ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ຟີ​ລິບ​ປິນ ລົດ​ລະ​ດັບ ​ການ​ເຕືອນ​ໄພ ຈາກ​ພູ​ໄຟ ພາ​ໃຫ້​ປະ​ຊາ​ຊົນ ຫຼາ​ຍພັນ​ຄົນ ກັບ​ຄືນ​ສູ່​ເຮືອນ​ຊານ


ພວກ​ພົນ​ລະ​ເມືອງ​ທີ່​ຄັດ​ຂືນ​ຕໍ່​ຄຳ​ສັ່ງ​ໃຫ້​ຍົກ​ຍ້າຍ​ອອກ ພາ​ກັນ​ລຽນ​ແຖວ ​ເພື່ອ​ຮັບ​ເອົາ​ການ​ຊ່ອຍ​ເຫຼືອ ຈາກ​ເຫດ​ພູ​ໄຟ​ທາ​ລ ລະ​ເບີດ, ວໃນ​ເມືອງ​ທາ​ລີ​ໄຊ, ​ແຂວງ​ບາ​ຕັງ​ກາ, ​ຟີ​ລິບ​ປິນ ວັນ​ທີ 20 ມັງ​ກອນ 2020. REUTERS/Joseph Campbell
ພວກ​ພົນ​ລະ​ເມືອງ​ທີ່​ຄັດ​ຂືນ​ຕໍ່​ຄຳ​ສັ່ງ​ໃຫ້​ຍົກ​ຍ້າຍ​ອອກ ພາ​ກັນ​ລຽນ​ແຖວ ​ເພື່ອ​ຮັບ​ເອົາ​ການ​ຊ່ອຍ​ເຫຼືອ ຈາກ​ເຫດ​ພູ​ໄຟ​ທາ​ລ ລະ​ເບີດ, ວໃນ​ເມືອງ​ທາ​ລີ​ໄຊ, ​ແຂວງ​ບາ​ຕັງ​ກາ, ​ຟີ​ລິບ​ປິນ ວັນ​ທີ 20 ມັງ​ກອນ 2020. REUTERS/Joseph Campbell

ການ​ລະ​ເບີດ​ຂຶ້ນ​ຂອງ​ພູ​ໄຟ​ທາ​ລ ຂອງ​ຟີ​ລິບ​ປິນ ທີ່​ຢູ່​ໃນ​ສະ​ພາບນິ້ງ​ແລ້ວ ແລະປາ​ກົດ​ວ່າ ຈະບໍ່​ເກີດ​ຂຶ້ນ​ໃນ​ໄວໆ​ນີ້ ອີງ​ຕາມ​ທາງ​ການ​ຂອງ​ຟີ​ລິບ​ປິນ ທີ່​ໄດ້​ກ່າວ​ໄປ​ໃນ​ວັນ​ອາ​ທິດ​ມື້ນີ້ ໃນ​ຂະ​ນະ​ທີ່​ພວກ​ເພິ່ນ ໄດ້​ຍົກ​ເລີກ​ຄຳ​ສັ່ງເກືອບ​ທັງ​ໝົດ ທີ່ໃຫ້ຍົກ​ຍ້າຍ​ອອກ​ຈາກ​ພື້ນ​ທີ່ຂະ​ໜາດ​ໃຫຍ່ ແຕ່​ກໍ​ເຕືອນ​ວ່າ ພົນ​ລະ​ເມືອງ​ທັງຫຼາຍ ໃຫ້​ກຽມ​ພ້ອມ​ທີ່​ຈະຍ້າຍ​ໜີອອກໃນ​ທຸກ​ເມື່ອ​.

ສັນ​ຍານ​ເຕືອນ​ຕ່າງໆ ເຊັ່ນ​ວ່າ ແຜ່ນ​ດິນ​ໄຫວ ກໍ​ໄດ້​ເກີດ​ຂຶ້ນ​ຕິດ​ຕໍ່​ກັນ​ມາ​ເລື້ອຍໆ ນັບ​ຕັ້ງ​ແຕ່​ພູ​ໄຟ​ທາ​ລ ໄດ້ພົ່ນ​ຂີ້​ເຖົ່າ​ແລະ​ຂີ້​ເຖົ່າ​ແຫຼວ ຫຼື ​ລາ​ວາ​ຮ້ອນອອກ​ມາ ເມື່ອ​ສອງ​ສັບ​ປະ​ດາ​ກ່ອນ ຊຶ່ງ​ໄດ້​ກົດ​ດັນ​ ​ປະ​ຊາ​ຊົນຫຼາຍກວ່າ 135,000 ຄົນ ໃຫ້ພາ​ກັນ​ຍ້າຍ​ໄປ​ອາ​ໄສ​ຢູ່​ໃນ​ສະ​ຖານ​ທີ່​ພັກ​ຊົ່ວ​ຄາວແຫ່ງ​ຕ່າງໆ ຍ່ອນ​ຢ້ານ​ວ່າ ການ​ລະ​ເບີດ​ຂະ​ໜາດ​ໃຫຍ່​ຈະ​ຕິດ​ຕາມ​ມາ.

ອົງ​ການຕິດ​ຕາມ​ແຜ່ນ​ດິນ​ໄຫວ​ແຫ່ງ​ຊາດ ໄດ້​ກ່າວ​ວ່າ ຂີ້​ເຖົ່າ​ ແລະ​ອາຍ​ແກັ​ສ​ທີ່​ພົ່ນ​ອອກ​ມາ ໄດ້ຫຼຸດ​ລົງ​ເລື້ອຍໆນັ້ນ ເປັນ​ສັນ​ຍ​ານ​ຂອງ “ການ​ຫລຸດ​ລົງເປັນ​ທ່າ​ອ່ຽງ​ທີ່​ຈະກ້າວ​ໄປ​ສູ່​ການ​ລະ​ເບີດ​ຂຶ້ນ​ທີ່​ອັນ​ຕະ​ລາຍ” ​ຊຶ່ງ​ນຳ​ພາໃຫ້​ພວກ​ເພິ່ນ​ຍົກ​ເລີກ​ການ​ເຕືອນ​ລົງ​ໜ້ອຍ​ນຶ່ງ.

ຜົນ​ກະ​ທົບ​ໃນ​ເບື້ອງ​ຕົ້ນ ຂອງ​ການ​ລົດ​ລະ​ດັບ​ແຈ້ງ​ເຕືອນ ເປັນ​ການ​ຍົກ​ເລີກ​ຄຳ​ສັ່ງ​ເກືອບ​ໝົດ​ທຸກ​ເມືອງ ທີ່​ຢູ່​ໃນ​ເຂດ​ວົງ​ແຫວນ​ພູ​ໄຟ​ດັ່ງ​ກ່າວ ແລະ​ສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ຕັ້ງ​ຢູ່​ໃນ​ກາງ​ທະ​ເລ​ສາບ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG