ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ມາໂກສ ຂອງຟິລິບປິນ ເພີ້ມຄວາມໝັ້ນຄົງທາງທະເລ ໃນຂະນະທີ່ຄວາມເຄັ່ງຕຶງກັບຈີນ ທະວີຂຶ້ນ


ແຟ້ມພາບ - ປະທານາທິບໍດີຟິລິບປິນ ທ່ານ ເຟີດີນານ ມາໂກສ ຈູເນຍ ໃນຂະນະທີ່ທ່ານ ພົບກັບ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ຢູ່ທີ່ Malacanang Palace ໃນນະຄອຫຼວງມະນີລາ, ຟິລິບປິນ, ວັນທີ 19 ມີນາ 2024.
ແຟ້ມພາບ - ປະທານາທິບໍດີຟິລິບປິນ ທ່ານ ເຟີດີນານ ມາໂກສ ຈູເນຍ ໃນຂະນະທີ່ທ່ານ ພົບກັບ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ຢູ່ທີ່ Malacanang Palace ໃນນະຄອຫຼວງມະນີລາ, ຟິລິບປິນ, ວັນທີ 19 ມີນາ 2024.

ປະທານາທິບໍດີ​ຟີ​ລິບ​ປິນ ທ່ານເຟີດີນານ ມາໂກສ ຈູເນຍ (Ferdinand Marcos Jr) ໄດ້​ສັ່ງ​ໃຫ້​ລັດຖະບານ​ຂອງ​ທ່ານ​ເພີ່ມ​ທະວີ​ການ​ປະສານ​ງານ​ກ່ຽວ​ກັບ​ຄວາມໝັ້ນຄົງ​ທາງ​ທະ​ເລ ​ເພື່ອປະເຊີນໜ້າກັບ "ຄວາມ​ທ້າ​ທາຍ​ທີ່​ຮ້າຍ​ແຮງຫຼາຍຮູບແບບ" ຕໍ່​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ສັນຕິພາບ, ​ໃນ​ຂະນະ​ທີ່​ຄວາມ​ຂັດ​ແຍ້​ງກັບ​ຈີນ​ເພີ່ມ​ທະວີຄວາມຮຸນແຮງ​ຂຶ້ນ, ອີງຕາມອົງການຂ່າວຣອຍເຕີສ໌.

ຄຳສັ່ງດັ່ງກ່າວ, ເຊິ່ງໄດ້ລົງນາມໃນວັນຈັນແລ້ວ ແລະ ເຜີຍແຜ່ຕໍ່ສາທາລະນະໃນວັນອາທິດວານນີ້, ບໍ່ໄດ້ກ່າວເຖິງຈີນ ແຕ່ເປັນໄປຕາມການປະເຊີນໜ້າທາງທະເລຂອງສອງຝ່າຍ ແລະ ການກ່າວຫາເຊິ່ງກັນ ແລະ ກັນ ກ່ຽວກັບເຂດທີ່ຂັດແຍ້ງກັນຢູ່ທະເລຈີນໃຕ້.

ປັກ​ກິ່ງ​ອ້າງ​ເອົາ​ເກືອບ​ທັງ​ໝົດ​ຂອງ​ທະ​ເລ​ຈີນ​ໃຕ້, ເຊິ່ງເປັນເສັ້ນທາງການຄ້າທາງທະເລຂອງກຳປັ່ນ ທີ່ມີມູນຄ່າຫຼາຍກວ່າ 3 ພັນ​ຕື້​ໂດ​ລາ ຕໍ່ປີ. ການ​ອ້າງ​ເອົາ​ກຳມະສິດ​ຂອງ​ຈີນ ​ທັບ​ຊ້ອນ​ກັບການອ້າງສິດຂອງ ​ຟີ​ລິບ​ປິນ, ຫວຽດນາມ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ​ແລະ​ບຣູ​ໄນ. ໃນປີ 2016, ສານຖາວອນເພື່ອການແກ້ໄຂບັນຫາລະຫວ່າງລັດຖະບານ ກ່າວ​ວ່າ ການ​ຮຽກຮ້ອງ​ຂອງ​ຈີນ ​ບໍ່​ມີ​ພື້ນຖານ​ທາງ​ກົດໝາຍ.

​ການລະເບີດຂຶ້ນຂອງຄວາມຄັດແຍ້ງຄັ້ງ​ຫຼ້າ​ສຸດ​ໄດ້​ເກີດ​ຂຶ້ນ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ, ເມື່ອ​ຈີນ​ໄດ້​ໃຊ້​ປືນ​ສີດນໍ້າຂະໜາດໃຫຍ່ ຂັດຂວາງ​ພາລະກິດ​ການສະໜອງສະບຽງຂອງ​ຟີ​ລິບ​ປິນ​ໄປທີ່ຫາດຊາຍ ໂທມັສ ​ທີ 2 ​ໃຫ້​ທະຫານ​ຮັກສາ​ກຳ​ປັ່ນ​ຮົບ​ລຳ​ນຶ່ງທີ່​ຕັ້ງ​ໃຈ​ຈອດຢູ່ເທິງແລວ​ຫີນ​ປະ​ກາ​ລັງ​ ເມື່ອ 25 ປີ​ກ່ອນ.

​‘‘ເຖິງແມ່ນ​ວ່າ ​ຈະ​ມີ​ຄວາມ​ພະຍາຍາມ​ເພື່ອ​ສົ່ງເສີມ​ສະຖຽນລະພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ພື້ນທີ່ທາງທະເລ​ຂອງ​ພວກ​ເຮົາ​ກໍ່ຕາມ, ​ແຕ່​ຟີ​ລິບ​ປິນຍັງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ທ້າ​ທາຍ​ທີ່​ຮ້າຍ​ແຮງຫຼາຍຮູບແບບ ​ທີ່​ນາບ​ຂູ່ຄວາມ​ໝັ້ນຄົງ​ຂອງດິນແດນ ແລ້ວ, ແຕ່ຍັງລວມເຖິງການມີຢູ່ຢ່າງສັນຕິພາບຂອງຊາວຟິລິບປິນ ອີກດ້ວຍ’’.ທ່ານ ມາໂກສ ກ່າວ​ໃນຄຳສັ່ງດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG