ພວກກະບົດມຸສລິມກຸ່ມນຶ່ງ ພວມເສີມກຳລັງຢູ່ໃນຟິລິບປີນ ໃນອັນທີ່ອາດຈະນຳໄປສູ່
ການສູ້ລົບຕໍ່ຕ້ານລັດຖະບານອີກ ຫຼັງຈາກສົງຄາມຫ້າເດືອນ ໃນປີກາຍນີ້.
ບັນດາສະມາຊິກກຸ່ມມອດທ໌ ຊຶ່ງເປັນກຸ່ມສະໜັບສະໜູນລັດອິສລາມ ອັນເປັນແນວໂຮມ
ມຸສລິມຕໍ່ຕ້ານລັດຖະບານ ທີ່ໄດ້ກໍ່ສົງຄາມໃນເມືອງມາຣາວີ ທາງພາກໃຕ້ ຂອງປະເທດ
ນັ້ນ ໄດ້ຕັ້ງຄ້າຍໃໝ່ນ້ອຍໆ 10 ແຫ່ງຢູ່ນອກເມືອງດັ່ງກ່າວ ນັບແຕ່ການສູ້ລົບ ໄດ້ສິ້ນສຸດ
ລົງໃນເດືອນຕຸລາປີກາຍ ອີງຕາມແວັບໄຊແຣັບປເລີຂອງຟິລິບປິນທີ່ລາຍງານໃນອາທິດ
ນີ້. ລາຍງານເວົ້າວ່າ ມີສະມາຊິກປະມານ 300 ຄົນ.
ແວັບໄຊຂອງທຳນຽບປະທານາທິບໍດີກ່າວວ່າ ທະຫານຟິລິບປີນກຳລັງກະກຽມທີ່ຈະທຳ
ການໂຈມຕີເພີ້ມຂຶ້ນ. ໃນວັນທີ 30 ເດືອນມັງກອນຜ່ານມານີ້ກຳລັງທະຫານຟີລິບປິນໄດ້
ເຂົ້າໄປຕັ້ງຄ້າຍ ຢູ່ໃນເມືອງມາຣາວີ ເພື່ອ "ເປັນຖານທັບຍຸດທະສາດຢູ່ໃນເມືອງດັ່ງກ່າວ
ສຳລັບປ້ອງກັນບໍ່ໃຫ້ກຸ່ມມອດທ໌ ກັບຄືນມາ ທີ່ໄດ້ຮັບແຮງກະຕຸ້ນຈາກກຸ່ມກໍ່ການຮ້າຍລັດ
ອິສລາມັ້ນ.”
ພວກນັກຊ່ຽວຊານເຊື່ອວ່າ ສົງຄາມໃນປີກາຍນີ້ ໄດ້ສັງຫານສະມາຊິກ ທີ່ສຳຄັນໆຂອງ
ຄອບຄົວມອດທ໌ ພ້ອມທັງຫົວໜ້າພວກນັກລົບປະມານ 900 ຄົນ ຂອງຈຳນວນທັງໝົດ
1,127 ຄົນ ແຕ່ໄດ້ເຮັດໃຫ້ ພວກທີ່ລອດຊີວິດມາໄດ້ ມີຄວາມໂກດແຄ້ນ. ການເລີ້ມປາ
ກົດຕົວຄືນໃໝ່ຂອງພວກເຂົາສະແດງໃຫ້ເຫັນວ່າ ມີຄວາມບໍ່ພໍໃຈ ຕໍ່ການເຂົ້າຄວບຄຸມ
ທາງດ້ານການເມືອງ ຢູ່ທີ່ເກາະມິນດານາວ ຊຶ່ງເປັນເຂດ ທີ່ເຄີຍປົກຄອງຕາມປະຫວັດ
ສາດໂດຍຊາວມຸສລິມ ໃນຟິລິບປີນ ທີ່ປະຊາຊົນສ່ວນໃຫຍ່ ນັບຖື ສາສະໜາຄຣິສນັ້ນ
ກຳລັງດຳເນີນຢູ່ ເຖີງແມ່ນໄດ້ມີການສູ້ລົບກັນ ມາເປັນເວລາຫຼາຍທົດສະວັດ. ປະມານ
121,000 ຄົນ ໄດ້ເສຍຊີວິດ ຈາກບັນຫາຂັດແຍ້ງ ຢູ່ໃນເກາະມິນດານາວ ນັບແຕ່ຊຸມປີ
1960 ເປັນຕົ້ນມາ.