ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຟິລິບ​ປິນ ​ໄດ້​ຮັບ​ ເຮືອບິນ​ລົບໃໝ່ ​2 ລຳ ​ຈາກ​ເກົາຫລີ​ໃຕ້


ື້ໜຶ່ງໃນຈຳນວນເຮືອບິນລົບສອງລຳ FA-50 ໄດ້ຮັບການຕ້ອນຮັບ ຈາກການສີດນໍ້າໃສ່ ເວລາໄປເຖິງເດີ່ນບິນ.
ື້ໜຶ່ງໃນຈຳນວນເຮືອບິນລົບສອງລຳ FA-50 ໄດ້ຮັບການຕ້ອນຮັບ ຈາກການສີດນໍ້າໃສ່ ເວລາໄປເຖິງເດີ່ນບິນ.

ຟິລິບ​ປິນ ​ໄດ້​ຮັບ​ເຮືອບິນ​ລົບ​ສອງ​ລຳ ​ຈາກ​ເກົາຫລີ​ໃຕ້ ​ໃນ​ວັນ​ເສົາ
​ມື້​ນີ້ ອັນ​ເປັນ​ຂີດ​ໝາຍ​ທີ່ທາງກອງທັບ​ຮ້ອງ​ວ່າ “ການ​ກັບ​ຄືນ​ໄປ​ສູ່
ຍຸກ​ສະ​ໄໝ​ ຂອງ​ເຮືອບິນອາຍພົ່ນ​ໄວ​ກວ່າ​ສຽງ.”

​ໂຄສົກ ກະຊວງ​ປ້ອງ​ກັນ​ປະ​ເທດ​ຟິລິບ​ປິນ ທ່ານ Peter Paul
Galvez ກ່າວ​ວ່າ “​ມັນ​ພຽງ​ແຕ່​ເປັນເຮືອ​ບິນນ້ອຍ” ​ແຕ່​ມັນ​ກໍຈະ
​ຊ່ວຍຮັກສາ​ນ່ານຟ້າ​ຂອງປະ​ເທດ​ຈາກ​ການ​ລ່ວງ​ລະ​ເມີດ.

ທ່ານ Galvez ກ່າວ​ວ່າ “ບັນດາ​ນັກ​ບິນ​ຂອງ​ພວກ​ເຮົາ​ພາກັນ​ຕື່ນ​
ເຕັ້ນ​ ​ທີ່​ໄດ້​ຮັບ​ເຮືອບິນ ມັນ​ເປັນ​ການເພີ້ມກຳລັງ​ໃຈ ເຮັດ​ໃຫ້​ຂວັນ​
ນັກ​ບິນ​ຂອງ​ພວກ​ເຮົາດີ​ຂຶ້ນ ​ຢູ່ໃນ​ກອງ​ທັບອາກາດ.”

​ເມື່ອສິບ​ປີ​ກ່ອນ ກອງທັບ​ອາກາດ​ຟີລິ​ບປີນ ​ໄດ້ປົດ​ປະຈຳການເຮືອບິນ​ລົບ F5 ສິບ​ລຳ ​ທີ່​
ຍັງ​ມີ​ຢູ່​ນັ້ນ ຍ້ອນຄ່າບົວລະ​ບັດ​ຮັກສາ ໄດ້​ມີ​ລາຄາ​ແພງ​ຫຼາຍ. ການ​ຊື້​ເຮືອບິນລົບ​ເຝິກ​ຫັດ
FA-50 ທີ່​ເຮັດ​ໂດຍບໍລິສັດ Aerospace Industries Ltd ​ຂອງເກົາຫຼີໃຕ້ເປັນ​ການ​ສັ່ງ​ຊື້
​ເ​ຮື​ອບິນ​ລົບເທຶຶ່ອທຳ​ອິດ ​ເກືອບ​ສີ່​ທົດ​ສະ​ວັດ​ທີ່​ຜ່ານມາ.

ເຮືອບິນລົບໃໝ່ FA-50PH ສອງລຳ (ເທິງຊ້າຍສຸດ) ແລະ (ຂວາລຸ່ມສຸດ) ໄດ້ຮັບການອາລັກຂາ ຈາກຝຸງບິນຟິລິບປິນ ເວລາໄປເຖິງເຂດນ່ານຟ້າ ຟິລິບປິນ ເມື່ອວັນທີ 28​ ພະຈິກ, 2015.
ເຮືອບິນລົບໃໝ່ FA-50PH ສອງລຳ (ເທິງຊ້າຍສຸດ) ແລະ (ຂວາລຸ່ມສຸດ) ໄດ້ຮັບການອາລັກຂາ ຈາກຝຸງບິນຟິລິບປິນ ເວລາໄປເຖິງເຂດນ່ານຟ້າ ຟິລິບປິນ ເມື່ອວັນທີ 28​ ພະຈິກ, 2015.

ເຮືອບິນ​ລົບ FA-50 ສາມາດ​ມອງເຫັນໄດ້ດີ​ໃນຍາມ​ມື້​ຄືນ ຫລື​ການ​ປະຕິບັດ​ງານໃນຕອນ
​ກາງ​ເວັນ ​ແລະ​ສາມາດຕິດ​ຕັ້ງລູກ​ສອນ​ໄຟ​ລະຍະ​ສັ້ນ ​ແຕ່​ເຮືອບິນ​ຫາ​ເຮືອບິນ ຫລືແຕ່​ເຮືອ
ບິນ​ຫາ​ພາກພື້ນດິນ ຮວມຢູ່​ໃນ​ອາວຸດ​ຊະນິດ​ອື່ນໆ.

​ເຮືອບິນ​ລົບດັ່ງກ່າວ​ນີ້ ​ເປັນ​ເຮືອບິນ​ສອງ​ລຳທຳ​ອິດ ​ທີ່ຕົກໄປເຖິງ ຂອງຈຳນວນທັງ​ໝົດ 12
ລຳ ​ທີ່​ຟີ​ລິບ​ປິນ​ໄດ້ຊື້ຈົນ​ເຖິງ​ປີ 2017. ລາຄາ 420 ລ້ານ​ໂດ​ລາເປັນ​ພາກສ່ວນ​ນຶ່ງຂອງເງິນ
1 ພັນ 8 ຮ້ອຍ​ລ້ານ​ໂດ​ລາ ​ເພື່ອ​ປັບປຸງກອງທັບ. ມັນ​ເປັນພາກ​ສ່ວນນຶ່ງ ໃນແຜນການຂອງ
ຟິລິບ​ປີນ​ເພື່ອ​ຈັດຕັ້ງການ​ປ້ອງ​ກັນປະ​ເທດທ່າມກາງການເອົາທ່າທີແບບຮຸກຮານຫຼາຍຂຶ້ນ
ຂອງ​ຈີນ ຢູ່ໃນ​ທະ​ເລ​ຈີນ​ໃຕ້.

XS
SM
MD
LG