ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ມາຣໂກສ ຂອງຟີລິບປິນ ກ່າວວ່າ ແສງເລເຊີຂອງຈີນ ບໍ່ພຽງພໍ ທີ່ຈະນຳໃຊ້ສົນທິສັນຍາ ປ້ອງກັນປະເທດ ກັບສະຫະລັດ


ແຟ້ມພາບ - ພາບນີ້ສະໜອງໃຫ້ໂດຍ ໜ່ວຍຍາມຝັ່ງຂອງຟີລິບປິນ ສະແດງໃຫ້ເຫັນແສງເລເຊີຂຽວ ລະດັບກອງທັບ ຈາກກຳປັ່ນຍາມຝັ່ງຂອງຈີນ ຢູ່ໃນເຂດທະເລຈີນໃຕ້ ທີ່ມີຂໍ້ຂັດແຍ້ງກັນ, ວັນທີ 6 ກຸມພາ 2023.
ແຟ້ມພາບ - ພາບນີ້ສະໜອງໃຫ້ໂດຍ ໜ່ວຍຍາມຝັ່ງຂອງຟີລິບປິນ ສະແດງໃຫ້ເຫັນແສງເລເຊີຂຽວ ລະດັບກອງທັບ ຈາກກຳປັ່ນຍາມຝັ່ງຂອງຈີນ ຢູ່ໃນເຂດທະເລຈີນໃຕ້ ທີ່ມີຂໍ້ຂັດແຍ້ງກັນ, ວັນທີ 6 ກຸມພາ 2023.

ປະທານາທິບໍດີ ຟີລິປິນ ໄດ້ກ່າວໃນວັນເສົາທີ່ຜ່ານມາວ່າ ໜ່ວຍຍາມຝັ່ງຂອງຈີນ ໄດ້ໃຊ້ແສງເລເຊີລະດັບຂອງກອງທັບ ທີ່ໄດ້ເຮັດໃຫ້ຕາຂອງພວກລູກເຮືອກຳປັ່ນລາດຕະເວນຂອງຟີລິບປິນບາງຄົນບອດຊົ່ວຄາວ ຢູ່ໃນເຂດທະເລຈີນໃຕ້ ທີ່ມີຂໍ້ຂັດແຍ້ງກັນຢູ່ນັ້ນ ແມ່ນບໍ່ພຽງພໍສຳລັບທ່ານ ທີ່ຈະຮຽກຮ້ອງການ​ຊ່ວຍ​ເຫຼືອ​ຈາກສົນທິສັນຍາປ້ອງກັນປະເທດຮ່ວມກັບສະຫະລັດ ແຕ່ໄດ້ເຕືອນວ່າ ການຮຸກຮານເຊັ່ນນັ້ນ ຄວນຍຸຕິ.

ປະທານາທິບໍດີ ເຟີດີນານ ມາຣໂກສ ຈູເນຍ ໄດ້ກ່າວໃນກອງປະຊຸມຖະແຫລງຂ່າວ ຊຶ່ງທ່ານຍັງໄດ້ເຕືອນທ່ານເອກອັກຄະລັດຖະທູດຈີນ ປະຈຳນະຄອນຫຼວງ ມະນີລາ ວ່າການຮຸກຮານທີ່ທະວີຂຶ້ນ ແລະການລ່ວງລ້ຳເຂົ້າມາໃນນ່ານນ້ຳຂອງ ຟີລິບປິນໂດຍໜ່ວຍຍາມຝັ່ງ, ກອງທັບເຮືອຂອງປັກກິ່ງ ແລະໝູ່ເຮືອຫາປາຂອງພົນລະເຮືອນທີ່ລັດຖະບານສະໜັບສະໜູນນັ້ນ ໄດ້ລະເມີດຕໍ່ຂໍ້ຕົກລົງທີ່ໄດ້ບັນລຸກັບປະທານປະເທດຈີນ ສີ ຈິ້ນຜິງ ເມື່ອເດືອນແລ້ວນີ້.

