ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນ ຍົກລະດັບ ການເຕືອນ ກ່ຽວກັບ ພູໄຟ ມາຢອນ ຫຼັງຈາກ ມີການເໜັງຕີງ


Philippines Volcano
please wait
Embed

No media source currently available

0:00 0:00:46 0:00

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ຟິລິບ​ປີນ ​ໄດ້​ເພີ້ມ​ການ​ເຕືອນ​ໃຫ້​ຢູ່​ໃນ​ລະດັບສູງຂຶ້​ນ​ສຳ​ຫຼັບ​ພູໄຟ
ທີ່ຍັງມີການເໜັງຕີງຢູ່ ຫຼັງ​ຈາກ​ພູໄຟດັ່ງກ່າວ​ໄດ້​ສົ່ງຂີ້​ເທົ່າແລະ​ກ້ອນຫີນ​ ຂຶ້ນ​ສູ່​ອາກາດ
ສູງຫຼາຍໆ​ກິ​ໂລ​ແມັດ ໃນວັນ​ຈັນ​ວານ​ນີ້.

ການລະ​ເບີດ​ຂະໜາດໃຫຍ່ຂອງພູໄຟມາຢອນ ໃນ​ວັນ​ຈັນ​ວານ​ນີ້ ​ແມ່ນ​ເປັນ​ການລະ​ເບີດ
​ທີ່​ແຮງ​ສຸດ​ນັບ​ຕັ້ງ​ແຕ່ ພູໄຟ​ທີ່​ສູງ 2 ພັນ 462 ​ແມັດ ​ໄດ້​ເລີ່​ມສົ່ງ​ລາວາຮ້ອນສີ​ແດງພ້ອມ​ທັງ
ຂີ້​ເທົ່າ ແລະ​ແກັສທີ່​ມີ​ຄວາມຮ້ອນ​ແຮງ​ຕະຫລອດ​ກ້ອນຫີນຕ່າງ​ໆ ຂຶ້ນ​ສູ່​ອາກາດເມື່ອ​ເກືອ​ບ
ສອງ​ສັບ​ປະດາ​ຜ່ານ​ມາ​ແລ້ວນັ້ນ.

ພູໄຟຟິລິບປີນ
ພູໄຟຟິລິບປີນ

ສະ​ຖາ​ບັນ​ສຶກສາພູ​ໄຟ​ຂອງ​ຟິລິບ​ປີນ ໄດ້​ເພີ້ມ​ການ​ເຕືອນ​ກ່ຽວກັບພູໄຟມາຢອນໃຫ້​ສູງຂຶ້ນ
ສູ່ລະດັບ 4 ຂອງຂອງການວັດແທກ ທີມີທັງໝົດ 5 ລະດັບ ທີ່​ເປັນ​ຂີດ​ໝາຍ​ຂອງ​ໄພ​
ອັນຕະລາຍ ໃນການ​ລະ​ເບີດ​ຂອງພູໄຟໜ່ວຍນີ້. ສະ​ຖາ​ບັນ​ດັ່ງກ່າວ​ຍັງ​ຂະຫຍາຍ​ເຂດ​
ອັນຕະລາຍ​ທີ່ຢູ່​ອ້ອມ​ແອ້ມ​ພູມາຢອນອອກ​ໄປ​ອີກ ​ໃນ​ລັດສະໝີ 8 ກິ​ໂລ​ແມັດ. ມີ​ຜູ້​ຄົນ​ທີ່​
ອາ​ໄສ​ຢູ່​ໃນ​ຂົງ​ເຂດຈຳນວນ​ຫຼາຍ​ເຖິງ 40 ພັນ​ຄົນ ​ໄດ້​ຖືກ​ບັງຄັບໃຫ້​ຍົກຍ້າຍ​ ​ໄປ​ຍັງ​ບ່ອນ
​ທີ່​ປອດ​ໄພ ​ໃນ​ຂະນະ​ທີ່​ພູໄຟ​ມາ​ຢອນ ມີຄວາມ​ບໍ່​ທຸ່ນ​ທ່ຽງ​ເພີ້ມຂຶ້ນນັບມື້ນັ້ນ.

​ພູໄຟ​ມາຢອນ ​ຊຶ່ງຕັ້ງ​ຢູ່ຫຼາຍ​ກວ່າ 300 ກິ​ໂລ​ແມັດ ​ຫ່າງຈາກນະຄອນຫຼວງມະນີ​ລາ
ແມ່ນ ​1 ​ໃນພູໄຟ 22​ ​ໜ່ວຍ​ ທີ່ຍັງມີການເໜັງຕີ​ຢູ່​. ​ພູໄຟ​ມາຢອນ ​ໄດ້​ລະ​ເບີດ​ຂຶ້ນ​ຢ່າງ​ນ້ອຍ
50 ຄັ້ງ​ແລ້ວ ​ໃນ​ຄວາມ​ຊົງ​ຈຳທີ່​ມີການບັນທຶກໄວ້ ​ແລະ​ຮ້າຍ​ແຮງ​ທີ່​ສຸດ​ແມ່ນໃນປີ 1814
ເວລາເມືອງ​ແຄ​ກຊາ​ວາ ​ໄດ້​ຖືກຖົມ​ດ້ວຍ​ຂີ້ຕົມ​ຂອງ​ພູໄຟ ​ແລະ​ມີ​ຜູ້​ຄົນ​ຫຼາຍ​ກວ່າ 1 ພັນ​ຄົນ
​ໄດ້​ເສຍ​ຊີວິດ.

ປະ​ເທດ​ຟິລິບ​ປີນ ​ແມ່ນ​ຕັ້ງ​ຢູ່ ​ເຂດ​ວົງ​ແຫວນໄຟ ຫຼື “Ring of Fire,” ຊຶ່ງ​ແມ່ນ​ເສັ້ນ​
ແຕກ​ແຫງ​ໃນເຂດມະຫາ​ສະໝຸດ​ປາຊິ​ຟິກ ທີ່​ມັກພາໃຫ້ເກີດ​ແຜ່ນດິນ​ໄຫວ ​ແລະ​ພູໄຟ
ລະເບີດນັ້ນ​.​

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG