ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີ​ລິບ​ປີນກ່າວ​ວ່າ ເຮືອ​ຈີນ​ຫຼາຍກວ່າ 135 ລຳ 'ຈັບ​ກຸ່ມ​ກັນ' ຈອດຢູ່​ເກາະ​ຫີນ​ປະ​ກາ​ລັງ ນອກ​ຝັ່ງ​ຂອງ​ຕົນ


​ແຟ້ມ - ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປີນ ສະ​ແດງ​ຫ້​ເຫັນ​ວ່າ ສະ​ມາ​ຊິກ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປີນ ພວມ​ລາດ​ຕະ​ເວນ​ທີ່​ເກາະ​ວິດ​ຊັນ ໃນ​ທະ​ເລ​ຈີນ​ໃຕ້ ເມື່ອ​ວັນ​ທີ 14 ເມ​ສາ 2021.
​ແຟ້ມ - ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປີນ ສະ​ແດງ​ຫ້​ເຫັນ​ວ່າ ສະ​ມາ​ຊິກ​ຂອງ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປີນ ພວມ​ລາດ​ຕະ​ເວນ​ທີ່​ເກາະ​ວິດ​ຊັນ ໃນ​ທະ​ເລ​ຈີນ​ໃຕ້ ເມື່ອ​ວັນ​ທີ 14 ເມ​ສາ 2021.

ຟີ​ລິບ​ປິນ​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ມີ​ເຮືອ​ຈີນ​ຫຼາຍກວ່າ 135 ລຳ​ໄດ້​ພາ​ກັນ​ “ໄປ​ຈັບ​ກຸ່ມ​ກັນ” ທີ່​ເກາະ​ຫີນ​ປະ​ກາ​ລັງ​ແຫ່ງ​ນຶ່ງ ຢູ່ນອກ​ແຄມ​ຝັ່ງ​ທະ​ເລ​ຂອງ​ຕົນ ໂດຍ​ກ່າວ​ເຖິງ ​ການ​ມີ​ໜ້າ​ເພີ້ມ​ຂຶ້ນ​ ຂອງ​ເຮືອ​ຈີນ​ເຫຼົ່າ​ນີ້ວ່າ “ເປັນ​ທີ່​ໜ້າ​ຢ້ານ​ກົວ” ອີງ​ຕາມລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ເຮືອ​ຈີນ​ເຫຼົ່າ​ນີ້​ໄດ້​ຈອດ “ແບບ​ຫ່າງໆ​ແລະ​ກະ​ຈັດ​ກະ​ຈາຍ” ໄປ​ຕາມ​ເກາະ​ຫີນ​ປະ​ກາ​ລັງ​ວິດ​ຊັນ (Whitsun Reef) ທີ່​ມີ​ຮູບ​ແບບ​ບູມ​ເມີ​ແຣງ ຊຶ່ງ​ຟີ​ລິບ​ປິນ​ເອີ້ນ​ວ່າ ເກາະ​ຫີນ​ປະ​ກາ​ລັງ​ຈູ​ລຽນ ຟີ​ລິບ (Julian Filipe Reef) ປະ​ມານ 320 ກິ​ໂລ​ແມັດ ຢູ່​ທາງ​ກ້ຳ​ຕາ​ເວັນ​ຕົກ ​ຂອງ​ເກາະ​ປາ​ລາ​ວານ ອີງ​ຕາມ​ຄຳ​ເວົ້າ​ຂອງ​ໜ່ວຍ​ຍາມ​ຝັ່ງ.

ເກາະ​ຫີນ​ປະ​ກາ​ລັງ​ວິດ​ຊັນ ແມ່ນ​ຢູ່​ຫ່າງ​ຈາກ​ເກາະ​ຮາຍ​ນັງ ຊຶ່ງ​ເປັນ​ແຜ່ນ​ດິນ​ໃຫຍ່​ຈີນ​ທີ່​ຢູ່​ໃກ້​ສຸດ ຫຼາຍກວ່າ 1,000 ກິ​ໂລ​ແມັດ.

