ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການເມືອງ ໃນ ຟີລິບປິນ


ສະມາຊິກ ສະພາສູງ ເບນິກໂນ ອາກີໂນ ຜູ້ທີ່ອາດ ຈະໄດ້ເປັນ ປະທານາທິບໍດີ ຄົນຕໍ່ໄປ ຂອງຟີລິນປິນ ກ່າວວ່າ ທ່ານຈະທຳການສືບສວນ ເບິ່ງການກ່າວຫາ ກ່ຽວກັບ ການສໍ້ຣາດບັງຫຼວງ ທີ່ພົວພັນກັບ ປະທານາທິບໍດີ ກລໍເຣຍ ອາໂຣໂຢ ທີ່ກຳລັງຈະພົ້ນ ຈາກອຳນາດ ເວລາໃດ ທ່ານເຂົ້າກຳຕຳແໜ່ງ.

ຜົນການນັບຄະແນນສຽງ ທີ່ຍັງບໍ່ທັນເປັນທາງການ ຂອງຄະນະ ກຳມະການເລືອກຕັ້ງ ຟີລິບປິນ ສະແດງໃຫ້ເຫັນວ່າ ທ່ານອາກີໂນ ມີຄະແນນສຽງ ນຳໜ້າໝູ່ ຄືໄດ້ຮັບຄະແນນ ຫຼາຍກວ່າ 40 ເປີເຊັນ ໃນການປ່ອນບັດເລືອກຕັ້ງ ປະທານາທິບໍດີ ໃນມື້ວັນຈັນຜ່ານມາ ລື່ນຄູ່ແຂ່ງ ທີ່ມີຄະແນນສຽງ ໃກ້ຄຽງທ່ານທີ່ສຸດ ຄືອະດີດ ປະທານາທິບໍດີ ໂຈເຊັຟ ແອັສຕຣາດາ ຫລາຍ.

ການກຳຕຳແໜ່ງ ປະທານາທິບໍດີ ເປັນເວລາ 9 ປີ ຂອງທ່ານນາງ ອາໂຣໂຢ ແມ່ນດ່າງພ້ອຍ ໄປດ້ວຍ ຂ່າວນອງນັນ ເດັ່ນທີ່ສຸດກໍ ແມ່ນການສໍ້ໂກງ ຄະແນນສຽງເລືອກຕັ້ງ ໃນປີ 2004 ທີ່ພາໃຫ້ ມີການພະຍາຍາມ ປົດທ່ານນາງ ຫລາຍໆຄັ້ງ ອອກຈາກຕຳແໜ່ງ ແຕ່ບໍ່ປະສົບຜົນສຳເລັດ. ການປະກາດ ຂອງທ່ານອາກີໂນ ທີ່ຈະສືບສວນ ທ່ານນາງ ອາໂຣໂຢນັ້ນ ແມ່ນພາກສ່ວນນຶ່ງ ໃນການໃຫ້ ຄຳໝັ້ນສັນຍາ ລະຫວ່າງ ການໂຄສະນາຫາສຽງ ຂອງທ່ານ ທີ່ຈະກຳຈັດ ການສໍ້ລາດບັງຫຼວງ ໃຫ້ໝົດສິ້ນ ໄປຈາກວົງການ ລັດຖະບານ.

ເຖິງແມ່ນທ່ານນາງ ອາໂຣໂຢ ບໍ່ໄດ້ເປັນທີ່ ນິຍົມຊົມຊອບ ໃນຂອບເຂດ ທີ່ກວ້າງຂວາງ ກໍຈິງ ແຕ່ປະທານາທິບໍດີ ທີ່ພວມຈະພົ້ນ ຈາກຕຳແໜ່ງ ຂອງຟີລິບປິນທ່ານນີ້ ຍັງຈະຢູ່ ໃນວົງການເມືອງຕໍ່ໄປ ຄືໃນມື້ວັນຈັນ ຜ່ານມາ ທ່ານນາງ ໄດ້ຊະນະບ່ອນນັ່ງ ໃນການເລືອກຕັ້ງ ສະພາຕຳ ຂອງຟີລິບປິນ.

XS
SM
MD
LG