ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການດຳເນີນຄະດີສັງຫານໝູ່ ໃນຟີລິບປິນ


ການໃຫ້ການເລີ້ມຂຶ້ນແລ້ວໃນການ ດຳເນີນຄະດີ ນັກການເມືອງ ທີ່ມີຊື່ສຽງຄົນນຶ່ງ ຂອງ ຟີລິບປິນ ທີ່ຖືກກ່າວຫາວ່າ ສັງຫານໝູ່ 51 ຄົນ ໃນປີກາຍ ຮວມທັງພວກນັກຂ່າວ 30 ຄົນນັ້ນ.

ອະດີດຄົນໃຊ້ ຂອງທ່ານ Andal Ampatuan ກ່າວຕໍ່ສານ ໃນວັນພຸດມື້ນີ້ວ່າ ນາຍຂອງ ລາວ ໄດ້ເອີ້ນພວກລູກໆ ໄປປະຊຸມຢູ່ເຮືອນ ເພື່ອປຶກສາຫາລື ກ່ຽວກັບວ່າ ຈະສະກັດກັ້ນ ແບບໃດ ​ເພື່ອບໍ່​ໃຫ້ນັກການເມືອງ ທີ່ເປັນຄູ່ປໍລະປັກ ສະມັກເຂົ້າແຂ່ງຂັນ ເອົາຕຳແໜ່ງເຈົ້າ ແຂວງໆ Maguindanao ໃນພາກໃຕ້ຂອງຟີລິບປິນ.

ນາຍ Lakmudin Saliao ອະດີດ​ຄົນໃຊ້ເວົ້າວ່າ ນາຍ Andal Ampatuan Junior ​ໄດ້ ກ່າວຕໍ່ຜູ້ເປັນບິດາວ່າ ສິ່ງທີ່ງ່າຍທີ່ສຸດກໍຄື ຂ້າພວກເຂົາທັງໝົດ.

ນາຍ Andal Junior ແມ່ນຜູ້ຕ້ອງສົງໄສຄົນສຳຄັນ ໃນການສັງຫານໝູ່ທີ່ແຂວງ Maguindanao ໃນເດືອນພະຈິກປີກາຍ.ຜູ້ກ່ຽວແມ່ນນຶ່ງ ໃນຈຳນວນເກືອບ 200 ຄົນ ທີ່ພົວພັນໃນ ການກໍ່ອາດຊະຍາກຳຄັ້ງນີ້ ຮວມທັງຜູ້ເປັນບິດາຂອງລາວ. ຄອບຄົວ Ampatuan ໄດ້ປົກ ຄອງແຂວງ Maguindanao ມາໄດ້ເກືອບນຶ່ງທົດສະວັດແລ້ວ. ນາຍ Andal Junior ເປັນເຈົ້າຄອງກຳແພງ ໃນເຂດທ້ອງຖິ່ນ ທີ່ພວມສະມັກເຂົ້າແຂ່ງຂັນເອົາ ຕຳແໜ່ງເຈົ້າແຂວງ ແຂວງ Maguindanao ໃນເວລາ ທີ່ມີການສັງຫານໝູ່ເກີດຂຶ້ນ.

XS
SM
MD
LG