ດິນພວກ​ເຮົາ ແລະ​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ ຂອງ​ພວກ​ເຮົາ ບ່ອນ​ທີ່​ພວກ​ເຮົາ​ມີ​ສິດ​ທິ​ອະ​ທິ​ປະ​ໄຕ​ນັ້ນ.”

ການ​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ​ມີ​ຂຶ້ນ​ນຶ່ງມື້​ຫຼັງ​ຈາກ​ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ ປາກ​ກະ​ບອກ​ສຽງ​ຂອງ​ພັກ​ຄອມ​ມູ​ນິ​ສ​ຈີນ ຂຽນ​ວ່າ ຟີ​ລິບ​ປິນ​ແມ່ນ​ກາງ​ຕໍ່​ການ​ສະ​ໜັບ​ສະ​ໜຸນ​ຂອງ​ສະ​ຫະ​ລັດ ເພື່ອ​ສືບ​ຕໍ່​ທ້າ​ທາຍຍົ້ວ​ຍຸ​ຕໍ່​ຈີນ.

ນີ້ແມ່ນ​ການ​ປະ​ພຶດ “ທີ່​ເປັນ​ອັນ​ຕະ​ລາຍ​ທີ່​ສຸດ” ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ ໃຫ້​ແກ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ ໜັງ​ສື​ພິມ​ຂອງ​ທາງ​ການ​ຈີນ ​ກ່າວ​ຕື່ມ.

ທ່ານ​ອາ​ກີ​ລາກ່າວ​ວ່າ ກິດ​ຈະ​ກຳ​ຂອງ​ຟີ​ລິບ​ປິນ​ຈະ​ບໍ່​ເຮັດ​ໃຫ້​ກຳ​ປັ່ນ​ແລະ​ການ​ເດີນ​ທາງ​ໃນ​ທະ​ເລ ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ ແຕ່​ກໍ​ໄດ້​ກ່າ​ວ​ຫາ​ຈີນ​ວ່າ ທຳ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ອັນ​ຕະ​ລາຍ ຊຶ່ງ​ໃນ​ບາງ​ຄັ້ງ​ໄດ້​ກໍ່​ໃຫ້​ເກີດ​ມີ​ການ​ຕຳ​ກັນ​ທາງ​ທະ​ເລ​ຂຶ້ນ.

“ພວກ​ເຂົາ​ເປັນ​ຜູ້​ທຳ​ການ​ລ່ວງ​ລະ​ເມີດ​ທັງ​ໝົດ’ ທ່ານ​ກ່າວ​ເພີ້ມ​ຕື່ມ.

ໃນ​ວັນ​ອັງ​ຄານ​ວານນີ້ ສະ​ຖານ​ທູດ​ຈີນ​ຢູ່​ນະ​ຄອນ​ຫຼວງ​ມະ​ນີ​ລາ​ກ່າວ​ວ່າ ຟີ​ລິບ​ປິນ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ ໂດຍ​ສົ່ງວັດ​ສະ​ດຸ​ກໍ່​ສ້າງ​ ໄປ​ຍັງ​ເກາະຫາດ​ຊາຍໂທ​ມາ​ສ​ທີ​ສອງ ບ່ອນ​ທີ່​ກຳ​ປັ່ນ​ຂອງກອງ​ທັບ​ເຮືອ​ຟີ​ລິບ​ປິນຄ້າງຫາດ​ຢູ່​ທີ່ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG