ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນການເລືອກຕັ້ງ ໃນ ຟີລິບປິນ


ຜູ້ສະມັກບາງຄົນ ໃນການເລືອກຕັ້ງ ປະທານາທິບໍດີ ຟີລິບປິນ ໄດ້ຍອມຮັບ ການປະລາໄຊ ຂອງຕົນແລ້ວ ແລະສະແດງ ຄວາມຊົມເຊີຍ ຕໍ່ສະມາຊິກ ສະພາສູງ ເບນິຄໂນ ອາກີໂນ ໃນອັນທີ່ເບິ່ງຊົງວ່າ ຈະເປັນຜູ້ໄດ້ຮັບ ໄຊຊະນະ ທີ່ຂາດຮອຍນັ້ນ.

ທ່ານ ມານູແອລ ວິລລາຣ໌ ຈາກພັກ ນາຊີອົງນານລິສຕາ ເປັນຜູ້ຍອມຮັບ ຄົນທຳອິດ ໃນວັນອັງຄານມື້ນີ້ ໂດຍກ່າວວ່າ ຟີລິບປິນ ພວມປະເຊີນໜ້າ ກັບບັນຫາທ້າທາຍ ອັນໃຫຍ່ຫລວງ ແລະທຸກໆຄົນ ຕ້ອງໄດ້ດຳເນີນງານ ຮ່ວມກັນ.

ສ່ວນປະທານາທິບໍດີ ກລໍເຣຍ ອາຣ໌ໂຣໂຢ ທີ່ຖືກຫ້າມ ບໍ່ໃຫ້ສະມັກ ເຂົ້າແຂ່ງຂັນ ເປັນປະທານາທິບໍດີ ຕິດຕໍ່ກັນນັ້ນ ໄດ້ຈັດຕັ້ງ ຄະນະກຳມະການ ໃນໄລຍະຂ້າມຜ່ານ ເພື່ອໂອນອຳນາດ ໃຫ້ແກ່ ປະທານາທິບໍດີ ຄົນໃໝ່.

ຈາກບັດຄະແນນສຽງ ທີ່ນັບໄປແລ້ວ ເກືອບທັງໝົດ ປາກົດວ່າ ສະມາຊິກ ສະພາສູງ ອາກີໂນ ລູກຊາຍຂອງ ອະດີດ ນັກການເມືອງ 2 ທ່ານ ທີ່ມີຊື່ສຽງທີ່ສຸດ ໃນຟີລິບປິນນັ້ນ ໄດ້ຮັບຫຼາຍກວ່າ 40 ເປີເຊັນ ຂອງຄະແນນສຽງ ທັງໝົດ. ຄູ່ແຂ່ງ ທີ່ມີຄະແນນສຽງ ໃກ້ຄຽງທ່ານ ຄືອະດີດ ປະທານາທິບໍດີ ໂຈເຊັຟ ແອັສຕຣາດາ ໄດ້ 26 ເປີເຊັນ.

ທ່ານ ອາກີນໂຈ ກ່າວຢຳ ໃນວັນອັງຄານມື້ນີ້ ກ່ຽວກັບ ການໃຫ້ຄຳໝັ້ນສັນຍາ ຂອງທ່ານ ໃນການຕໍ່ຕ້ານ ການສໍ້ລາດບັງຫຼວງ. ການເຂົ້າກຳຕຳແໜ່ງ ເປັນເວລາ 9 ປີ ຂອງທ່ານນາງ ອາຣ໌ໂຣໂຢ ແມ່ນໄດ້ດ່າງພ້ອຍ ໄປດ້ວຍ ການກ່າວຫາ ກ່ຽວກັບ ການສໍ້ລາດບັງຫຼວງ.

ການເລືອກຕັ້ງ ທີ່ໄດ້ມີການໃຊ້ ເຄື່ອງຄອມພິວເຕີ້ ໃນການປ່ອນບັດ ເປັນເທື່ອທຳອິດ ຂອງຟີລິບປິນນັ້ນ ແມ່ນເຕັມໄດ້ດ້ວຍ ການກໍ່ຄວາມຮຸນແຮງ ຢ່າງກະຈັດກະຈາຍ ແລະບັນຫາ ທາງດ້ານເທັກນິກ ແຕ່ແນວໃດກໍຕາມ ພວກເຈົ້າໜ້າທີ່ ໄດ້ກ່າວຊົມເຊີຍ ການປ່ອນບັດ ໃນຄັ້ງນີ້ວ່າ ປະສົບກັບ ຄວາມສຳເລັດ.

ສ່ວນສະຖານທູດ ສະຫະລັດ ກ່າວວ່າ ຟີລິບປິນ ຕ້ອງພູມໃຈ ກ່ຽວກັບຂັ້ນຕອນ ໃນການປ່ອນບັດ ເທື່ອນີ້.

XS
SM
MD
LG