“ເຖິງຈະມີຄວາມຈິງທີ່ວ່າມັນເປັນແສງເລເຊີລະດັບກອງທັບທີ່ໄດ້ສ່ອງໃສ່ໜ່ວຍ ຍາມຝັ່ງຂອງພວກເຮົາກໍ​ຕາມ, ຂ້າພະເຈົ້າບໍ່ຄິດວ່າ ມັນແມ່ນເຫດຜົນທີ່ພຽງພໍ ສຳລັບການນຳໃຊ້ສົນທິສັນຍາປ້ອງກັນປະເທດຮ່ວມກັນ” ນັ້ນແມ່ນຄຳເວົ້າຂອງ ທ່ານ ມາຣໂກສ ທີ່ໄດ້ກ່າວຖະແຫລງຄັ້ງທຳອິດຕໍ່ສາທາລະນະ ກ່ຽວກັບເຫດການ ໃນວັນທີ 6 ກຸມພາ ທີ່ກ່ຽວຂ້ອງກັ​ບກຳປັ່ນໜ່ວຍຍາມຝັ່ງສອງລຳຂອງຈີນ ແລະກຳປັ່ນໜ່ວຍຍາມຝັ່ງຂອງ ຟີລິບປິນ ໃກ້ກັບເຂດໝູ່ເກາະ ທອມ​ມັ​ສ​ ທີ​ສອງ ທີ່ມີ​ການຂັດແຍ້ງກັນ.

ແຟ້ມພາບ - ປະທານາທິບໍດີ ຟີລິບປິນ ທ່ານເຟີດີນານ ມາຣໂກສ ກ່າວ ໂດຍມີນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຟູມິໂອະ ກິຊີດະ ຢືນຢູ່ຄຽວຂ້າງ (ບໍ່ຢູ່ໃນຮູບນີ້) ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງໂຕກຽວ, ວັນທີ 9 ກຸມພາ 2023.
ແຟ້ມພາບ - ປະທານາທິບໍດີ ຟີລິບປິນ ທ່ານເຟີດີນານ ມາຣໂກສ ກ່າວ ໂດຍມີນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານຟູມິໂອະ ກິຊີດະ ຢືນຢູ່ຄຽວຂ້າງ (ບໍ່ຢູ່ໃນຮູບນີ້) ທີ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງໂຕກຽວ, ວັນທີ 9 ກຸມພາ 2023.

ໃນການຕອບຕໍ່ຄຳຖາມນັ້ນ, ທ່ານມາຣໂກສ ໄດ້ກ່າວວ່າ ທ່ານເປັນຫ່ວງວ່າ ການນຳໃຊ້ສົນທິສັນຍາປີ 1951 ຈະເຮັດໃຫ້ຄວາມເຄັ່ງຕຶງໃນຂົງເຂດດັ່ງກ່າວ ທະວີຂຶ້ນ.

ທ່ານ ມາຣໂກສ ໄດ້ກ່າວຕໍ່ບັນດານັກຂ່າວ ໃນຣີ​ສອດຂອງເມືອງ ບາກຽວ (Baguio) ທາງພາກເໜືອຂອງປະເທດ ບ່ອນທີ່ທ່ານໄດ້ກ່າວຄຳປາໄສ ຕໍ່ໜ້າບັນດານັກຮຽນນາຍຮ້ອຍ ແລະບັນດາອະດີດນາຍຮ້ອຍທີ່ໄດ້ຮຽນຈົບວິທະຍາ ການທະຫານຂອງຟີລິບປິນ ແລະໄດ້ກ່າວຢ້ຳຄຳປະຕິຍານທີ່ຈະປ້ອງກັນເຂດນ້ຳແດນດິນຂອງປະເທດຊາດ ທ່າມກາງຂໍ້ຂັດແຍ້ງໃໝ່ກ່ຽວກັບດິນແດນກັບຈີນ.

“ປະເທດນີ້ຈະບໍ່ສູນເສຍແມ່ນແຕ່ນິ້ວດຽວຂອງດິນແດນພວກເຮົາ” ທ່ານ ມາຣໂກສ ໄດ້ກ່າວຕໍ່ສຽງຕົບມື. ທ່ານກ່າວຕໍ່ໄປວ່າ “ພວກເຮົາຈະສືບຕໍ່ປ້ອງ​ກັນຜືນແຜ່ນດິນອັນຄົບຖ້ວນ ແລະ ອະ​ທິ​ປະ​ໄຕຂອງພວກເຮົາ ອີງຕາມລັດຖະທຳມະນູນຂອງພວກເຮົາ ແລະກົດໝາຍສາກົນ.”

ທ່ານ ມາໂກສ ກ່າວໂດຍບໍ່ໃຫ້ລາຍລະອຽດຕື່ມວ່າ “ພວກເຮົາຈະຮ່ວມມືກັບປະ ເທດເພື່ອນບ້ານຂອງພວກເຮົາ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງຂອງປະຊາຊົນພວກເຮົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG