ປະທານາທິບໍດີ ຟີລິບປິນ ທ່ານເຟີດີນານ ມາຣກົສ ຈູເນຍ ໃນວັນຈັນມື້ນີ້ ໄດ້ຮ້ອງຂໍງົບປະມານລັດຖະບານ ປະຈຳປີ 2023 ໃນມູນຄ່າ 94.4 ຕື້ໂດລາ ທີ່ຫຼາຍເປັນປະຫວັດການ ເທົ່າກັບ 5 ພັນ 290 ຕື້ເປໂຊ ຈາກລັດຖະສະພາ ເພື່ອສະໜັບສະໜຸນ ນະໂຍບາຍທີ່ມີຄວາມທະເຍີທະຍານ ທີ່ແນໃສ່ເພື່ອເສີມຂະຫຍາຍການເຕີບໂຕ ແລະຍົກລະດັບການເປັນຢູ່ຂອງປະຊາຊົນຫຼາຍລ້ານຄົນ ອອກຈາກຄວາມຍາກຈົນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.
ຂໍ້ສະເໜີດ້ານງົບປະມານ ຂອງທ່ານມາຣກົສ ຊຶ່ງເທົ່າກັບ 22.2 ເປີເຊັນ ຂອງຍອດຜະລິດຮວມພາຍໃນດ້ານເສດຖະກິດຂອງປະເທດ ແມ່ນເກືອບ 5 ເປີເຊັນສູງກວ່າ ແຜນການໃຊ້ຈາຍສຳລັບປີ 2022 ຂອງປະທານາທິບໍດີຄົນກ່ອນ.
ທ່ານມາຣກົສ ແນໃສ່ເພື່ອຂະຫຍາຍເສດຖະກິດ ໃນເຂດເອເຊຍ ຕາເວັນອອກສຽງໃຕ້ ໃຫ້ໄດ້ເຖິງ 8 ເປີເຊັນ ໃນລະຫວ່າງສະໄໝການດຳລົງຕຳແໜ່ງໄລຍະ 6 ປີຂອງທ່ານ ເພື່ອຮັກສາຖານະຂອງຕົນໄວ້ ພາຍໃນກຸ່ມປະເທດທີ່ເຕີບໂຕໄວທີ່ສຸດຂອງເອເຊຍ ແລະຫຼຸດລະດັບຄວາມຍາກຈົນລົງເຖິງເຄິ່ງນຶ່ງ ຊຶ່ງຢູ່ໃນອັດ ຕາ 18.1 ເປີເຊັນ ໃນປີ 2021.
ດ້ານການສຶກສາ ພື້ນຖານໂຄງລ່າງ ຄວາມໝັ້ນຄົງດ້ານອາຫານ ສາທາລະນະສຸກ ແລະພະລັງງານທີ່ສະອາດ ເປັນບູລິມະສິດສູງສຸດ ໃນງົບປະມານປະຈຳປີ 2023 ຊຶ່ງໄດ້ຖືກນຳສະເໜີຕໍ່ລັດຖະສະພາ ໂດຍຜູ້ຕາງໜ້າຂອງປະທານາທິບໍດີ.
ຄາດກັນວ່າ ລັດຖະສະພາ ຈະຮັບຮອງເອົາງົບປະມານດັ່ງກ່າວ ພາຍໃນເດືອນຕຸລາ ແລະທ່ານມາຣກົສ ຄາດໝາຍວ່າ ຈະລົງນາມໃນຮ່າງກົດໝາຍສະບັບນີ້ ກ່ອນທ້າຍປີ.
ທ່ານມາຣກົສ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ ຄຽງຄູ່ໄປກັບຂໍ້ສະເໜີງົບປະມານດັ່ງກ່າວ ພາກສ່ວນການສຶກສາຈະໄດ້ຮັບທຶນຈັດສັນຈຳນວນ 852.8 ເປໂຊ ຫຼື ເທົ່າກັບ 16 ເປີເຊັນຂອງງົບປະມານທັງໝົດ ຕິດຕາມມາດ້ວຍວຽກງານດ້ານໂຍທາ 13 ເປີເຊັນ ດ້ານສາທາລະນະສຸກ 5 ເປີເຊັນ ແລະສະຫວັດ ດີການສັງຄົມ ປະມານ 4 ເປີເຊັນ.
ປະທານາທິບໍດີທ່ານນີ້ ທີ່ເປັນລູກຊາຍ ແລະມີຊື່ຄືກັບພໍ່ທີ່ເປັນຈອມຜະເດັດການ ຜູ້ທີ່ໄດ້ຖືກໂຄ່ນລົ້ມ ໃນການລຸກຮືຂຶ້ນເມື່ອປີ 1986 ນັ້ນ ກໍຍັງບໍລິຫານທຸລະກິດດ້ານກະສິກຳ ຊຶ່ງຈະໄດ້ຮັບ 184.1 ຕື້ເປໂຊ ອັນເປັນການເພີ້ມຂຶ້ນເຖິງ 40 ເປີ ເຊັນຈາກງົບປະມານໃນປີ 2022 ຂອງປະເທດ.
ທ່ານມາຣກົສ ຜູ້ທີ່ຮັບໄຊຊະນະກຳຕຳແໜ່ງນຶ່ງສະໄໝ ໄລຍະ 6 ປີ ໃນການເລືອກຕັ້ງເມື່ອເດືອນພຶດສະພານີ້ ໂດຍມີອຳນາດສຽງສ່ວນຫຼາຍທີ່ສຸດໃນລັດຖະສະພາ ທີ່ມີໂອກາດສູງຫຼາຍ ທີ່ຈະສ້າງຄວາມກ້າວໜ້າ ໃຫ້ວາລະຮ່າງກົດໝາຍຂອງທ່ານຜ່ານສະພາ ທີ່ລວມທັງໂຄງການໃຊ້ຈ່າຍປະຈຳປີ 2023 ຂອງທ່ານນຳດ້ວຍ. ສ່ວນພີ່ນ້ອງຂອງທ່ານ ຄື ທ່ານເຟີດີນານ ມາຣຕິນ ໂຣມູອາລເດສ ກໍຍັງເປັນປະທານສະພາຕ່ຳນຳດ້ວຍ.