ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ​ຄ​ົນ​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ ດ້ວຍ​​ລ​ະ​ເບີດ​ມື ຢູ່​​ວັດ​ມຸ​ສ​ລິມ ທາງ​ພາກ​ໃຕ້ ​ຟິລິບ​ປີນ


ປະ​ຕູ​ປ່ອງ​ຢ້ຽມ​ທີ່​ເຫັນ​ແຕກ ຍ້ອນລະ​ເບີດ​ມື ​ທີ່​ວັດ​ມຸ​ສ​ລິມ ໃນ​ເມືອງຊຳ​ບວນ​ກາ ຟິ​ລິບ​ປິນ ​ເມື່ອວັນ​ທີ 30 ມັງ​ກອນ 2019.
ປະ​ຕູ​ປ່ອງ​ຢ້ຽມ​ທີ່​ເຫັນ​ແຕກ ຍ້ອນລະ​ເບີດ​ມື ​ທີ່​ວັດ​ມຸ​ສ​ລິມ ໃນ​ເມືອງຊຳ​ບວນ​ກາ ຟິ​ລິບ​ປິນ ​ເມື່ອວັນ​ທີ 30 ມັງ​ກອນ 2019.

ສອງ​ຄົນ​ໄດ້​ເສຍ​ຊີ​ວິດຫຼັງຈາກການ​ໂຈມ​ຕີ​ດ້ວຍລະ​ເບີດ​ມື ຢູ່ວັດ​ອິ​ສ​ລາມ​ແຫ່ງ​ນຶ່ງ ​ທາງ
ພາກ​ໃຕ້ຟິ​ລິບ​ປີນໃນ​ວັນ​ພຸດ​ມື້​ນີ້ ຊຶ່ງເປັນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ເທື່ອ​ທີ​ສອງ​ຕໍ່​ສະ​ຖານ
​ທີ່​ທາງ​ສາ​ສ​ໜາ ​ໃນ​ຂົງ​ເຂດ​ດັ່ງ​ກ່າວ ຫຼັງ​ຈາກ​ການ​ລົງ​ປະ​ຊາ​ມະ​ຕິຄັ້ງ​ສຳ​ຄັນ ທີ່ໄດ້​ຮັບ
​ການ​ອະ​ນຸ​ມັດ​ໃນການ​ປົກ​ຄອງ​ຕົນ​ເອງ​ຂອງ​ຊາວ​ມຸ​ສ​ລິມ​ຢູ່​ໃນ​ຂົງ​ເຂດ​ແຫ່ງນັ້ນ.

ຕຳ​ຫຼວດ​ກ່າວ​ວ່າ ​ສີ່​ຄົນ​ໄດ້​ເສຍ​ຊີ​ວິດ​ຈາກ​ການ​ໂຈມ​ຕີ​ດ້ວຍລະ​ເບີດ​ໃນ​ຕອນ​ເຊົ້າ ຢູ່​ໃນ
​ເມືອງ​ຊຳ​ບວນ​ກາ ທີ່​ໄດ້​ປະ​ນາມ​ວ່າ “ບໍ່​ມີ​ມະ​ນຸດ​ສະ​ທຳ” ໂດຍ​ສະ​ພາ​ທ້ອງ​ຖິ່ນ ​ຢູ​ລາ​ມາ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ເຂົ​າ​ເຈົ້າບໍ່ເຊື່ອ​ວ່າເປັນ​ການ​ຕອບ​ໂຕ້​ຕໍ່​ການວ​າງ​ລະ​ເບີດຢູ່​ໂບດ
​ຄາ​ໂທ​ລິກສອງ​ຄັ້ງ​ ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ ທີ່​ເກາະ​ໂຮໂລ ຊຶ່ງເຮັດ​ໃຫ້ 21 ຄົນ​ເສຍ​ຊີ​ວິດ.
ກຸ່ມ​ກໍ່​ກາ​ນ​ຮ້າຍ​ລັດ​ອິ​ສ​ລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີ ​ຢູ່​ເກາະໂຮ​ໂລ
ແຕ່​ບັນ​ດາ​ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ເຊື່ອ​ວ່າ ເປັນ​ນ້ຳ ມື​ຂອງກຸ່​ມຫົວ​ຮຸນ​ແຮງ ອາ​ບູ ​ງາ​ຢັ​ຟ.
ກຸ່​ມ​ດັ່ງ​ກ່າວ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ເປັນ ພັນ​ທະ​ມິດ​ກັບ​ກຸ່ມ​ລັດ​ອິ​ສ​ລາມ ​ແມ່ນ​ເປັນ​ຜູ້​
ໂຈມ​ຕີ ​ດ້ວຍລະ​ເບີດ ຫຼາຍ​ຮ້ອຍເທື່ອ ລັກ​ພາ​ໂຕ ແລະ​ຕັດ​ຄໍ​ຢູ່​ໃນ​ຂົງ​ເຂດ ​ມາ​ໄດ້​ຫຼາຍ
​ທົດ​ສະ​ວັດ.