ຟີ​ລິບ​ປິນ​ກ່າວ​ວ່າ ຕົນ​ໄດ້​ນັບມີ​ “ເຮືອ​ທະ​ຫານ​ບ້ານ​ທະ​ເລ​ຈີນ” 111 ​ລຳ ເມື່ອ​ວັນ​ທີ 13 ພະ​ຈິກ. ເວ​ລາ​ໜ່ວຍ​ຍາມ​ຝັ່ງ​ສົ່ງ​ກຳ​ປັ່ນ​ລາດ​ຕະ​ເວນ 2 ລຳ​ໄປ​ຍັງ​ເຂດ​ດັ່ງ​ກ່າວ​ໃນ​ວັນ​ເສົາ​ຜ່ານ​ມານີ້ ຈຳ​ນວນ​ເຮືອ​ຈີນ​ ໄດ້​ເພີ້ມ​ຂຶ້ນ​ເປັນ​ “ຫຼາຍກວ່າ 135 ລຳແລ້ວ” ໜ່ວຍ​ຍາມ​ຝັ່ງ​ກ່າວ.

“ບໍ່​ມີ​ຄຳ​ຕອບ​ໃດໆ ຕໍ່​ການ​ສົ່ງ​ວິ​ທະ​ຍຸ ຂອງໜ່ວຍ​ຍາມ​ຝັ່ງຟີ​ລິ​ປິນ ໄປ​ຍັງ​ເຮືອ​ທະ​ຫານ​ບ້ານ​ຈີນ ຊຶ່ງ​ເວ​ລານີ້​ກະ​ວ່າ​ໄດ້​ເພີ້ມ​ຂຶ້ນ​ເປັນ​ຫຼາຍກວ່​າ 135 ລຳ​ ທີ່​ພາ​ກັນ​ຈອດ​ແບບ​ຫ່າງໆ ແລະ​ກະ​ຈັດ​ກະ​ຈາຍ ​ໄປ​ທົ່ວ​ເກາະ​ຫີນ​ປະ​ກາ​ລັງ​ຈູ​ລຽນ ຂອງ​ຟີ​ລິບ” ໜ່ວຍ​ຍາມ​ຝັ່​ງ​ຂອງ​ຟີ​ລິບ​ປີນ​ກ່າວ ໃນ​ການ​ອະ​ທິ​ບາຍ​ເຖິງ​ການ​ມີ​ໜ້າ “ແບບ​ໜ້າ​ຕື່ນ​ຕົກ​ໃຈ” ແລະ “ຜິດ​ກົດ​ໝາຍ” ນັ້ນ.

ສະ​ຖານ​ທູດ​ຈີນ ​ຢູ່​ມະ​ນີ​ລາ ບໍ່​ໄດ້​ໃຫ້​ຄຳ​ຕອບ​ໃດໆ​ ຕໍ່​ການ​ຂໍ​ຄວາມ​ເຫັນ​ກ່ຽວ​ກັບ​ເລື້ອງນີ້.

ປັກ​ກິ່ງ ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ​ສ່ວນ​ໃຫຍ່​ ຂອງ​ທະ​ເລ​ຈີນ​ໃຕ້ ຮວມ​ທັງ​ ເຂດ​ນ່ານ​ນ້ຳ​ແລະ​ເກາະ​ດອນ​ຕ່າງໆທີ່​ຢູ່​ໃກ້​ກັບ​ແຄມ​ຝັ່ງ​ຂອງ​ປະ​ເທດ​ເພື່ອນ​ບ້ານ ແລະ​ບໍ່​ໄດ້​ເອົາ​ຫົວ​ຊາ​ຕໍ່​ການ​ຕັດ​ສິນ​ຂອງ​ສານ​ລະ​ຫວ່າງ​ປະ​ເທດ​ທີ່​ເວົ້າ​ວ່າ ການ​ອ້າງ​ເອົາ​ກຳ​ມະ​ສິດ​ຂອງ​ຕົນ​ນັ້ນ ບໍ່​ມີ​ພື້ນ​ຖານ​ທາງ​ດ້ານ​ກົດ​ໝາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG