ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຟີລິບປິນ ຫວັງວ່າ ຈະມີການຕັດສິນ ບັນຫາຂັດແຍ້ງ ກັບຈີນ ກ່ຽວກັບເຂດນ້ຳແດນດິນ ໃນໄວໆນີ້

ນັກເຄື່ອນໄຫວ ແລະນັກຮຽນ ຟີລິບປິນ ຖືເຮືອເຈ້ຍ ຈີນ ເພື່ອ ປະທ້ວງຕໍ່ການກໍ່ສ້າງຢູ່ເທິງເກາະ ແລະ ການຕັ້ງໃຈກໍ່ສົງຄາມ ໂດຍ ຈີນ ຢູ່ນອກໝູ່ເກາະ Spratly ໃນທະເລ ຈີນໃຕ້ ໃນລະ ຫວ່າງການຊຸມນຸມ ໃກ້ກັບທຳນຽບປະທານາທິບໍດີ Malacanang ໃນນະຄອນຫຼວງ ມະນິລາ, ຟີລິບປິນ.

ບັນດາເຈົ້າໜ້າທີ່ ຟີລິບປິນ ກ່າວວ່າ ພວກເຂົາເຈົ້າຫວັງວ່າການຕັດ ສິນຄະດີຂອງປະເທດ ກ່ຽວກັບ ເຂດແດນທີ່ມີຄວາມຂັດແຍ້ງກັບ​ຈີນ ໃນທະເລຈີນໃຕ້ ຈະມີ​ຂຶ້ນ ໃນເດືອນເມສາ ຫຼື ພຶດສະພານີ້.

ໂຄສົກກະຊວງການຕ່າງປະເທດ ຟີລິບປິນ ທ່ານ Charles Jose ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ກະຊວງຕ່າງປະ​ເທດແມ່ນຕັ້ງກຳນົດ ເວ ລາກ່ຽວກັບວ່າອົງການໄກ່ເກ່ຍຄວາມຂັດແຍ້ງທີ່ຕັ້ງຢູ່ນະຄອນ Hague ປະເທດເນເທີແລນ ຈະສາມາດໃຊ້ເວລາດົນປານໃດເພື່ອ ດຳເນີນການໃນລະກວ່າງການພິຈາລະນາຄະດີ.

ຮູບພາບຖ່າຍຈາກອາກາດ ໃນວັນທີ 27 ກໍລິກົດ 2012 ສະແດງໃຫ້ເຫັນ ສ່ວນໜຶ່ງຂອງເມືອງ Sansha ຢູ່ເທິງເກາະ Yonxing, ຮູ້ຈັກກັນອີກຊື່ໜຶ່ງ ດັ່ງກັບ Woody island ໃນໝູ່ເກາະ Paracel ທະເລຈີນໃຕ້, ເຊິ່ງປະຈຸ ບັນນີ້ ຈີນ ໄດ້ພິຈາລະນາວ່າເປັນພາກສ່ວນຂອງແຂວງ Hainan.

ຈີນ ແມ່ນບໍ່ໄດ້ເຂົ້າຮ່ວມ, ແຕ່ທ່ານ Jose ໄດ້ກ່າວວ່າ ການຕັດສິນ ຂອງສານ, ເຖິງວ່າຈະອອກມາ​ໃນ​ຮູບໃດກໍຕາມ ມັນກໍເປັນຈຸດຢືນ ຢູ່ຄືເກົ່າ.

ທ່ານ Jose ໄດ້ກ່າວວ່າ “ແມ່ນກະທັ້ງສານໄດ້ບອກ ຈີນ ວ່າການ ຕັດສິນນັ້ນແມ່ນມີຂໍ້ຜູກມັດກັບທັງສອງປະເທດ ຟີລິບປິນ ແລະ ຈີນ, ດັ່ງນັ້ນ ຟີລິບປິນ ແລະ ປະເທດອື່ນໆ ແມ່ນກຳລັງຮຽກຮ້ອງ ໃຫ້ ຈີນ ຈົ່ງນັບຖືການຕັດສິນຂອງສານທີ່ໃກ້ຈະປະກົດອອກມາ ນີ້.”

ໃນເດືອນມັງກອນປີ 2013, ຟີລິບປິນ ໄດ້ຍື່ນ​ຟ້ອງ​ຕໍ່ສານຕັດສິນ ໃຫ້ສືບສວນສອບສວນ ໃນສິ່ງທີ່ພວກເຂົາເຈົ້າເອີ້ນວ່າເປັນ “ການ ອ້າງກຳມະສິດ ທີ່ເກີນຂອບ​ເຂດ” ຂອງ ຈີນ ​ໃນທະເລ ຈີນໃຕ້ ເກືອບທັງໝົດ. ປະເທດ ຟີລິບປິນ ໄດ້ອ້າງ​ໃນສິ່ງທີ່ ຈີນ ເອີ້ນວ່າ ເສັ້ນແຍກ 9 ຂີດ, ເປັນຮູບໂຕ U ໃນພາສາ ອັງກິດ ຕາມແນວທະ ເລຂະຫຍາຍຈາກເກາະ Hainan ໃນຕອນເໜືອຂອງໜ່ານນ້ຳ ໃກ້ກັບຕອນໃຕ້ຂອງປະເທດ ມາເລເຊຍ.

ພວກເຂົາເຈົ້າກໍຍັງຢາກໄດ້ຄຳຊີ້ແຈງກ່ຽວກັບວ່າ ການວັດແທກຂະ
ໜາດແຖວບາງອັນເປັນກ້ອນຫີນ ຫຼືວ່າ ເກາະຕ່າງໆ ເຊິ່ງພວກເຂົາ ເຈົ້າໄດ້ກ່າວວ່າມັນໄດ້ຕົກເຂົ້າໃນເຂດເສດຖະກິດພິເສດຂອງພວກ ເຂົາເຈົ້າ 370 ກິໂລແມັດນັ້ນ ​ເປັນ​ຫີນ​ຫຼືບໍ່​ກໍ​ເກາະດອນ​ຕ່າງໆ.

XS
SM
MD
LG