ຜົນ​ສຳ​ເລັດ​ໃນການ​ລົງ​ປະ​ຊາ​ມະ​ຕິ​ເມື່ອ​ວັນ​ທີ 21 ​ມັງ​ກອນຜ່ານ​ມານີ້ ​ແມ່ນ​ອະ​ນຸ​ມັດ​ໃຫ້​
ເຂດ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ ທີ່​ຄອບ​ງຳ​ໂດຍຊາວ​ມຸ​ສ​ລິມ ມີ​ສິ​ດ​ໃນ​ການ​ປົກ​ຄອງ​ຕົນ​ເອງ ​
ຢູ່​ໃນ​ປະ​ເທດ​ທີ່​ປະ​ຊາ​ຊົນສ່ວນ​ໃຫຍ່​ນັບ​ຖື​ສາ​ສະ​ໜາ​ກາ​ໂຕ​ລິກນັ້ນ. ​ການ​ລົງປະ​ຊາ​ມະ​ຕິ​
ນີ້ ຍັງ​ໄດ້ສ້າງ​ຕັ້ງຂົງ​ເຂດ​ໃໝ່ ​ບັງ​ໂຊໂມ​ຣາ​ ອັນເປັນ​ຜົນມາ​ຈາກ​ການ​ເຈ​ລະ​ຈາ​ລະ​ຫວ່າງ​
ລັດ​ຖະ​ບານ ແລະ​ພວກມຸ​ສ​ລິມແບ່ງ​ແຍກ​ດິນ​ແດນ ຜູ້​ທີ່​ໄດ້​ກໍ່​ກະ​ບົດ​ແບບນອງ​ເລືອດ ມາ
​ເປັນ​ເວ​ລາ​ຫຼາຍ​ທົດ​ສະ​ວັດແລ້ວ.

ການລົງປະ​ຊ​າ​ມະ​ຕິ​ແມ່ນ​ໄດ້​ຖືກ​ປະ​ຕິ​ເສດ​ ໂດຍ​ຜູ້​ມີ​ສິດປ່ອນ​ບັດ​ໃນ​ແຂວງ​ຊູ​ລູ ​ຊຶ່ງ​ເປັນ
​ທີ່​ໝັ້ນ​ຂອງ​ກຸ່ມ​ອາ​ບູ ຊາຢັ​ຟ​ ແລະ​ເຄືອ​ຂ່າຍ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ອິ​ສ​ລາມ​ອື່ນໆ ເຖິງ​ແມ່ນ
ໄດ້ມີ​ການ​ປະ​ຕິ​ເສດ ​ແຕ່​ແຂວງຊູ​ລູ ​ຍັງ​ຈະ​ເປັນ​ພາກ​ສ່ວນນຶ່ງ ຂອງ​ເຂດ​ປົກ​ຄອງໃໝ່
​ດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG